ອົງການສືບລັບສະຫະລັດ ໄດ້ສະແດງການສະໜັບສະໜູນຕໍ່ຄູ່ຮ່ວມມືທາງກົດ ໝາຍຂອງທ້ອງຖິ່ນໃນວັນອັງຄານມື້ນີ້ ທ່າມກາງການວິຈານກ່ຽວກັບຄວາມປອດໄພຢູ່ທີ່ການໂຮມຊຸມນຸມທາງການເມືອງໃນລັດເພັນຊີລເວເນຍ ບ່ອນທີ່ມືປືນພະຍາຍາມລອບສັງຫານອະດີດປະທານາທິບໍດີ ດໍໂນລ ທຣໍາ.
ອົງການສືບລັບກ່າວຢູ່ຖະແຫຼງການຂອງຕົນໃນເຊົ້າຂອງວັນອັງຄານມື້ນີ້ວ່າ “ພວກເຮົາຂໍຂອບໃຈຢ່າງເລິກເຊິ່ງຕໍ່ບັນດາເຈົ້າໜ້າທີ່ທີ່ແລ່ນເຂົ້າໄປສູ່ອັນຕະລາຍເພື່ອຊອກຫາມືປືນ ແລະບັນດາຄູ່ຮ່ວມມືທ້ອງຖິ່ນຂອງພວກເຮົາ ສຳລັບການ ປະຕິບັດງານທີ່ເຂັ້ມແຂງຂອງພວກເຂົາເຈົ້າ, ຂ່າວໃດໆກໍຕາມທີ່ກ່າວວ່າອົງການ ສືບລັບໄດ້ທໍາການປະນາມຜູ້ຮັກສາກົດໝາຍທ້ອງຖິ່ນກ່ຽວກັບເຫດການໃນວັນເສົາແລ້ວນີ້ ແມ່ນບໍ່ມີມູນຄວາມຈິງ.”
ເຈົ້າໜ້າທີ່ສືບລັບໄດ້ບັນລະຍາຍເຖິງສິ່ງທີ່ເກີດຂຶ້ນວ່າ ເປັນຄວາມລົ້ມແຫຼວຂອງໜ່ວຍງານທີ່ຮັບຜິດຊອບໃນການປົກປ້ອງບັນດາຜູ້ນຳສະຫະລັດ.
ແຜນການຮັກສາຄວາມປອດໄພໃນການໂຮມຊຸມນຸມສໍາລັບວັນເສົາແລ້ວນີ້ ໄດ້ເຮັດໃຫ້ໜ່ວຍງານສືບລັບຮັບຜິດຊອບໃນຂົງເຂດທີ່ເກີດເຫດການທັນທີທັນໃດ, ໃນຂະນະທີ່ຫລັງຄາຖືກນໍາໃຊ້ໂດຍມືປືນ ເຊິ່ງມີໄລຍະຫ່າງປະມານ 150 ແມັດຈາກບ່ອນທີ່ ທ່ານ ທຣໍາ ກ່າວຢູ່ນັ້ນ ແມ່ນຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ.
ຜູ້ຄົນຈໍານວນນຶ່ງທີ່ຢູ່ໃນການໂຮມຊຸມນຸມກ່າວວ່າ ພວກເຂົາເຈົ້າໄດ້ພາກັນຮ້ອງ ໃສ່ເຈົ້າໜ້າທີ່ຕຳຫຼວດ ເມື່ອພວກເຂົາເຫັນມືປືນຢູ່ເທິງຫຼັງຄາຂອງຕຶກອາຄານ ທີ່ຢູ່ໃກ້ຄຽງ. ວິດີໂອຈາກສະຖານທີ່ເກີດເຫດ ສະແດງໃຫ້ເຫັນເຖິງການ ເຕືອນໄພດັ່ງກ່າວນັ້ນ ມີຂຶ້ນຫຼາຍກວ່ານຶ່ງນາທີ ກ່ອນທີ່ປືນຈະຍິງໃສ່ ທ່ານ ທຣໍາ.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ທ່ານ ອາເລຮານໂດຣ ມາຢໍຄາສ (Alejandro Mayorkas) ຜູ້ເຊິ່ງຮັບຜິດຊອບ ທັງໜ່ວຍງານສືບລັບ ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ໂດຍຄາດວ່າ ຈະດໍາເນີນການສືບສວນສອບສວນທີ່ເປັນອິດສະຫຼະຂຶ້ນພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້.
ຟໍຣັມສະແດງຄວາມຄິດເຫັນ