ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອເຊຍ ຄືຈຸດເພັ່ງເລັງໃໝ່ ຂອງນະໂຍບາຍ ດ້ານເສດຖະກິດ ແລະການຕ່າງປະເທດ ຂອງສະຫະຣັດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຄໍາປາໄສ ຕໍ່ສະໂມສອນເສດຖະກິດ ທີ່ນະຄອນນິວຢອກ, ວັນທີ 14 ຕຸລາ 2011.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຄໍາປາໄສ ຕໍ່ສະໂມສອນເສດຖະກິດ ທີ່ນະຄອນນິວຢອກ, ວັນທີ 14 ຕຸລາ 2011.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ສະຫະ
ລັດຈຳເປັນຕ້ອງໄດ້ນຳເອົາເລື່ອງເສດຖະກິດ ມາເປັນຈຸດໃຈກາງຂອງນະໂຍບາຍການ
ຕ່າງປະເທດ ແລະຍື່ນມືໄປຫາເຂດປາຊີຟິກ ເພື່ອເສີມສ້າງການເປັນພັນທະມິດທີ່ເຂັ້ມແຂງ
ກັບເອເຊຍ.

ໃນຄຳປາໄສທີ່ກະກຽມສຳລັບກ່າວໃນວັນສຸກມື້ນີ້ ຢູ່ທີ່ສະໂມສອນເສດຖະກິດ ໃນນະຄອນ
ນິວຢອກນັ້ນ ທ່ານນາງ Clinton ຈະແຈ້ງໃຫ້ພວກຜູ້ນຳທຸລະກິດຊາບວ່າ ສະຫະລັດກຳລັງ
ປະເຊີນກັບໂລກບ່ອນທີ່ອຳນາດຈະໄດ້ຮັບການຕັດສິນຫຼາຍຂຶ້ນນັບມື້ໂດຍເສດຖະກິດ ແທນ
ທີ່ຈະແມ່ນຄວາມເຂັ້ມແຂງທາງທະຫານ ນອກນັ້ນແລ້ວ ທ່ານນາງຍັງຈະເວົ້າວ່າ ຄວາມສຳ
ພັນທີ່ເຂັ້ມແຂງຂ້າມມະຫາສະມຸດອັດລັນຕິກທີ່ວໍຊິງຕັນໄດ້ຫຼໍ່ຫຼອມມາກັບຢູໂຣບນັ້ນຕ້ອງໄດ້
ຖອດແບບຫຼືນຳມາໃຊ້ຊໍ້າຄືນກັບພາກພື້ນເອເຊຍ.

ທ່ານ Patrick Chovanec ສາສະດາຈານສອນວິຊາເສດຖະສາດທີ່ມະຫາວິທະຍາໄລ
Tsinghua ໃນກຸງປັກກິ່ງ ກ່າວຕໍ່ວີໂອເອວ່າ ແຜນການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ
ນາງ Clinton ແມ່ນໄດ້ສະແດງໃຫ້ເຫັນເຖິງການເນັ້ນຢໍ້າອີກຄັ້ງນຶ່ງເຖິງເຂດເອເຊຍ ໂດຍ
ສະເພາະແລ້ວແມ່ນມີຂຶ້ນ ໃນຂະນະທີ່ສະຖານະພາບທາງດ້ານເສດຖະກິດຂອງຈີນພວມ
ເຕີບໃຫຍ່ຂະຫຍາຍໂຕແລະຄວາມທະເຍີທະຍານກ່ຽວກັບເລື່ອງເຂດນໍ້າແດນດິນຂອງຕົນ ໃນຍ່ານມະຫາສະມຸດປາຊີຟິກ.

ສາສະດາຈານ Chovanec ເວົ້າວ່າ ນຶ່ງໃນການເນັ້ນຢໍ້າຂອງລັດຖະບານທ່ານໂອບາມາ
ໃນໄລຍະສອງປີຜ່ານມານີ້ ກໍແມ່ນ ເພື່ອພະຍາຍາມເວົ້າວ່າພວກເຮົາໄດ້ກັບຄືນມາແລ້ວ. ເວລານີ້ຂ້າພະເຈົ້າບໍ່ຄິດວ່າ ສະຫະລັດເຄີຍໄດ້ຈາກເຂດເອເຊຍໄປເລີຍ ແຕ່ໃນເລື່ອງ
ຄວາມເຂົ້າໃຈແລະການເນັ້ນຢໍ້າແລ້ວແນ່ນອນມັນເປັນເນື້ອໄນທີ່ສຳຄັນ.

ນອກນັ້ນ ທ່ານນາງ Clinton ຍັງຈະກ່າວຢໍ້າວ່າ ການປະສານໃນດ້ານນະໂຍບາຍເສດ
ຖະກິດແລະການຕ່າງປະເທດຕ້ອງໄດ້ມີການນໍາໃຊ້ເພື່ອຮັບມືກັບສະຖານະການທີ່ພວມ
ມີການປ່ຽນແປງຢູ່ໃນພາກຕາເວັນອອກກາງ ໂດຍເວົ້າວ່າ ການຕື່ນໂຕທາງດ້ານການ
ເມືອງຂອງຊາວອາຣັບ ຕ້ອງເປັນການຕື່ນໂຕທາງດ້ານເສດຖະກິດນຳດ້ວຍ.

XS
SM
MD
LG