ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງ ສະຫະລັດ ແມ່ນແນເປົ້າໃສ່ ຫົວໜ້າ ກຸ່ມຫົວຮຸນແຮງ


ຮູບບໍ່ລະບຸວັນເວລາຂອງທ້າວ Mokhtar Belmokhtar ທີ່ໄດ້ມາຈາກອົງກອນຂ່າວ ANI Mauritanian ກຳລັງເວົ້າໃນສະຖານທີ່ທີ່ບໍ່ໄດ້ເປີດເຜີຍ.
ຮູບບໍ່ລະບຸວັນເວລາຂອງທ້າວ Mokhtar Belmokhtar ທີ່ໄດ້ມາຈາກອົງກອນຂ່າວ ANI Mauritanian ກຳລັງເວົ້າໃນສະຖານທີ່ທີ່ບໍ່ໄດ້ເປີດເຜີຍ.

ວັນ​ອາທິດ​ວານ​ນີ້ ສະຫະລັດ​ໄດ້ກ່າວ​ວ່າ ຕົນກຳລັງປະ​ເມີນເບິ່ງ​ວ່າການ​ໂຈ​ມຕີ​ທາງ​ອາກາດ​ໃນ ລີ​ເບຍ ​ໄດ້ສັງຫານ​ຫົວໜ້າ​ກຸ່ມຫົວຮຸນແຮງທີ່ເປັນ ເຄືອຂ່າຍ al-Qaida ທ້າວ Mokhtar Belmokhtar ຫຼື​ບໍ່.

ລັດ​ຖະ​ບານ ລີ​ເບຍ​ ທີ່ຖືກ​ຮັບ​ຮູ້​ໂດຍ​ສາກົນ ​ໄດ້​ກ່າວ​ວ່າ ການໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ ໃນ​ພາກຕາ​ເວັນ​ອອກ​ຂອງ​ປະ​ເທດ ​ແລະ ​ໄດ້​ສັງຫານທ້າວ Belmokhtar.

​ໃນ​ຖະ​ແຫຼ​ງການ​ທີ່ອອກເມື່ອຕອນ​ແລງ​ວັນ​ອາທິດ​ວານ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ບໍ່​ໄດ້​ຢືນຢັນ​ການ​ຕາຍ​ຂອງທ້າວ Belmokhtar, ​ແຕ່​ໂຄສົກກະຊວງປ້ອງກັນປະເທດ ພັນ​ເອກ Steve Warren ​ໄດ້​ກ່າວ​ວ່າ ​ເຈົ້າ​ໜ້າທີ່​ເຊື່ອ​ວ່າການ​ໂຈມ​ຕີ​ທາງ​ອາກາດແມ່ນ​ປະສົບ​ຜົນສຳ​ເລັດ.

ພັນເອກ Warren ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ສາມາດ​ຢືນ​ຢັນວ່າ ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ຄ່ຳ​ຄືນ​ວານນີ້​ໃນ ລີ​ເບຍ ​ແມ່ນທ້າວ Mokhtar Belmokhtar.” ການ​ໂຈມ​ຕີ​ແມ່ນມີຂຶ້ນ ໂດຍ​ເຮືອບິ​ນສະຫະລັດ. ພວກ​ເຮົາ​ກຳລັງ​ສືບ​ຕໍ່​ປະ​ເມີນ​ຜົນ ຂອງ​ການ​ປະຕິບັດ​ການ ​ແລະ ຈະ​ສະໜອງ​ຂໍ້​ມູນ​ເພີ່ມ​ເຕີມໃນ​ເວລາ​ທີ່​ເໝາະ​ສົມ.”

ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ​ໄດ້​ປະ​ກາດ​ໃຫ້ຄ່າ​ຫົວ​ທ້າວ Belmokhtar​ ​ເປັນ​ຈຳນວນ​ເງິນ 5 ລ້ານ​ໂດ​ລາ ຊຶ່ງເປັນຫົວໜ້າ​ຂອງ​ກຸ່ມ​ທີ່​ເອີ້ນ​ຕົນ​ເອງ​ວ່າ ສັນຍາ​ລັກ​ໃນ​ກອງທັບ​ເລືອດ.

​ເຈົ້າ​ໜ້າ​ທີ່ ສະຫະລັດ ປະນາມ​ລາວ​ວ່າ ​ເປັນ​ໂຕ​ການນຳພາ ​ໃນ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ໃນ​ປີ 2013 ຢູ່​ບໍ່​ນ້ຳມັນ​ໃນ​ປະ​ເທດ Algeria ທີ່​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ 37 ຄົນ, ​ເຊິ່ງລວມມີ
ຊາວອາ​ເມ​ຣິ​ກັນ 3 ຄົນ.

Libya - US Airstrike
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG