ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ກ່າວປາໄສ ຕໍ່ກອງປະຊຸມ ສະມາຄົມ ຮິສແປນິກ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ຜູ້​ທ້າ​ທາຍ​ຈາກ​ພັກ​ຣີພັບ​ບລີ​ກັນທ່ານ
Mitt Romney ຕ່າງ​ກໍ​ພວມ​ຫາ​ທາງ​ເກ້​ຍກ່ອມ​ເອົາ​ສຽງ​ສະໜັບສະ​ໜຸນ ຈາກ​ຜູ້​ມີ​ສິດ​ບ່ອນ
​ບັດທີ່​ປາກ​ພາສາ​ສະ​ເປ​ນ ຫຼື​ຮິ​ສ​ແປ​ນິກ ດ້ວຍ​ການ​ກ່າວ​ຄຳ​ປາ​ໄສ​ ຕິດ​ຕໍ່​ກັນ​ໃນ​ໄລຍະ​ສອງ​ມື້
ຜ່ານ​ມາ ຕໍ່​ກອງ​ປະຊຸມ​ຂອງສະມາຄົມພວກ​ທີ່​ປາກ​ພາສາ​ສະເປ​ນ ຢູ່​ທີ່​ລັດ​ຟລໍຣິດາ.

ທ່ານ​ໂອ​ບາ​ມາ​ໄດ້​ຮ້ອງ​ຮຽນ​ຕໍ່​ສະມາຄົມ​ແຫ່ງ​ຊາດ​ຂອງພວກ​ເຈົ້າໜ້າ​ທີ່​ເຊື້ອສາຍຮິ​ສ​ແປ​ນິກ
ທີ່​ໄດ້​ຖືກ​ເລືອກ​ແລະ​ແຕ່ງຕັ້ງ​ໃຫ້​ເຂົ້າຮັບ​ໜ້າ​ທີ່​ໃນ​ລັດຖະບານ ໃນ​ມື້ວັນສຸກ​ວານ​ນີ້ ນຶ່ງ​ມື້ຫຼັງ
ຈາກ​ທ່ານ Romney ​ໄດ້​ພະຍາຍາມ​ຊອກ​ຫາ​ສຽງ​ສະໜັບສະ​ໜຸນ​ຈາກ​ສະມາຄົມດັ່ງກ່າວ.

ການ​ໄດ້​ຮັບ​ຄະ​ແນນ​ສຽງ​ຂອງ​ຜູ້​ມີ​ສິດປ່ອນ​ບັດ​ຫຼາຍຂຶ້ນ ຈາກ​ປະຊາ​ຄົມ​ຮິ​ສ​ແປ​ນິກ ​ໃນ​ສະ
ຫະລັດ​ນັ້ນອາດ​ມີ​ຄວາມ​ສຳຄັນ​ຕໍ່​ບຸກຄົນ​ທັງ​ສອງກ່ອນ​ໜ້າການ​ເລືອກ​ຕັ້ງປະທານາທິບໍດີ
​ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ.

ພວກ​ທີ່​ປາກ​ພາສາ​ສະ​ເປ​ນປະກອບ​ເປັນ 16% ຂອງ​ພົນລະ​ເມືອງ​ສະຫະລັດ. ການ​ສຳ​ຫຼວດ
ສຳມະ​ໂນ​ຄົວ​ປີ 2010 ​ແຈ້ງ​ໃຫ້​ຊາບ​ວ່າ ພວກ​ທີ່​ປາກ​ພາສາ​ສະ​ເປ​ນ​ໃນ​ສະຫະລັດ​ ໄດ້ເພີ່ມ​ຂຶ້ນ
43% ຈາກ​ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ 4 ​ເທົ່າ​ຂອງ​ອັດຕາ​ການ​ເຕີບ​ໂຕ​ໂດຍສ​ະ​ເລ່ຍຂອງ​ສະຫະ
ລັ​ດ.

ທ່ານ Mark Hugo Lopez ຮອງ​ຜູ້ອຳນວຍການສູນ​ກາງ​ Pew ຮິ​ສ​ແປ​ນິກ ກ່າວ​ຕໍ່​ວີ​ໂອ​ເອ
ວ່າ ການ​ຂະຫຍາຍຕົວ​ຂອງ​ປະຊາຊົນ ​ທີ່​ປາກ​ພາສາ​ສະ​ເປ​ນ ພວມ​ເຮັດ​ໃຫ້ສະພາບ​ການ​ທາງ​
ດ້ານການ​ເມືອງ​ໃນ​ສະຫະລັດ​ປ່ຽນ​ແປງ​ໄປ.

ທ່ານ​ໂອ​ບາ​ມາໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜຸນ 67% ຈາກ​ພວກ​ທີ່​ປາກ​ພາສາສະ​ເປ​ນ​ໃນ
​ການ​ເລືອກ​ຕັ້ງປີ 2008.

​ແຕ່​ແນວ​ໃດ​ກໍ​ຕາມ ທ່ານນາງ Audrey Singer ນັກວິ​ເຄາະ ​ຈາກສະ​ຖາ​ບັນ Brookings
ກ່າວ​ຕໍ່​ວີ​ໂອ​ເອວ່າ ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ປາກ​ພາສາ​ສະ​ເປ​ນຈຳນວນນຶ່ງ​ບໍ່ພໍ​ໃຈ​ກັບ​ການ​ດຳ​ເນີນ​
ຄວາມພະຍາຍາມ​ຂອງ​ປະທານາທິບໍດີ ​ເ​ພື່ອປະຕິບັດຕາມ​ຄຳ​ໝັ້ນສັນຍາ​ທີ່​ທ່ານ​ໄດ້​ໃຫ້​ໄວ້​ນັ້ນ.

ທັງ​ທ່ານ​ໂອ​ບາ​ມາ​ ແລະ​ທ່ານ Romney ຕ່າງ​ກໍ​ໄດ້​ກ່າວ​ຢໍ້າ​ເຖິງ​ ທ່າ​ທີ​ຂອງ​ພວກທ່ານ​ກ່ຽວ
​ກັບ​ການ​ປະຕິ​ຮູບ​ ເລື່ອງ​ຄົນ​ເຂົ້າ​ເມືອງ ​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສຕໍ່​ສະມາຄົມ​ພວກ​ທີ່​
ປາກ​ພາສາ​ສະ​ເປ​ນທີ່​ລັດ​ຟລໍຣິດາ.

​ໃນ​ມື້ວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ ສະຫະລັດ​ຈຳ​ເປັນ​ຕ້ອງ​ໄດ້ທຳ​ການ​ປະ
ຕິ​ຮູບ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ກ່ຽວ​ກັບ​ເລື່ອງ​ຄົນ​ເຂົ້າ​ເມືອງ. ທ່ານໄດ້ເວົ້າ​ເຖິງ​ການ​ອອກ
ດຳລັດ​ເມື່ອ​ນຶ່ງ​ສັບປະດາ​ຜ່ານ​ມາ ທີ່​ຈະ​ອະນຸຍາດ​ໃຫ້​ພວກຄົນ​ເຂົ້າ​ເມືອງ​ບໍ່​ມີ​ເອກ​ກະສາ​ນທີ່
​ຖືກ​ພໍ່​ແມ່​ພາເຂົ້າມາ ​ໃນສະ​ຫະລັດ​ແຕ່​ອາຍຸ​ຍັງນ້ອຍ ຢູ່​ໃນ​ປະ​ເທດ​ນີ້ຕໍ່​ໄປ​ໄດ້​ ເພື່ອ​ສຶກສາ​ຮໍ່າ
ຮຽນ​ແລະ​ເຮັດ​ວຽກ​ເຮັດ​ການ.

​ໃນ​ມື້ວັນ​ພະຫັດ​ຜ່ານ​ມານີ້ ທ່ານ Romney ​ໄດ້​ຖະ​ແຫຼງຕໍ່​ສະມາຄົມ​ດັ່ງກ່າວ​ນີ້ວ່າ ທ່ານ​ຈະ​
ແກ້​ໄຂ​ບັນຫາ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍດ້ວຍ​ວິທີ​ການ​ແບບ​ນຸ້ມນວນ​ແຕ່​ເດັດຂາດ. ນອກ
​ນັ້ນທ່ານ​ຍັງ​ເວົ້າວ່າ ບັນດາ​ຄອບຄົວ​ທີ່​ປາກ​ເວົ້າພາສາສະ​ເປ​ນ​ ໄດ້​ສູນ​ເສຍ​ລາຍ​ໄດ້​ພາຍ​ໃຕ້
​ການ​ນຳພາ​ຂອງ​ທ່ານ​ໂອ​ບາ​ມາ.

ການ​ສຳ​ຫຼວດສຳມະ​ໂນ​ຄົວ​ປີ 2010 ສະ​ແດງ​ໃຫ້​ເຫັນ​ວ່າ ຫຼາຍກວ່າ​ເຄິ່ງຂອງພວກ​ທີ່​ປາກ
​ພາສາ​ສະ​ເປ​ນ 32 ລ້ານ​ຄົນ​ໃນ​ສະຫະລັດ​ແມ່ນ​ອາ​ໄສ​ຢູ່​ທີ່​ລັດ​ຟລໍຣິດາ ​ເທັກ​ຊັສ ​ແລະ​ແຄ​ລີ
​ຟໍ​ເນຍ.

XS
SM
MD
LG