ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ໂຈມ​ຕີ​ເປົ້າ​ໝາຍ​ລູກ​ສອນ​ໄຟ​ຂອງ​ພວກ​ກະ​ບົດ ຮູ​ຕີ ຫຼັງ​ຈາກ​ພວກເຂົາ​ໂຈມ​ຕີ​ໃສ່​​ກຳ​ປັ່ນບັນທຸກສິນຄ້າ


ສະ​ມາ​ຊິກ​ກຸ່ມ​ກະ​ບົດ​ຮູ​ຕິ​ພ້ອມ​ດ້ວຍ​ອາ​ວຸດ​ຂີ່ຫຼັງ​ລົດ​ກະ​ບະ ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມ​ເພື່ອ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ຊາວ ປາ​ແລັ​ສ​ໄຕ​ນ໌​ໃນ​ເຂດ​ກາ​ຊາ, ນະ​ຄອນຫຼວງ ຊາ​ນາ​, ເຢ​ເມນ, 29 ມັງ​ກອນ 2024.
ສະ​ມາ​ຊິກ​ກຸ່ມ​ກະ​ບົດ​ຮູ​ຕິ​ພ້ອມ​ດ້ວຍ​ອາ​ວຸດ​ຂີ່ຫຼັງ​ລົດ​ກະ​ບະ ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມ​ເພື່ອ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ຊາວ ປາ​ແລັ​ສ​ໄຕ​ນ໌​ໃນ​ເຂດ​ກາ​ຊາ, ນະ​ຄອນຫຼວງ ຊາ​ນາ​, ເຢ​ເມນ, 29 ມັງ​ກອນ 2024.

ກອງ​ທັບ ສະ​ຫະ​ລັດ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ ໃສ່​ລູກ​ສອນ​ໄຟ​ຂອງ​ພວກ​ກະ​ບົດ ຮູ​ຕີ ໃກ້​ກັບ​ປະ​ເທດ ເຢ​ເມນ ເມື່ອ​ວັນ​ຈັນ​ວານນີ້, ໃນ​ຂະ​ນະ​ທີ່​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ສືບ​ຕໍ່​ຂົ່ມ​ຂູ່​ເສັ້ນ​ທາງ​ການ​ຂົນ​ສົ່ງ​ໃນ​ທະ​ເລ​ແດງ ແລະ ອ່າວ​ທະ​ເລ ເອ​ເດັນ.

ກອງ​ບັນ​ຊາ​ການ​ສູນກາງ ສະ​ຫະ​ລັດ ໄດ້​ລາຍ​ງານ​ການ​ໂຈມ​ຕີ​ຕ່າງໆ​ທີ່​ແນ​ເປົ້າ​ໃສ່ລູກ​ສອນ​ໄຟ​ນຳ​ວິ​ຖີ​ຕໍ່​ຕ້ານ​ກຳ​ປັ່ນ​ສອງ​ລູກ ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃກ້​ຈະ​ເກີດ​ຂຶ້ນຕໍ່​ກຳ​ປັ່ນ​ທັງຫຼາຍ​ຢູ່​ໃນ​ພາກ​ພື້ນ.

ການ​ໂຈມ​ຕີ​ດັ່ງກ່າວ ໄດ້​ເກີດ​ຂຶ້ນຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ການ​ໂຈມ​ຕີ​ທີ່​ສົງ​ໄສວ່າ​ເປັນ​ພວກ​ຮູ​ຕີ ທີ່​ແນ​ເປົ້າ​ໃສ່​ກຳ​ປັ່ນ​ບັນ​ທຸກ​ຕູ້​ສິນ​ຄ້າ​ໃນ​ອ່າວ​ທະ​ເລ​ເອ​ເດັນ.

ອົງ​ການ​ປະ​ຕິ​ບັດ​ການ​ດ້ານ​ການ​ຄ້າ​ທາງ​ທະ​ເລ ​ສະ​ຫະຣາ​ຊະ​ອາ​ນາ​ຈັກ ອັງ​ກິດ (UKMTO) ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ປະມານ 170 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ທ່າ​ເຮືອ​ເອ​ເດັນ ​ຂອງ ເຢ​ເມນ.

ອົງ​ການ UKMTO ໄດ້​ກ່າວ​ວ່າ​ລູກ​ເຮືອ​ແມ່ນ​ປອດ​ໄພ ແລະ ກຳ​ປັ່ນ​ແມ່ນ​ໄດ້​ຂັບ​ໄປ​ຫາ​ທ່າ​ເຮືອ​ຕໍ່​ໄປ​ຂອງ​ມັນ.

ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງ​ອັງ​ກິດຊື່ວ່າ Ambrey ໄດ້​ລະ​ບຸ​ກຳ​ປັ່ນ​ດັ່ງ​ກ່າວ​ວ່າ ເປັນ​ກຳ​ປັ່ນ​ບັນ​ທຸກ​ຂົນ​ສົ່ງ​ຕູ້​ສິນ​ຄ້າ​ຕິດ​ທຸງ​ຊາດ ໄລ​ບີ​ເຣຍ ທີ່​ກ່ຽວ​ຂ້ອງ​ກັບ ອິ​ສ​ຣາ​ແອ​ລ ແລະ ໄດ້​ກ່າວ​ວ່າ​ ມັນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈຳ​ນວນ​ນຶ່ງ​ຍ້ອນ​ໄຟ​ໄໝ້​ຈາກ​ການ​ລະ​ເບີດ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ນັ້ນ.

ກຸ່ມ ຮູ​ຕີ ໄດ້​ກ່າວ​ວ່າ​ເຂົາ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ເພື່ອ​ເປັນ​ຄວາມ​ສາ​ມັກ​ຄີ​ກັບ​ຊາວ ປາ​ແລັ​ສ​ໄຕ​ນ໌ ໃນ​ເຂດ ກາ​ຊາ ແລະ ຈະ​ສືບ​ຕໍ່​ການ​ຕໍ່​ສູ້​ຂອງ​ພວກ​ເຂົາ​ຈົນ​ກວ່າ ອິ​ສ​ຣາ​ແອ​ລ ຈະ​ຢຸດ​ການ​ປະ​ຕິ​ບັດ​ການ​ລົບໃນ​ເຂດ​ກາ​ຊາ.

ການ​ໂຈມ​ຕີ​ຕ່າງໆ​ໄດ້​ລົບ​ກວນ​ການ​ຂົນ​ສົ່ງ​ໃນ​ເສັ້ນ​ທາງ​ທະ​ເລ​ແດງ, ເຊິ່ງ​ໄດ້​ສະ​ໜອງ​ທາງ​ລັດ​ທີ່​ສຳ​ຄັນ​ສຳ​ລັບ​ກຳ​ປັ່ນ​ຕ່າງໆ ​ທີ່​ເດີນ​ທາງ​ໄປ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ. ຫຼາຍ​ບໍ​ລິ​ສັດ​ຂົນ​ສົ່ງ​ການ​ຄ້າ​ໄດ້​ປ່ຽນເ​ສັ້ນ​ທາງ​ກຳ​ປັ່ນ​ຂອງ​ເຂົາ​ເຈົ້າ, ດ້ວຍ​ການ​ໃຊ້​ເສັ້ນ​ທາງ​ທີ່​ຍາວກວ່າ ແລະ ແພງກວ່າ ​ອ້ອມ​ທະ​ວີບ​ອາ​ຟ​ຣິ​ກາ ເພື່ອຫຼີກ​ລ່ຽງ​ຄວາມ​ສ່ຽງ​ຂອງ​ການ​ໂຈມ​ຕີ​ໂດຍ​ພວກ​ກະ​ບົດ​ຮູ​ຕີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG