ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂໍຝັງສົບທ່ານວັງປາວ ຢູ່ສຸສານແຫ່ງຊາດ ຖືກປະຕິເສດ


ຫີບສົບຂອງມື້ລາງນາຍພົນວັງປາວ ວີລະຊົນແລະຜູ້ນຳປະຊາຄົມລາວມົ້ງ ຖືກຫາມລົງຈາກລໍ້ທີ່ແກ່ດ້ວຍມ້າ ໃນຕອນເລີ້ມຕົ້ນຂອງພິທີສົ່ງສະການ ເປັນເວລາ 6 ມື້ທີ່ເມືອງ Fresno ລັດກາລີຟໍເນຍ (4 ກຸມພາ 2011)
ຫີບສົບຂອງມື້ລາງນາຍພົນວັງປາວ ວີລະຊົນແລະຜູ້ນຳປະຊາຄົມລາວມົ້ງ ຖືກຫາມລົງຈາກລໍ້ທີ່ແກ່ດ້ວຍມ້າ ໃນຕອນເລີ້ມຕົ້ນຂອງພິທີສົ່ງສະການ ເປັນເວລາ 6 ມື້ທີ່ເມືອງ Fresno ລັດກາລີຟໍເນຍ (4 ກຸມພາ 2011)

ກອງທັບສະຫະລັດ ໄດ້ປະຕິເສດຕໍ່ການຮ້ອງຂໍ ທີ່ຈະ
ອະນຸຍາດໃຫ້ນຳເອົາສົບຂອງມື້ລາງນາຍພົນວັງປາວ
ອະດີດນາຍທະຫານ ຂອງກອງທັບແຫ່ງລາດຊະອາ
ນາຈັກລາວຊຶ່ງເປັນພັນທະມິດຂອງສະຫະລັດໃນປາງ
ສົງຄາມຫວຽດນາມ ໄປຝັງທີ່ສຸສານແຫ່ງຊາດ ອາຣ໌-
ລິງຕັນ.

ເຈົ້າໜ້າທີ່ໄດ້ແຈ້ງໃຫ້ທາງຄອບຄົວແລະຍາດມິດຂອງ
ມື້ລາງທ່ານວັງປາວຊາບ ກ່ຽວກັບການຕັດສິນໃຈດັ່ງ
ກ່າວ ໃນມື້ວັນສຸກວານນີ້ ຂະນະທີ່ພວກໄວ້ທຸກ ຈຳ
ນວນຫຼາຍຮ້ອຍຄົນໄດ້ໄປໂຮມຊຸມນຸມກັນ ທີ່ລັດຄາລີ
ຟໍເນຍທາງພາກຕາເວັນຕົກຂອງສະຫະລັດ ເພື່ອເລີ່ມ ພິທີສົງສະການເປັນເວລາ 6 ມື້ຢູ່ທີ່ນັ້ນ.

ສຸສານຫຼືປ່າຊ້າແຫ່ງຊາດອາຣ໌ລິງຕັນ ຊຶ່ງຕັ້ງຢູ່ນອກ
ນະຄອນຫຼວງວໍຊິງຕັນເປັນບ່ອນຝັງສົບທີ່ສຳຄັນອັນ
ດັບນຶ່ງ ສຳລັບສະມາຊິກຂອງກອງທັບສະຫະລັດ
ແລະກໍຖືກັນວ່າການໄດ້ຖືກນຳໄປຝັງຢູ່ທີ່ນັ້ນ ແມ່ນເປັນກຽດອັນສູງສົ່ງ.

ທ່ານ Jim Costa ສະມາຊິກສະພາຕໍ່າສະຫະລັດຈາກລັດກາລີຟໍເນຍ ແມ່ນເປັນຜູ້ນຳພາໃນ
ການຮ້ອງຂໍອະນຸຍາດ ໃຫ້ນໍາເອົາສົບຂອງມື້ລາງຜູ້ນໍາທາງທະຫານ ຊຶ່ງເປັນທີ່ເຄົາລົບນັບຖື
ຂອງຊາວມົ້ງໄປຝັງທີ່ສຸສານດັ່ງກ່າວ ແຕ່ອີງຕາມລາຍງານຂອງອົງການຂ່າວຝຣັ່ງແລ້ວໂຄສົກ
ຂອງກອງທັບສະຫະລັດແຈ້ງໃຫ້ຍາດມິດຂອງມື້ລາງທ່ານວັງປາວຊາບວ່າ ຄະນະກໍາມະການ
ທົບທວນຕ້ອງການຢາກຈະສະຫງວນບ່ອນຝັງສົບໄວ້ໃຫ້ແກ່ທະຫານອະເມຣິກັນ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ສົບຂອງມື້ລາງທ່ານວັງປາວ ຈະຖືກນໍາໄປຝັງຢູ່ບ່ອນໃດແທ້
ຖ້າແຜນການຂໍອຸທອນ ຫາກຖືກປະຕິເສດ.

XS
SM
MD
LG