ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Holbrooke ເຖິງແກ່ມໍລະນະກຳ


ທູດພິເສດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງອັຟການິສຖານ ແລະ ປາກິສຖານ ທ່ານ Richard Holbrooke
ທູດພິເສດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງອັຟການິສຖານ ແລະ ປາກິສຖານ ທ່ານ Richard Holbrooke

ທ່ານ Richard Holbrooke
ນັກການທູດອະວຸໂສ ຂອງສະ
ຫະລັດ ທີ່ກຳຕຳແໜ່ງ ທູດພິ
ເສດ ຂອງສະຫະລັດ ຮັບຜິດ
ຊອບກ່ຽວກັບເລື່ອງອັຟການິສ
ຖານແລະປາກິສຖານນັ້ນ ໄດ້
ເຖິງແກ່ມໍລະນະກຳ​ແລ້ວ ໃນ
ມື້ວັນຈັນວານນີ້ຮວມອາຍຸໄດ້
69 ປີ.

ທ່ານ Holbrooke ໄດ້ເກີດ
ອາການເສັ້ນເລືອດແຕກໃນລະ
ຫວ່າງ ທີ່ມີ​ປະຊຸມກັບລັດຖະ
ມົນຕີການຕ່າງປະເທດສະຫະ
ລັດ ທ່ານນາງ Hillary Clinton ຢູ່ທີ່ກະຊວງການຕ່າງປະເທດສະຫະລັດ. ທ່ານໄດ້ຖືກ
ສົ່ງໂຕຢ່າງຮີບດ່ວນໄປຍັງໂຮງພະຍາບານແຫ່ງນຶ່ງ​ໃນນະຄອນຫຼວງວໍຊິງຕັນບ່ອນທີ່ທ່ານ
ໄດ້​ເຂົ້າ​ຮັບການຜ່າຕັດ ເປັນເວລາ 20 ຊົ່ວໂມງ ເພື່ອປົວແປງເສັ້ນເລືອດໃຫຍ່ ທີ່ນຳເອົາ
ເລືອດຈາກໝາກຫົວໃຈໄປຫຼໍ່ລ້ຽງສ່ວນອື່ນໆຂອງຮ່າງກາຍທີ່ໄດ້ແຕກນັ້ນແລະຕິດຕາມ
ດ້ວຍການຜ່າຕັດອີກເທື່ອນຶ່ງໃນມື້ວັນອາທິດ.

ໃນຕອນແລງຂອງວັນຈັນວານນີ້ປະທານາທິບໍດີບາຣັກ ໂອບາມາໄດ້ອອກຖະແຫຼງຂ່າວ
ສະບັບນຶ່ງເວົ້າວ່າ ທ່ານຮູ້ສຶກເສົ້າສະຫຼົດໃຈເປັນທີ່ສຸດ ໃນການເຖິງແກ່ມໍລະນະກຳຂອງ
ທ່ານ Holbrooke.

ທ່ານເອີ້ນນັກການທູດອະວຸໂສທ່ານນີ້ວ່າ ເປັນນັກນະໂຍບາຍການຕ່າງປະເທດອະເມຣິ
ກັນທີ່ຍິ່ງໃຫຍ່ຢ່າງແທ້ຈິງ ທີ່ເຮັດໃຫ້ສະຫະລັດມີຄວາມເຂັ້ມແຂງ ປອດໄພແລະເປັນທີ່ນັບ
ຖືເພີ່ມຂຶ້ນ.

ລັດຖະມົນຕີການຕ່າງປະເທດ Clinton ເອີ້ນທ່ານ Holbrooke ວ່າ ເປັນນຶ່ງໃນບັນດາ
ແຊມປ້ຽນທີ່ເກັ່ງທີ່ສຸດ ແລະເປັນລັດຖະກອນ ທີ່ໄດ້ອຸທິດຕົນໃຫ້ແກ່ວຽກງານ ຫລາຍທີ່
ສຸດຄົນ​ນຶ່ງ.

ໃນຕອນເຊົ້າຂອງມື້ວານນີ້ ທ່ານນາງ Clinton ກ່າວວ່າ ການໃຫ້ຄວາມສະໜັບສະໜຸນ
ໄດ້ຫຼັ່ງໄຫຼມາຈາກທົ່ວໂລກ ສຳລັບນັກການທູດທ່ານ​ນີ້ ທີ່ທ່ານນາງເວົ້າວ່າ ໄດ້ສະລະເວ
ລາເກືອບ 50 ປີຂອງທ່ານ ເພື່ອຮັບໃຊ້ສະຫະລັດ.

ໃນບັນດາພວກທີ່ໂທລະສັບມານັ້ນ ກໍມີປະທານາທິບໍດີອັຟການິສຖານທ່ານຮາມິດ ກາ
ໄຊ ແລະປະທານາທິບໍດີປາກິສຖານ ທ່ານ Asif Ali Zardari.

XS
SM
MD
LG