ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລົງໂທດ ຄັ້ງໃໝ່ ຕໍ່ເຈົ້າໜ້າທີ່ ແບ່ງແຍກ ດິນແດນ ຢູເຄຣນ ແລະ ຣັດເຊຍ


ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານສະຕີເວນ ມະນຸກຊິນ.
ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານສະຕີເວນ ມະນຸກຊິນ.

ກະຊວງການເງິນສະຫະລັດ ໄດ້ປະກາດກ່ຽວກັບການລົງໂທດຄັ້ງໃໝ່ຕໍ່ຊາວຣັດເຊຍ
ແລະຊາວຢູເຄຣນ ທີ່ພົວພັນກັບການທີ່ຣັດເຊຍປະກາດ ຮວມເອົາເຂດໄຄຣເມຍເຂົ້າ ເປັນດິນແດນສ່ວນນຶ່ງຂອງຕົນ ໂດຍຫ້າມພວກເຂົາເຈົ້າ ບໍ່ໃຫ້ເຮັດທຸລະກິດ ກັບຊາວ
ອາເມຣິກັນ ແລະກັກຊັບສິນໃດໆທີ່ພວກເຂົາເຈົ້າມີຢູ່ພາຍໃນເຂດອຳນາດສານຂອງ
ສະຫະລັດ.

ລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມະນຸກຊິນ (Steven Mnuchin) ກ່າວ
ໃນວັນສຸກວານນີ້ວ່າ “ລັດຖະບານສະຫະລັດມີຄວາມໝັ້ນໝາຍທີ່ຈະຮັກສາອະທິປະ
ໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນໄວ້ ແລະຈະແນເປົ້າໝາຍໃສ່ພວກທີ່
ພະຍາຍາມບ່ອນທຳລາຍຕໍ່ຂໍ້ຕົກລົງມິງຄ໌” ຊຶ່ງອ້າງອີງເຖິງຂໍ້ຕົກລົງທີ່ຣັດເຊຍ ແລະຢູ
ເຄຣນມີພັນທະທີ່ຈະຕ້ອງໃຫ້ການສະໜັບສະໜຸນການຢຸດຍິງ ຖອນອາວຸດໜັກແລະ
ສະໜັບສະໜຸນການປະຕິຮູບ ກ່ຽວກັບການເລືອກຕັ້ງ.

ການລົງໂທດຄັ້ງໃໝ່ນີ້ ແມ່ນແນເປົ້າໝາຍໃສ່ ເຈົ້າໜ້າທີ່ຣັດເຊຍຫຼາຍໆຄົນ ຮວມທັງ ຮອງລັດຖະມົນຕີກະຊວງພະລັງງານທ່ານອັນເດຣ ເຊເຣຊອບ (Andre Cherezov) ຊຶ່ງໃນເວລານີ້ ກໍຖືກສະຫະພາບຢູໂຣບລົງໂທດຢູ່ແລ້ວ ຍ້ອນບົດບາດາຂອງທ່ານໃນ ການໂອນກັງຫັນພະລັງງານ ໄປໃຫ້ເຂດໄຄຣເມຍ ແລະທ່ານເອຟເກເນຍ ກຣາບຈັກ
(Evgenia Grabchak). ນອກນັ້ນ ຍັງມີຊື່ ທ່ານເຊີເກ ໂຕປໍ-ກິລຄ໌ (Topor-Gilk) ຜູ້ອຳນວຍການໃຫຍ່ ຂອງບໍລິສັດເທັກໂນໂປຣເອກສປອດ ຊຶ່ງເປັນບໍລິສັດວິສະວະ
ກຳທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງມົສກູ ທີ່ສ້າງເຂື່ອນໄຟຟ້າພະລັງນ້ຳ ໂຮງໄຟຟ້າ ທີ່ໃຊ້ຄວາມຮ້ອນ ຈາກພື້ນໂລກ ແລະ ໂຮງໄຟຟ້າ ແລ່ນນ້ຳມັນກາຊວນ ສາຍໄຟຟ້າ ແລະສະຖານີຈ່າຍໄຟຟ້າ ຢູ່ໃນຣັດເຊຍ ແລະຕ່າງປະເທດ.

ອີກ 11 ຄົນທີ່ຕົກເປັນເປົ້າໝາຍໃນຄັ້ງນີ້ແມ່ນພວກແບ່ງແຍກດິນແດນຊາວຢູເຄຣນ ທີ່ກຳຕຳແໜ່ງຢູ່ໃນລັດຖະບານ ໃນເຂດແບ່ງແຍກ ທີ່ປະກາດຕົນເອງວ່າ ເປັນສາທາ ລະນະລັດປະຊາຊົນໂດແນັດ ແລະສາທາລະນະລັດປະຊາຊົນຮລູຮານ.

ນອກຈາກສ່ວນບຸກຄົນເຫຼົ່ານີ້ແລ້ວ ການລົງໂທດຄັ້ງໃໝ່ຍັງໄດ້ແນເປົ້າໝາຍໃສ່ 9 ບໍ
ລິສັດຂອງຣັດເຊຍ ທີ່ພົວພັນກັບ ການສ້າງພື້ນຖານໂຄງລ່າງ ຢູ່ໃນເຂດໄຄຣເມຍ ທີ່ ຄວບຄຸມໂດຍພວກແບ່ງແຍກດິນແດນ. ລາຍຊື່ນີ້ຍັງຮວມທັງສະມາຄົມການຄ້າຕ່າງ ປະເທດເທັກໂນໂປຣເອັກສປອດ ບໍລິສັດເຄື່ອງຈັກໄຟຟ້າ 12 ສາຂາຂອງບໍລິສັດເຊີ ກຸດເນຟເຕກາ ແລະບໍລິສັດດອນໂຄລເທຣດ ທີ່ຈົດທະບຽນຢູ່ປະເທດໂປແລນ.

ສະຫະລັດແລະສະຫະພາບຢູໂຣບກ່າວວ່າ ພວກແບ່ງແຍກດິນແດນ ຢູ່ໃນເຂດໄຄຣ
ເມຍ ແມ່ນໄດ້ຮັບການໜຸນຫລັງໂດຍກົງຈາກກຳລັງທະຫານຣັດເຊຍ. ພວກເຂົາເຈົ້າ
ໄດ້ກ່າວຫາຣັດເຊຍວ່າ ສົ່ງກຳລັງແລະອາວຸດ ເງິນສະໜັບສະໜຸນແລະອຸບປະກອນ
ຕ່າງໆ ໄປໃຫ້ພວກແບ່ງແຍກດິນແດນ ຢູ່ໃນເຂດໄຄຣເມຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG