ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່ພວກ​ຄົນ​ງານ ໃນ​ວັນ​​ກຳ​ມະ​ກອນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຂຶ້ນ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ສະ​ເຫຼີມ​ສະ​ຫຼອງວັນ​ແຮງ​ງານ​ຢູ່ສູນ​ຝຶກ​ງານ Sheet Metal Workers Local 19 ໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດ ເພັນ​ຊິ​ລ​ເວ​ເນຍ, 4 ກັນ​ຍາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຂຶ້ນ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ສະ​ເຫຼີມ​ສະ​ຫຼອງວັນ​ແຮງ​ງານ​ຢູ່ສູນ​ຝຶກ​ງານ Sheet Metal Workers Local 19 ໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດ ເພັນ​ຊິ​ລ​ເວ​ເນຍ, 4 ກັນ​ຍາ 2023.

ສະ​ຫະ​ລັດ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ກຳ​ມະ​ກອນ​ເກືອບ 160 ລ້ານ​ຄົນ​ຂອ​ງ​ເຂົາ​ເຈົ້າ​ໃນ​ວັນ​ຈັນ​ວານນີ້, ການ​ສະ​ເຫຼີມ​ສະ​ຫຼອງວັນ​ກຳ​ມະ​ກອນ​ປະ​ຈຳ​ປີ​ທີ່​ໄດ້​ເປັນ​ຂີດ​ໝາຍ​ການ​ສິ້ນ​ສຸດ​ ຂອງ​ລະ​ດູ​ຮ້ອນ​ຢ່າງບໍ່​ເປັນ​ທາງ​ການ ແລະ ໃຫ້​ໂອ​ກາດ​ຄັ້ງ​ສຸດ​ທ້າຍ​ຕໍ່​ຄອບ​ຄົວ​ຕ່າງໆ​ທີ່​ຈະ​ມາ​ເຕົ້າ​ໂຮມ​ກັນ​ກັບ​ໝູ່ ແລະ ພີ່​ນ້ອງນຶ່ງວັນ​ກ່ອນ​ການ​ເຂົ້າ​ໂຮງ​ຮຽນ​ຂອງ​ສົກ​ສຶກ​ສາ​ຈະ​ເລີ່ມ​ຂຶ້ນ​ໃນ​ບາງ​ຊຸມ​ຊົນ ຖ້າ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ເລີ່ມ​ເທື່ອ.

ວັນ​ພັກ​ແຫ່ງ​ຊາດ​ດັ່ງ​ກ່າວ, ທີ່​ຖືກ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ​ໃນ​ປີ 1894 ນັ້ນ, ໄດ້​ມີ​ຂຶ້ນ​ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ບັນ​ດາ​ກຳ​ມະ​ກອນ ອາ​ເມ​ຣິ​ກັນ ທັງຫຼາຍ​ຜູ້​ທີ່ມັກ​ຈະ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ໃນ​ທ້າຍ​ສັດ​ຕະ​ວັດ​ທີ 19 ຄືເຮັດ​ວຽກ 12 ຊົ່ວ​ໂມງ​ຕໍ່​ມື້, ເຈັດ​ວັນ​ຕໍ່​ອາ​ທິດ, ດ້ວຍ​ຄ່າ​ຈ້າງ​ທີ່​ຕ່ຳ​ສຳ​ລັບ​ວຽກ​ງານ​ທີ່​ຮຽກ​ຮ້ອງ​ຕ້ອງ​ການ​ທາງ​ຮ່າງ​ກາຍ. ແຕ່​ດຽວນີ້, ການ​ປີ້ງ​ຊີ້ນ​ບາ​ບີ​ຄິວ ​ຢູ່ຫຼັງ​ບ້ານ, ການ​ຈັດ​ຂະ​ບວນ​ແຫ່ ແລະ ວັນ​ແຫ່ງ​ການ​ພັກ​ຜ່ອນ​ໄດ້​ເປັນ​ຂີດ​ໝາຍ​ຂອງວັນ​ພັກ​ດັ່ງ​ກ່າວ.

ໃນ​ຂະ​ນະ​ທີ່​ຄວາມ​ຂັດ​ແຍ້ງ​ດ້ານ​ແຮງ​ງານ ກ່ຽວ​ກັບ ສະ​ພາບ​ການ​ເຮັດ​ວຽກ ແລະ ຄ່າ​ຈ້າງ​ແມ່ນ​ຍັງ​ເປັນ​ສິ່ງ​ປົກ​ກະ​ຕິ​ໃນ ສະ​ຫະ​ລັດ, ເຊັ່ນ​ການ​ເຈ​ລະ​ຈາ​ດ້ານ​ແຮງ​ງານ​ໃນ​ປັດ​ຈຸ​ບັນ ກ່ຽວ​ກັບ ສັນ​ຍາ​ທີ່​ໄດ້​ໝົດ​ອາ​ຍຸ​ສຳ​ລັບ​ພະ​ນັກ​ງານ​ລົດ​ຍົນ 146,000 ຄົນ​ນັ້ນ, ຄວາມ​ຂັດ​ແຍ້ງ​ດ້ານ​ແຮງ​ງານຫຼາຍ​ຄັ້ງ​ແມ່ນ​ໄດ້​ກາຍ​ເປັນ​ຄວາມ​ຂັດ​ແຍ້ງ​ທີ່​ກ່ຽວ​ຂ້ອງ​ກັບ​ຕາ​ຕະ​ລາງ​ເຮັດ​ວຽກ, ແລະ​ມັນ​ບໍ່​ໄດ້​ກ່ຽວ​ກັບ​ຄ່າ​ຈ້າງ​ຂອງ​ພະ​ນັກ​ງານ​ເທົ່າ​ນັ້ນ.

ທຸ​ລະ​ກິດ​ບາງ​ແຫ່ງ​ແມ່ນ​ໄດ້​ຜິດ​ຖຽງ​ກັບ​ພະ​ນັກ​ງານ​ຫ້ອງ​ການ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ຄວນ​ຖືກ​ຮຽກ​ຮ້ອງ​ໃຫ້​ກັບ​ຄືນ​ມາ​ເຮັດ​ວຽກ​ເຕັມ​ເວ​ລາຫຼືຢ່າງ​ໜ້ອຍ ບໍ່​ເຕັມ​ເວ​ລາ​ ຢູ່​ສະ​ຖານ​ທີ່​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ຈາກ​ບ້ານ​ເກືອບ​ຕະຫຼອດ​ເວ​ລາ​ດົນ​ກວ່າ 3 ປີ ຍ້ອນ​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ. ຄວາມ​ຂັດ​ແຍ້ງ​ອື່ນໆ​ກໍໄດ້​ເກີດ​ຂຶ້ນ​ມາ ກ່ຽວ​ກັບ ການ​ໃຊ້​ປັນ​ຍາ​ປະ​ດິດ, ວິ​ທີ​ທີ່​ມັນ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຜະ​ລິດ​ຕະ​ພັນ​ວຽກ ແລະ ວ່າ​ພະ​ນັກ​ງານ​ອາດ​ສູນ​ເສຍ​ວຽກ​ຂອງ​ເຂົາ​ເຈົ້າ​ຍ້ອນ​ການ​ນຳ​ໃຊ້​ມັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG