ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກລະດັບການເຕືອນ ໃຫ້ລະວັງການກໍ່ການຮ້າຍ (ເບິ່ງວີດີໂອ)


ໂຄສົກຂອງທຳນຽບຂາວ ທ່ານ Jay Carney
ໂຄສົກຂອງທຳນຽບຂາວ ທ່ານ Jay Carney

ສະຫະລັດໄດ້ເພີ່ມລະດັບການເຕືອນຕໍ່ຄ້າຍທະຫານພາຍໃນປະເທດແຫ່ງຕ່າງໆຂອງຕົນ
ບໍ່ເທົ່າໃດມື້ກ່ອນວັນຄົບຮອບ 10 ປີ ໃນການໂຈມຕີຂອງພວກກໍ່ການຮ້າຍເມື່ອວັນທີ 11
ກັນຍາ ປີ 2001 ທີ່ນະຄອນນິວຢອກແລະທຳນຽບ 5 ແຈ.

ໂຄສົກຂອງທຳນຽບ 5 ແຈ ທ່ານ George Little ກ່າວໃນມື້ວັນພຸດວານນີ້ວ່າ ການເຄື່ອນ
ໄຫວທີ່ວ່ານີ້ແມ່ນເພື່ອເປັນການເອົາມາດຕະການລະວັງລ່ວງໜ້າ ແລະບໍ່ແມ່ນຜົນຂອງການ
ຂົ່ມຂູ່ທີ່ສະເພາະເຈາະຈົງໃດນຶ່ງ.

ໂຄສົກຂອງທຳນຽບຂາວທ່ານ Jay Carney ກໍ​ໄດ້ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງການ
ຖະແຫຼງຂ່າວທີ່ນຳນຽບຂາວວ່າ ບໍ່ໄດ້ມີການຂົ່ມຂູ່ທີ່ສະເພາະເຈາະຈົງໃດນຶ່ງແຕ່ກໍເວົ້າວ່າ ກຸ່ມ
ອາລກາຍດາ ເຄີຍ​ໄດ້ສະແດງຄວາມສົນໃຈ ​ໃນການໂຈມຕີເນື່ອງໃນໂອກາດວັນຄົບຮອບດັ່ງ
ກ່າວມາກ່ອນ.

ເບິ່ງວີດີໂອ ກ່ຽວກັບການໂຈມຕີເມື່ອວັນທີ 11 ເດືອນກັນຍາ 2011:

XS
SM
MD
LG