ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານກາງ ສຫລ ປະເມີນ ການຊ່ອຍກູ້ໄພ ທີ່ Oklahoma (ວີດິໂອ/ສະໄລດ໌)


ຕຶກອາຄານ ແລະຊາກລົດໂອໂຕ ທີ່ໄດ້ຮັບຄວາມເສຍຫາຍ ຈາກລົມຫົວກຸດ Tornado ທີ່​ເມືອງ Moore ລັດ Oklahoma.
ຕຶກອາຄານ ແລະຊາກລົດໂອໂຕ ທີ່ໄດ້ຮັບຄວາມເສຍຫາຍ ຈາກລົມຫົວກຸດ Tornado ທີ່​ເມືອງ Moore ລັດ Oklahoma.
ທ່ານນາງ Janet Napolitano ລັດຖະມົນຕີກະຊວງ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ​ຂອງ​ສະຫະລັດ ເດີນທາງ​ໄປລັດ Oklahoma ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ປະ​ເມີນ​ເບິ່ງ​ການ​ປະຕິບັດ​ງານ​ຊ່ອຍກູ້​ໄພ ​ໃນ​ເມືອງ Moore ທີ່​ໄດ້​ຖືກ​ພາຍຸ Tornado ກະທົບຢ່າງ​ຮ້າຍແຮງ ທີ່​ພາ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 24 ຄົນ ​ແລະ 240 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກະຊວງ​ຂອງທ່ານນາງ Napolitano ​ແມ່ນ​ກວມທັງ ຫ້ອງການ​ຊ່ວຍ​ເຫລືອ​ສຸກ​ເສີນ​ຂອງ​ລັດຖະ ບານ​ກາງ ຫລື FEMA ຊຶ່ງ​ມີ​ທີ​ມງານ ກໍາລັງ​ຂຸ້ນຂ້ຽວ ​ໃຫ້ການຊ່ອຍ​ເຫຼືອ​ໃນ​ການ​ຊອກ​ຄົ້ນ​ຫາ ແລະກູ້​ໄພ ​ຕີ​ລາຄາ​ຄວາມ​ເສຍ​ຫາຍ ​ແລະ​ສະໜອງ​ການຊ່ອຍ​ເຫຼືອຂອງ​ລັດ​ຖະ​ບານ​ກາງ ​ໃຫ້​ແກ່​ພວກ​ຊາວ​ເມືອງ​ທີ່​ໄດ້​ຮັບ​ເຄາະ​ຍ້ອນໄພ​ພິບັດ​ ຈາກພາຍຸ Tornado ຂອງ​ວັນ​ຈັນ​ແລ້ວ​ນີ້.

Recovery Efforts Underway in Tornado Struck Oklahoma
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ

ພາຍຸດັ່ງກ່າວ ​ໄດ້​ທໍາລາຍ​ ອານາ​ເຂດ​ອັນ​ກວ້າງໃຫຍ່ຂອງ ​ເມືອງ Moore ທາງ​ພາກ​ກາງ​ຂອງສະຫະລັດ ດ້ວຍ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ອຸຕຸນິຍົມ ກ່າວ​ວ່າ​ ລົມ​ແຮງ​ທີ່ມີ​ຄວາມ​ໄວ​ຢ່າງ​ນ້ອຍ 322 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ.

​ຫົວໜ້າໜ່ວຍດັບ​ເພິີງຂອງ​ເມືອງກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພຈະ​ບໍ່​ລົດ​ລະຄວາມ​ພະຍາ ຍາມ​ຊອກ​ຄົ້ນ​ຫາພວກ​ທີ່​ອາດ​ຈະ​ຍັງ​ມີ​ຊີວິດ​ລອດ​ຢູ່​ນັ້ນ ​ແລະ​ວາງ​ແຜນ​ທີ່​ຈະ​ຮື້​ຄົ້ນ​ຕາມຊາກ​ຫັກ​ພັກ​ຂ​ອງ​ແຕ່​ລະ​ຕຶກອາຄານ ຢ່າງ​ນ້ອຍ 3 ​ເທື່ອ.



ປະທານ​ນາ​ທິບໍດີ Barrack Obama ​ໄດ້​ປະກາດໃຫ້ເຂດນະຄອນ Oklahoma ​City ເປັນ​ເຂດ​ຫາ​ຍະ​ນະ​ຮ້າຍ​ແຮງ ຍ້ອນ​ໄພພິບັດ​ຈາກພາຍຸ Tornado ລູກ​ນີ້. ທ່ານ​ກ່າວ​ວ່າ ​ຊາວເມືອງ Moore ນັ້ນ​ຈະ​ບໍ່​ຢູ່​ໂດດ​ດ່ຽວ​ລໍາພັງ​ຜູ້​ດຽວ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພື້ນ​ຕົວ​ຄືນ​ແລະ ສ້າງສາ​ພັດທະນາ​ຄືນ​ໃໝ່.

“ຊາວເມືອງ Moore ຄວນ​ຮູ້​ວ່າ ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ ຈະ​ຢູ່​ຄຽງ​ບ່າ​
ຄຽງ​ໄລ່​ຊ່ວຍ​ເຫລືອ ພວກ​ເຂົາ​ເຈົ້າຢູ່​ທີ່​ນັ້ນ ດົນ​ເທົ່າ​ທີ່​ຈໍາ​ເປັນ ເພາະ​ວ່າບ້ານ​ເຮືອນ​
ແລະໂຮງຮຽນ ທີ່​ຈະ​ຕ້ອງໄດ້ສ້າງສາ​ຄືນ​ໃໝ່ ມີຫ້າງ​ຮ້ານ​ທຸລະ​ກິດ​ແລະ​ໂຮງ​
ພະຍາບານ ທີ່ຈະ​ຕ້ອງ​ໄດ້ເປີດ​ຄືນ​ໃໝ່ ມີ​ພໍ່​ແມ່​ທີ່ເສຍ​ລູກ​ເຕົ້າ​ໄປ ທີ່ຈະ​ຕ້ອງ
ໄດ້ປອບ​ໂຍນ ມີ​ພວກ​ໄປ​ຊ່ວຍ​ກູ້​ໄພ​ ຊຸດ​ທໍາ​ອິດ​ທີ່​ຈະ​ຕ້ອງ​ໄດ້​ປອບ​ໂຍນ​ຄື​ກັນ
​ແລະ​ແນ່ນອນ​ ມີພວກ​ເດັກນ້ອຍ​ທີ່​ຕົກ​ໃຈ ອົກ​ສັ່ນ​ຂັວນຫາຍ ທີ່​ມີ​ຄວາມ​ຈໍາ​ເປັນ
ຢ່າງ​ຍິ່ງ​ ທີ່​ເຮົາ​ຈະຕ້ອງໃຫ້​ຄວາມ​ຮັກ​ແລະຄວາ​ມເອົາ​ໃຈ​ໃສ່​ ຢ່າງ​ຕໍ່​ເນື່ອງ​ແລະ​
ຕະຫຼອດ​ໄປ.”


​ເມື​ອງ Moore ​ຕັ້ງ​ຢູ່​ໃນ​ເຂດ​ຊານເມືອງ​ Oklahoma City ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ລັດ Oklahoma. ພາຍຸ Tornado ເຄີ​ຍໄດ້​ປະ​ທະ​ເມືອງ​ນີ້​ມາ​ແລ້ວ ໃນ​ປີ 1999.
ຫລັງ​ຈາກ​ຢ້ຽມຢາມ​ເມືອງ Moore ​ແລ້ວ ໃນ​ບ່າຍ​ວັນພຸດ​ມື້​ນີ້ ທ່ານນາງ Napolitano ຈະເດີນທາງ​ໄປ​ ທີ່​ເມືອງ Joplin ລັດ Missouri ​ເພື່ອ​ຮ່ວມ​ພິທີ​ຄົບຮອບ 2 ປີ ຂອງ Tornado ລູກ​ນຶ່ງ ທີ່​ໄດ້​ສັງຫານ 161 ຄົນ ໃນວັນ​ທີ 22 ​ເດືອນ ພຶດສະພາ 2011 ຊຶ່ງ​ເປັນ​ໄພພິບັດ​ຂອງ​ລົມ​ພາຍຸ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ສະຫະລັດ ​ໃນ​ຮອບ 6 ທົດ​ສະ​ວັດ.
Oklahoma Tornado Victims Share Stories of Survival
please wait

No media source currently available

0:00 0:01:19 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG