ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະຫະລັດ ໃຫ້ກຽດ ລະນຶກເຖິງ ວັນທະ​ຫານ ​ຜ່ານ​ເສິກ (ວີດີໂອ)


veterans
please wait
Embed

No media source currently available

0:00 0:01:31 0:00
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະປະ
ກອບສ່ວນກັບ ປະຊາຊົນ​ ອາ​ເມຣິກັນ ຫລາຍ​ລ້ານ​ຄົນ ​ລະນຶກ​
ເຖິງ​ວັນ ນັກ​ລົບ​ເກົ່າ ປະ​ຈໍາປີ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ Obama ຈະ​ເປັນ​ເຈົ້າພາບ ລ້ຽງອາຫານ​ເຊົ້າ ທີ່ ທໍານຽບ
​ຂາວ ​ແກ່​ກຸ່ມທະຫານ​ຜ່ານ​ເສິກ ​ແລະ​ບັນດາ​ຄອບຄົວ​ຂອງ​ເຂົາ
​ເຈົ້າ ​ແລະ​ຕໍ່​ມາ​ຈະ​ເຂົ້າ​ຮ່ວມ ປະ​ເພນີ​ ພິທີວາງ​ພວງ​ມະລາ ທີ່​ສຸ
ສານແຫ່ງ​ຊາດ ​ເມືອງ Arlington.

ວັນພັກ​ລາດຊະ​ການ ໃນ ສະຫະລັດນີ້ ໄດ້​ເລີ້ມ​ລະນຶກໃນ​ປີ
1919 ​ເປັນ​ວັນສະ​ງົບ​ເສິກ ວັນຂີດ​ໝາຍ​ນຶ່ງ​ປີ​ກ່ອນ​ ​ວັນ​ທີ່ 18 ​
ເດືອນ​ພະຈິກ ປີ 1918 ໃນ ເວລາ​ທີ່ ສະຫະລັດ ​ແລະ​ບັນດາ
ພັນທະ​ມິດ ບັນລຸ​ຂໍ້​ຕົກລົງເປັນ​ທາງ​ການ ກັບ ​ເຢຍລະ​ມັນ ​ເພື່ອ
​ສີ້​ນສຸດ​ສົງຄາມ​ໂລກ​ຄັ້ງ​ທີ່​ນຶ່ງ.

ຫລັງ​ຈາກ​ຄວາມ​ພິນາດ​ຂອງ ສົງຄາມ​ໂລກ​ຄັ້ງ​ທີ່​ສອງ ​ແລະ​ສົງ
ຄາມ​ເກົາຫລີ ​ແລ້ວ ວັນພັກ​ລາດ​ຊະ​ການ ​ຈຶ່ງໄດ້​ປ່ຽນຊື່​ມາ​ເປັນ​
ວັນ Veteran Day ຫລື ວັນ​ນັກ​ລົບ​ເກົ່າ ​ໃນ​ປີ 1954 ​ເພື່ອໃຫ້​ກຽດ​ແກ່ ທະຫານ​ຜ່ານ​ເສິກ ອາ​ເມຣິກັນ ຢູ່​ໃນ​ທຸກໆ​ປາງສົງຄາມ.

XS
SM
MD
LG