ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະແດງ ຄວາມເຄົາລົບ ຕໍ່ອະດີດທະຫານ 20 ລ້ານຄົນ ໃນວັນນັກລົບເກົ່າ


ທະຫານຜ່ານເສິກ ສະຫະລັດ, ຜູ້ທີ່ໄດ້ຕໍ່ສູ້ໃນສົງຄາມຕ່າງ
ປະເທດ, ເຂົ້າຮ່ວມພິທີວັນ ນັກລົບເກົ່າ ສະຫະລັດ ທີ່ສຳ
ນັກງານໃຫຍ່ກອງທັບ ສະຫະລັດ ຢອງຊານ ກາຣີເຊິນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 11 ພະຈິກ, 2014.
ທະຫານຜ່ານເສິກ ສະຫະລັດ, ຜູ້ທີ່ໄດ້ຕໍ່ສູ້ໃນສົງຄາມຕ່າງ ປະເທດ, ເຂົ້າຮ່ວມພິທີວັນ ນັກລົບເກົ່າ ສະຫະລັດ ທີ່ສຳ ນັກງານໃຫຍ່ກອງທັບ ສະຫະລັດ ຢອງຊານ ກາຣີເຊິນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 11 ພະຈິກ, 2014.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໃຫ້ກຽດທະຫານຜ່ານເສິກຂອງປະ
ເທດໃນວັນເສົາວານນີ້, ດ້ວຍການກ່າວໃນຂໍ້ຄວາມທາງວິດີໂອວ່າ ເຂົາເຈົ້າແມ່ນ “ສົມ
ບັດແຫ່ງຊາດທີ່ມີຄ່າທີ່ສຸດຂອງປະເທດນີ້.”

ທ່ານ ທຣຳ ໄດ້ກ່າວໃນວິດີໂອທີ່ໄດ້ເອົາລົງໃນ Twitter ວ່າ “ໃນວັນທະຫານຜ່ານເສິກ
ທີ່ພິເສດນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນທີ່ເຫຼືອເຊື່ອຂອງທົ່ວປະເທດ ອາເມຣິ
ກາ ຕໍ່ທະຫານຜ່ານເສິກຫຼາຍລ້ານຄົນ ທີ່ໄດ້ປ້ອງກັນປະເທດຂອງພວກເຮົາໃນເຄື່ອງ
ແບບຢ່າງກ້າຫານ , ແລະ ບັນດາຄອບຄົວທີ່ເຂັ້ມແຂງ ຜູ້ທີ່ຄວາມຮັກ ແລະ ການສະໜັບ
ສະໜູນທີ່ບໍ່ມີວັນປ່ຽນແປງ ໄດ້ເຮັດໃຫ້ທ່ານດຳເນີນວຽກງານ.”

ຂໍ້ຄວາມຂອງທຳນຽບຂາວ ໃນ Twitter ໄດ້ກ່າວວ່າ “ພວກເຮົາສັນລະ ເສີນການຮັບ
ໃຊ້ຊາດຂອງພວກທ່ານ, ເຄົາລົບຄວາມເສຍສະຫຼະຂອງພວກທ່ານ, ແລະ ຍົກຍ້ອງນໍ້າ
ໃຈຮັກຊາດ ແລະ ຄວາມຮັກຫອມປະເທດຊາດຂອງພວກເຮົາຢ່າງເລິກເຊິ່ງ.”

ຄຳປະໄສທີ່ຖືກອັດໄວ້ຂອງປະທານາທິບໍດີ ໄດ້ເປີດເຜີຍອອກມາໃນເວລາທີ່ທ່ານທຳ
ເດີນທາງໄປ 5 ປະເທດໃນທະວີບເອເຊຍ 12 ວັນ.

ຮອງປະທານາທິບໍດີ ທ່ານ ໄມຄ໌ ເພັນສ ໄດ້ເຂົ້າຮ່ວມໃນພິທີວາງພວງມາລາທີ່ສຸ
ສານແຫ່ງຊາດໃນເມືອງ ອາລິງຕັນ ຕັ້ງຢູ່ທິດໃຕ້ ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ
ເພື່ອສະແດງຄວາມເຄົາລົບ ຕໍ່ພວກທະຫານຜ່ານເສິກ 20 ລ້ານຄົນ.

ທ່ານໄດ້ກ່າວວ່າ “ມັນມີມື້ນຶ່ງໃນລະດູໃບໄມ້ປົ່ງ ເມື່ອພວກເຮົາລະນຶກເຖິງຜູ້ທີ່ໄດ້ຮັບໃຊ້
ຊາດ ແລະ ບໍ່ໄດ້ກັບຄືນມາບ້ານ, ແຕ່ມື້ນີ້, ວັນທະຫານຜ່ານເສິກ, ແມ່ນວັນທີ່ພວກເຮົາ
ທຸກຄົນໃນທົ່ວ ອາເມຣິກາ, ເຕົ້າໂຮມກັນເປັນກຸ່ມໃຫຍ່ ແລະ ນ້ອຍ, ພວກເຮົາຢຸດວຽກ
ເພື່ອລະນຶກເຖິງຜູ້ທີ່ໄດ້ຮັບໃຊ້ຊາດ ແລະ ບໍ່ໄດ້ກັບຄືນມາບ້ານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG