ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໔ ມີນາ ໒໐໒໖

ສຫລ ກັບ ຫຼາຍສິບປະເທດ ສະເຫຼີມສະຫຼອງວັນແມ່ ໂດຍການໃຫ້ກຽດ ແກ່ມານດາ

ຊາຍເກົາຫຼີເໜືອ ກຳລັງຈ່າຍເງິນຄ່າດອກໄມ້ ຢູ່ຕໍ່ໜ້າຮ້ານດອກໄມ້ ທີ່ເມືອງ Pyongyang, ປະເທດ ເກົາຫຼີເໜືອ, ທີ່ສະຫລອງວັນແມ່ ຄືກັນ ກັບອີກຫລາຍສິບປະເທດ.
ຊາຍເກົາຫຼີເໜືອ ກຳລັງຈ່າຍເງິນຄ່າດອກໄມ້ ຢູ່ຕໍ່ໜ້າຮ້ານດອກໄມ້ ທີ່ເມືອງ Pyongyang, ປະເທດ ເກົາຫຼີເໜືອ, ທີ່ສະຫລອງວັນແມ່ ຄືກັນ ກັບອີກຫລາຍສິບປະເທດ.

ວັນ​ອາທິດ ທີ 10 ພຶດສະພາ ມື​້ນີ້ ແມ່ນວັນ​ແມ່​ແຫ່ງ​ຊາດ​ ຢູ່ໃນ​ສະຫະລັດ​ອາ​ເມ​ຣິກາ ​ແລະ ຫຼາຍ​ສິບປະ​ເທດໃນ​ທົ່ວ​ໂລກ.

ວັນ​ແມ່ ແມ່ນເວລາທີ່​ຜູ້​ຄົນ​ພາກັນສະເຫຼີ​ມສະ​ຫຼອງ ​ແລະສະ​ແດງ​ຄວາມຮູ້ບຸນຄຸນ​ ຕໍ່​ທຸກ​ວຽກ​ງານ​ທີ່​ແມ່​ຍິງ​ເຮັດ.

ອີ​ງຕາມ​ສາລະຄະ​ດີ​ຂອງໂທລະ​ພາບຊ່ອງ​ History ຫຼື
ປະຫວັດສາດ ວັນ​ແມ່​ໄດ້​ກາຍ​ເປັນວັນ​ພັກແຫ່ງ​ຊາດ​ຂອງ​ສະຫະລັດ ​ຢ່າງ​ເປັນ​ທາງການ ​ໃນ​ປີ 1914, ​ເນື່ອງ​ມາ​ຈາກຜົນງານ​ຂອງ​ນາງ Anna Jarvis, ຜູ້​ທີ່​ເຫັນ​ວັນພັກມື້​ນີ້​ ເປັນອີກ​ວິທີ
ໜຶ່ງສຳຫລັບໃຫ້​ກຽດ ແກ່ຄວາມ​ເສຍສະຫຼະ​ເພື່ອ​ລູກ ຂອງ​ບັນດາ​ແມ່​ທັງຫຼາຍ.

ນາງ Jarvis ​ໂດຍ​ດັ້ງ​ເດີ​ມ​ແລ້ວ ​ໄດ້​ຄິດ​ວ່າ ​ວັນ​ແມ່ເປັນ​ວັນ​ສະ​ເຫຼີ​ມສະຫຼອງ​ສ່ວນ​ຕົວ​
ລະຫວ່າງ​ແມ່ກັບຄອບຄົວ. ແຕ່​ວ່າ ​ຫຼັງຈາກ​ທີ່ວັນ​ແມ່ໄດ້​ກາຍ​ມາ​ເປັນ​ວັນພັກຢ່າງ​ເປັນ​ທາງ​ການ​ແລ້ວ, ບັນດາ​ຄົນ​ຂາຍ​ດອກ​ໄມ້, ບໍລິສັດ​ຜະລິດ​ບັດ​ອວຍພອນ ​ແລະ ພໍ່​ຄ້າ​ຊາວ​ຂາຍ​ອື່ນໆ ​ກໍ່​ພາກັນ ສວາຍ​ເອົາ​ປະໂຫຍ​ດ ສ້າງ​ລາຍໄດ້​ເພີ່ມ​ ໃນ​ມື້​ທີ່​ສຳຄັນ​ດັ່ງ​ກ່າວ.

ນາງ Jarvis ​ໄດ້​ສະ​ແດງ​ຄວາມ​ເບື່ອ​ໜ່າຍ ​ແລ​ະ ບໍ່​ຍອມຮັບວ່າ​ວັນພັກ​ດັ່ງ​ກ່າວ​ ​ເປັນ​ຜົນງານ​ຂອງ​ຕົນ ກ່ອນລາວເສຍ​ຊີວິດໄປໃນ​ປີ 1948. ລາວ​ຍັງຮອດ​ໄດ້ຊັກ​ຊວນໃຫ້​ລັດຖະບານ​ ລົບລ້າງ​ວັນ​ພັກ​ນັ້ນ​ອອກ​ຈາກ ​ປະຕິທິນ​ຂອງ ອາ​ເມຣິກາ.

​ແຕ່​ວ່າ​ວັນ​ແມ່ ກໍ່​ຍັງ​ຄົງ​ຢູ່. ມັນ​ເປັນ​ວັນພັກ​ທີ່​ໄດ້​ຮັບ​ຄວາມນິຍົມ​ທີ່​ສຸດ ​ ວັນໜຶ່​ງ​ ແລະ ​ເປັນໜຶ່ງ​ໃນວັນພັກ​ທີ່ໃຫຍ່​ທີ່​ສຸດ ສຳລັບ​ການ​ໃຊ້​ຈ່າຍ​ຂອງ​ ຜູ້​ບໍລິ​ໂພ​ກ.

ບໍ່​ແມ່ນ​ທຸກໆ​ປະ​ເທດ​ໃນ​ໂລກ ​ມີການ​ສະ​ເຫຼີ​ມສະຫຼອງ​ວັນແມ່ ​ໃນ​ວັນອາທິດ ​ສັບປະດາທີ 2 ​ຂອງ​ເດືອນພຶດສະພາ. ​ໃນ​ປະ​ເທດ​ໄທ, ວັນ​ແມ່ ​ແມ່ນສະ​ເຫຼີ​ມສະຫຼອງກັນ​ ໃນ​ເດື​ອນສິງ​ຫາ ເຊິ່ງ​ເປັນ​ວັນ​ຄ້າຍ​ວັນປະສູດ​ຂອງ ​ພະ​ລາຊິ​ນີຄົນ​ປະຈຸ​ບັນ. ​ໃນ​ປະ​ເທດ Ethiopia, ບັນດາ​ສະມາຊິກ​ໃນ​ຄອບຄົວ​ຈະ​ມາເຕົ້າ​ໂຮມ​ກັນຫຼາຍ​ມື້​ ເພື່ອ​ສະ​ເຫຼີມ ສະຫຼອງ​ນຳ​ກັນ​ ດ້ວຍ​ສຽງ​ເພງ ​ແລະອາ​ຫານ ເພື່ອ​ເປັນ​ກຽດ ​ໃຫ້​ແກ່​ຄວາມ​ເປັນແມ່.

XS
SM
MD
LG