ລັດຖະມົນຕີວ່າການກະຊວງການເງິນ ຂອງສະຫະລັດ ທ່ານສຕີບເວັນ ມະນູຈິນ ຜູ້ທີ່
ກຳລັງຢູ່ໃນນະຄອນຫຼວງປັກກິ່ງ ໃນຂະນະນີ້ ໄດ້ຂຽນລົງທວີດເຕີ ໃນວັນສຸກ ມື້ນີ້ ວ່າ
ທ່ານໄດ້ເຈລະຈາແບບ “ສ້າງສັນ” ກັບຮອງນາຍົກຈີນ ທ່ານ ລິວ ເຮ.
ທ່ານມະນູຈິນ ໄດ້ຂຽນວ່າ “@USTradeRep ແລະຂ້າພະເຈົ້າ ໄດ້ສະຫຼຸບການເຈ
ລະຈາ ດ້ານການຄ້າ ທີ່ສ້າງສັນ ໃນປັກກິ່ງ. ຂ້າພະເຈົ້າຍິນດີທີ່ຈະຕ້ອນ ຮັບຮອງ
ນາຍົກຈີນ ທ່ານ ລິວ ເຮ ໃນການສືບຕໍ່ ການປຶກສາຫາລື ທີ່ສຳຄັນເຫຼົ່ານີ້ ຢູ່ໃນ
ນະຄອນຫຼວງ ວໍຊິງຕັນ ໃນສັບປະດາໜ້ານີ້. #USEmbassyChina”.
ເປັນໄປໄດ້ວ່າ ຂໍ້ຕົກລົງສະບັບໃໝ່ ອາດຈະຍຸຕິ ການເກັບພາສີຂະໜາດໃຫຍ່ ຂອງ
ທັງສອງ ປະເທດ ທີ່ໄດ້ວາງໃສ່ກັນແລະກັນ ໃນລະຫວ່າງ 8 ເດືອນຜ່ານມາ. ສະຫະລັດ
ໄດ້ເກັບພາສີ ຕໍ່ສິນຄ້າຂາເຂົ້າຂອງຈີນ ມູນຄ່າ 250 ຕື້ໂດລາ ໃນຂະນະດຽວກັນ ຈີນ ກໍ
ໄດ້ວາງມາດຕະການເກັບພາສີ ຕໍ່ສິນຄ້າຕ່າງໆ ຂອງສະຫະລັດ ໃນມູນຄ່າປະມານ
110 ຕື້ໂດລາ ເຊັ່ນກັນ.
ສະຫະລັດ ຮຽກຮ້ອງໃຫ້ຈີນປ່ຽນແປງນະໂຍບາຍດ້ານອຸດສາຫະກຳ ຫຼາຍໆຢ່າງ ທີ່
ລວມທັງ ຍຸຕິການແຊກແຊງຕະຫຼາດຂະໜາດໃຫຍ່ ໂດຍທາງການ ການໃຫ້ເງິນອຸດ
ໜຸນແກ່ອຸດສາຫະກຳຕ່າງໆ ແລະການກ່າວຫາ ກ່ຽວກັບ ການລັກຂະໂມຍເອົາ
ເທັກໂນໂລຈີ ຂອງອາເມຣິກາ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ
ທ່ານໝັ້ນໃຈວ່າ ສະຫະລັດ ຈະສາມາດຕົກລົງກັນໄດ້ກັບຈີນ ແຕ່ທ່ານກ່າວ ຕື່ມວ່າ
“ຖ້າອັນນີ້ ບໍ່ແມ່ນຂໍ້ຕົກລົງທີ່ດີເລີດ ຂ້າພະເຈົ້າ ກໍຈະບໍ່ຕົກລົງຮັບເອົາ.”
ທີ່ປຶກສາດ້ານເສດຖະກິດ ຂອງທຳນຽບຂາວ ທ່ານແລຣີ ຄູດໂລ ກ່າວວ່າ ການເຈລະຈາ
ດັ່ງກ່າວ ແມ່ນບໍ່ຖືກຈຳກັດໂດຍເວລາ ແລະອາດຈະໃຊ້ເວລາດົນຫຼາຍ ສັບປະດາ ຫຼື
ແມ່ນ ກະທັງຫຼາຍເດືອນກໍເປັນໄດ້.