ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເລີ້ມຈ້າງ ຄົນງານ ແຕ່ອັດຕາ ຄົນຫວ່າງງານ ຍັງຢູ່ 7.6 ເປີເຊັນ (ວີດີໂອ)


ຍັງ​ມີ​ຄົນ​ງານ 11 ລ້ານ 8 ​ແສນ​ຄົນ ຫວ່າງ​ງານ​ຢູ່ ຊຶ່ງ​ເປັນ​ໂຕ​ເລກ​ທີ່​ບໍ່​ປ່ຽນ​​ແປງ​​ເລີຍ ນັບ​ແຕ່​ເດືອນກຸມພາ​ເປັນ​ຕົ້ນມາ.
ຍັງ​ມີ​ຄົນ​ງານ 11 ລ້ານ 8 ​ແສນ​ຄົນ ຫວ່າງ​ງານ​ຢູ່ ຊຶ່ງ​ເປັນ​ໂຕ​ເລກ​ທີ່​ບໍ່​ປ່ຽນ​​ແປງ​​ເລີຍ ນັບ​ແຕ່​ເດືອນກຸມພາ​ເປັນ​ຕົ້ນມາ.
ຕະຫລາດແຮງ​ງານ​ຂອງສະຫະລັດ​ໄດ້​ດີ​ຂື້ນ​ອີກ ​ໃນ​ເດືອນ​ແລ້ວ
ນີ້ ໂດຍ​ໄດ້​ສ້າງ ວຽກ​ເຮັດ​ງານ​ທຳ​ຕື່ມ 195,000 ໜ້າ​ວຽກ ​ເຖິງ
​ແມ່ນ​ວ່າອັດຕາຄົນ​ຫວ່າງ​ງານ​ໃນ​ປະ​ເທດ ຍັງ​ຄົງ​ໂຕ ​ບໍ່​ມີ​ການ
ປ່ຽນ​ແປງ​ຢູ່ລະດັບ 7.6 ​ເປີ​ເຊັ​ນ.

ລັດຖະບານ ​ໄດ້​ລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ຈ້າງ​ແຮງ​
ງານ ​ແມ່ນ​ມີ​ຂຶ້ນຢູ່ ​ຫລາຍ​ພາກ​ສ່ວນ​ ຂອງເສດຖະກິດ​ທີ່​ໃຫຍ່​ທີ່
​ສຸດ​ໃນໂລກ ຮວມ​ທັງ​ນັກວິຊາການ ທຸລະ​ກິດ ​ແລະ​ການ​ບໍລິການ
ຕ່າງ​ໆ​ດ້ານ​ການເງິນ ພ້ອມ​ດ້ວຍ ການ​ຕ້ອນຮັບ ການ​ຂາຍ​
ຫຍ່ອຍ ​ແລະ​ການ​ຮັກສາ​ສຸຂະພາບ.

​ຍິ່ງໄປ​ກວ່າ​ນັ້ນ ລາຍງານ​ຍັງ​ເວົ້າ​ວ່າ ມີ​ວຽກ​ການ 394,000 ໜ້າວຽກ​ໄດ້​ເພີ້​ມ​ຂຶ້ນ ​ໃນເດືອນ​ເມສາ ​ແລະ​ພຶດສະພາຜ່ານ​ມາ ຄື 70,000 ໜ້າ​ວຽກຫຼາຍ​ກວ່າທີ່​ໄດ້​ກະ​ປະມານກັນ​ໄວ້​ໃນ
​ຂັ້ນຕົ້ນ.

ນັກວິ​ເຄາະ Mark Hamrick ຈາກບໍລິສັດ Bankrate.com ກ່າວ​ວ່າ ຕະ​ຫລາດ​ວຽກ​ງານ
ຂອງສະຫະລັດ ​ໄດ້​ເພີ້​ມຂື້ນ​ຢ່າງສະໝໍ່າສະ​ເໝີ​ເປັນ​ລຳດັບ​ມາ.

ຫ້ອງການສະຖິຕິ​ດ້ານແຮງ​ງານ ກ່າວ​ວ່າ ຍັງ​ມີ​ຄົນ​ງານ 11 ລ້ານ 8 ​ແສນ​ຄົນ ຫວ່າງ​ງານ​ຢູ່ ຊຶ່ງ​ປັນ​ໂຕ​ເລກ​ທີ່​ບໍ່​ປ່ຽນແປງເລີຍນັບ​ແຕ່​ເດືອນກຸມພາ​ເປັນ​ຕົ້ນມາ. ອັດຕາ​ການ​ຫວ່າງ​ງານ​ໃນສະຫະລັດ ​ແມ່ນ​ຍັງ​ສູງ​ກວ່າ​ມາດຕະຖານ​ໄລຍະ​ຍາວ ທີ່​ຕໍ່າ​ກວ່າ 6 ​ເປີ​ເຊັ​ນ ​ໃນ​ຂະນະ​ທີ່ສະຫະລັດ​ພວມ​ຟື້ນ​ໂຕ​ຄືນ​ຢ່າງ​ຊ້າໆ​ຈາກ​ສະ ພາບ​ເສດຖະກິດ​ທີ່ຕົກ​ຕໍ່າຮ້າຍ​ແຮງ ​ໃນ​ປີ 2008 ​ແລະ 2009.

ພວກ​ກຳນົດ​ນະ​ໂຍບາຍ​ທີ່ທະນາຄານ​ກາງສະຫະລັດ ກຳລັງ​ຊັ່ງຊາ​ເບິ່ງ​ວ່າ​ເວລາ ​ໃດ ​ຈຶ່ງ
ຈະ​ຕັດ​ການ​ຊື້ພັນທະບັດ​ເປັນ​ຈຳນວນ​ຫລວງຫຼາຍ ທີ່​ແນ​ໃສ່​ເພື່ອ​ລະບາຍ​ເງິນ​ເຂົ້າ​ສູ່​ເສດຖະກິດນັ້ນ.

ທ່ານ Hamrick ກ່າວ​ວ່າ ທ່ານ​ຄິດ​ວ່າ ສະພາບ​ເສດຖະກິດ​ທີ່​ດີ​ຂື້ນນັ້ນ ຈະອຳ ນວຍ​ໃຫ້ ທະນາຄານ​ກາງສະຫະລັດ​ເລີ້ມ​ຕັດ ​ການ​ຊື້ພັນທະບັດ​ຂອງ​ຕົນ​ພາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້ານີ້.

XS
SM
MD
LG