ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ກະຊວງ ຮັກສາຄວາມປອດໄພພາຍໃນ ກ່າວວ່າ “ເຂດຊາຍແດນ ແມ່ນປອດໄພ”


ເຈົ້າໜ້າທີ່ລາດຕະເວດເຂດຊາຍ ສະຫະລັດ ຍ່າງກັບຜູ້ຂໍລີ້ໄພທີ່ເປັນເດັກນ້ອຍທີ່ບໍ່ມີພໍ່ແມ່ມານຳຈາກພາກພື້ນອາເມຣິກາກາງ ໃນຂະນະທີ່ຄົນອື່ນໆພັກອາໄສຢູ່ໃກ້ກັບເດີນກິລາເບສບອລ ຫຼັງຈາກໄດ້ຂ້າແມ່ນໍ້າ ຣີໂອ ກຣານເດ ເຂົ້າມາໃນ ສະຫະລັດ ຈາກ ເມັກຊິໂກ ດ້ວຍເຮືອແພ, ເມືອງ ລາ ໂຮຢາ, ລັດ ເທັກຊັສ. 19 ມີນາ, 2021.
ເຈົ້າໜ້າທີ່ລາດຕະເວດເຂດຊາຍ ສະຫະລັດ ຍ່າງກັບຜູ້ຂໍລີ້ໄພທີ່ເປັນເດັກນ້ອຍທີ່ບໍ່ມີພໍ່ແມ່ມານຳຈາກພາກພື້ນອາເມຣິກາກາງ ໃນຂະນະທີ່ຄົນອື່ນໆພັກອາໄສຢູ່ໃກ້ກັບເດີນກິລາເບສບອລ ຫຼັງຈາກໄດ້ຂ້າແມ່ນໍ້າ ຣີໂອ ກຣານເດ ເຂົ້າມາໃນ ສະຫະລັດ ຈາກ ເມັກຊິໂກ ດ້ວຍເຮືອແພ, ເມືອງ ລາ ໂຮຢາ, ລັດ ເທັກຊັສ. 19 ມີນາ, 2021.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ ອາເລຮານໂດຣ ມາຢໍຄາສ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂດຊາຍແດນທາງພາກຕາເວັນຕົກສຽງໃຕ້ຂອງປະເທດຕິດກັບ ເມັກຊິໂກ ແມ່ນ “ປອດໄພ” ແລະ “ປິດ,” ເຖິງແມ່ນວ່າຜູ້ຍົກຍ້າຍຖິ່ນຖານຫຼາຍພັນຄົນຈາກພາກພື້ນ ອາເມຣິກາກາງ ໄດ້ພາກັນຫຼັ່ງໄຫຼເຂົ້າມາໃນ ສະຫະລັດ ໃນລະດັບທີ່ສູງທີ່ສຸດໃນຮອບ 20 ປີກໍຕາມ.

ປັດຈຸບັນນີ້ ສະຫະລັດ ແມ່ນກຳລັງຄວບຄຸມເດັກນ້ອຍຍົກຍ້າຍຖິ່ນຖານທີ່ບໍ່ມີພໍ່ແມ່ມານຳ 15,000 ຄົນ, ແຕ່ທ່ານ ມາຢໍຄາສ ໄດ້ກ່າວວ່າ ສະຫະລັດ ມີພັນທະພາຍໃຕ້ກົດໝາຍຂອງເຂົາເຈົ້າ ເພື່ອເບິ່ງ ແຍງເດັກນ້ອຍພວກນັ້ນ, ແທນທີ່ຈະຂັບໄລ່ເຂົາເຈົ້າກັບປະເທດຄືກັບນະໂຍບາຍຂອງອະດີດປະ ທານາທິບໍດີ ດໍໂນລ ທຣຳ.

ທ່ານ ມາຢໍຄາສ ໄດ້ກ່າວວ່າ ມັນ “ຜິດ” ທີ່ຈະເວົ້າວ່າພວກເດັກນ້ອຍທີ່ວ່ານັ້ນ “ໄດ້ຖືກປະຕິບັດນຳຢ່າງມີມະນຸດສະທຳ” ພາຍໃຕ້ລັດຖະບານທ່ານ ທຣຳ.

ທ່ານໄດ້ກ່າວ ຕໍ່ລາຍງການ “Fox News Sunday” ວ່າ “ລັດຖະບານກ່ອນໄດ້ທຳລາຍຂັ້ນຕອນການຂໍລີ້ໄພ. ພວກເຮົາໄດ້ຮຽກຮ້ອງຄອບຄົວຕ່າງໆ ບໍ່ໃຫ້ສົ່ງລູກຂອງເຂົາເຈົ້າ” ໄປເຂດຊາຍແດນ. ແຕ່ຖ້າພວກເດັກນ້ອຍຂ້າມເຂົ້າມາໃນ ສະຫະລັດ, ທ່ານໄດ້ກ່າວວ່າເຂົາເຈົ້າຈະຖືກເບິ່ງແຍງເປັນເວລາຫຼາຍວັນ, ຖືກສົ່ງໄປໃຫ້ພີ່ນ້ອງຂອງເຂົາເຈົ້າທີ່ອາໄສຢູ່ໃນ ສະຫະລັດ ຫຼືມອບໃຫ້ຄົນທີ່ຖືກ ກວດສອບແລ້ວທີ່ຍິນດີຈະເບິ່ງແຍງເຂົາເຈົ້າ.

ທ່ານໄດ້ກ່າວວ່າ “ນີ້ແມ່ນກ່ຽວກັບເດັກນ້ອຍທີ່ມີຄວາມສ່ຽງ. ພວກເຮົາສາມາດດຳເນີນການນຳເຂົາ ເຈົ້າດ້ວຍວິທີທີ່ປອດໄພ ແລະ ເປັນລະບຽບ. ພວກເຮົາຈະປະສົບຄວາມສຳເລັດ.”

ຜູ້ໃຫຍ່ໂສດ ແລະ ຄອບຄົວຕ່າງໆທີ່ເດີນທາງຮອດເຂດຊາຍແດນແມ່ນຖືກສົ່ງກັບໄປ ເມັກຊິໂກ ພາຍໃຕ້ນະໂຍບາຍຄົນເຂົ້າເມືອງ ສະຫະລັດ ໃນປັດຈຸບັນ.

ໃນວັນອາທິດວານນີ້, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າທ່ານມີແຜນທີ່ຈະຢ້ຽມຢາມເຂດຊາຍແດນຕິດກັບ ເມັກຊິໂກ “ຢູ່ຈຸດດຽວກັນ.” ທ່ານໄດ້ເວົ້າວ່າ ລັດຖະບານຂອງທ່ານໄດ້ເຮັດວຽກເພື່ອຮັບປະກັນວ່າຜູ້ທີ່ອາດເປັນຜູ້ຍົກຍ້າຍຖິ່ນຖານນັ້ນ ໄດ້ສະໝັກສຳລັບຂໍລີ້ໄພໃນປະເທດບ້ານເກີດຂອງເຂົາເຈົ້າ.

ທ່ານໄດ້ກ່າວວ່າ “ເຂົາເຈົ້າສາມາດຢູ່ໃນສະຖານທີ່ ແລະ ອະທິບາຍ ກ່ຽວກັບ ກໍລະນີຂອງເຂົາເຈົ້າ ຈາກປະເທດບ້ານເກີດຂອງເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG