ເຮືອບິນລົບ ສະຫະລັດ ທີ່ບິນຜ່ານທ້ອງຟ້າ ຂອງ ອີຣັກ ໄດ້ໂຈມຕີຫຼາຍຄັ້ງຕໍ່ທີ່ຕັ້ງຂອງກຸ່ມທະຫານບ້ານ ທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ, ເພື່ອພະຍາຍາມແກ້ແຄ້ນ ສຳລັບການໂຈມຕີທີ່ຮ້າຍແຮງຕໍ່ກອງທະຫານ ສະຫະລັດ ແລະ ພັນທະມິດພຽງ 24 ຊົ່ວໂມງກ່ອນໜ້ານັ້ນ.
ການໂຈມຕີທາງອາກາດໃນຕອນຄ່ຳຂອງວັນພະຫັດ ແລະ ວັນສຸກມື້ນີ້ ໄດ້ແນເປົ້າໃສ່ຄັງອາວຸດ 5 ແຫ່ງຂອງພວກ ເຮັສໂບລລາ ກາຕາອິບ, ທີ່ຖືກຖິ້ມໂທດໃນການໂຈມຕີດ້ວຍຈະຫຼວດໃສ່ຖານທັບ ອີຣັກ ທາງພາກເໜືອຂອງນະຄອນ ຫຼວງ ແບັກແດດ ໃນຄືນວັນພຸດທີ່ຜ່ານມາ ທີ່ໄດ້ສັງຫານທະຫານ ສະຫະລັດ ສອງຄົນ ແລະ ທະຫານ ອັງກິດ ຄົນນຶ່ງ, ແລະ 14 ຄົນອື່ນໆໄດ້ຮັບບາດເຈັບ.
ໃນຖະແຫຼງການສະບັບນຶ່ງ, ທຳນຽບຫ້າແຈ ໄດ້ອະທິບາຍການໂຈມຕີຕ່າງໆວ່າ “ເປັນການປ້ອງກັນຕົວ, ສົມສ່ວນ, ແລະ ເປັນການຕອບໂຕ້ໂດຍກົງຕໍ່ໄພຂົ່ມຂູ່,” ແລະ ໄດ້ກ່າວຕື່ມວ່າຄັງອາວຸດບາງແຫ່ງໄດ້ຖືກໃຊ້ເພື່ອເກັບຈະຫຼວດກາຢຸດຊາ (Katyusha) ທີ່ຖືກໃຊ້ໃນການໂຈມຕີຖານທັບຕາຈີ (Camp Taji).
ຖະແຫຼງການຂອງ ສະຫະລັດ ຍັງໄດ້ກ່າວວ່າ ການໂຈມຕີຕໍ່ພວກ ເຮັສໂບລລາ ກາຕາອິບ ແມ່ນແນໃສ່ເພື່ອ “ຫຼຸດຜ່ອນຄວາມສາມາດຂອງພວກເຂົາຢ່າງຫຼວງ ຫຼາຍ ໃນການດຳເນີນການໂຈມຕີໃນອະນາຄົດ ຕໍ່ກອງບັນຊາການປະຕິບັດການຮ່ວມຂອງກຳລັງພັນທະມິດ.”
ໃນຖະແຫຼງການທີ່ອອກໃນວັນສຸກມື້ນີ້ ໂຄສົກກະຊວງການຕ່າງປະເທດອີຣ່ານ
ທ່ານອັບບາສ ມູຊາວີ ກ່າວວ່າ “ແທນທີ່ຈະເອົາບາດກ້າວ ທີ່ເປັນອັນຕະລາຍ
ກ່າວຫາແບບບໍ່ມີພື້ນຖານນັ້ນ ທ່ານທຣຳຄວນພິຈາລະນາຄືນໃໝ່ ກ່ຽວກັບການ
ມີໜ້າແລະການກະທຳຂອງພວກທະຫານຂອງທ່ານຢູ່ໃນພາກພື້ນນີ້.”
ກອງທັບ ອີຣັກ ໄດ້ຢືນຢັນການໂຈມຕີຕ່າງໆ, ໂດຍເວົ້າວ່າ ສະຖານທີ່ເປົ້າໝາຍບາງແຫ່ງ ແມ່ນໄດ້ເພີ່ມຂຶ້ນເປັນສອງເທົ່າ ເຊິ່ງແມ່ນສຳນັກງານໃຫຍ່ຂອງພວກທະຫານບ້ານ.
ການດຳເນີນການຂອງ ສະຫະລັດ ແມ່ນວ່ອງໄວ ແຕ່ບໍ່ແມ່ນສິ່ງທີ່ບໍ່ຄາດຄິດ ໃນຂະນະທີ່ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະ ກອງທັບໄດ້ລະບຸໃນຕອນເຊົ້າວັນພະຫັດວານນີ້ວ່າ ມັນຂຶ້ນກັບເວລາ ກ່ອນທີ່ ສະຫະລັດ ຈະຕອບໂຕ້.
ລັດຖະມົນຕີປ້ອງກັນປະເທດ ທ່ານ ມາກ ເອັສເປີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຫ້າແຈວ່າ “ສະຫະລັດ ຈະບໍ່ຍອມໃຫ້ມີການໂຈມຕີໃສ່ປະຊາຊົນຂອງພວກເຮົາ, ຜົນປະໂຫຍດຂອງພວກເຮົາ ຫຼື ພັນທະມິດຂອງພວກເຮົາ, ເຈົ້າຈະຍິງໃສ່ຖານທັບຂອງພວກເຮົາບໍ່ໄດ້ ແລະ ສັງຫານ ແລະ ເຮັດໃຫ້ຄົນ ອາເມຣິກັນ ບາດເຈັບ ແລ້ວໜີໄປບໍ່ໄດ້.”
ແມ່ນກະທັ້ງກ່ອນໜ້ານີ້, ຜູ້ບັນຊາການຂອງກອງກຳລັງ ສະຫະລັດ ໃນພາກຕາເວັນອອກກາງ ນາຍພົນ. ເຄັນເນັດ ແມັກເຄັນຊີ ໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ ການຕາຍຂອງກອງທະຫານ ສະຫະລັດ ຫຼື ພັນທະມິດ ແມ່ນ “ເສັ້ນສີແດງ.”
ທ່ານໄດ້ກ່າວຕື່ມວ່າ ບໍ່ມີຄວາມສົງໄສຫຍັງຫຼາຍວ່າແມ່ນໃຜເປັນຜູ້ຮັບຜິດຊອບ.