ທ່ານນາງ Karen B. Stewart ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມໃນພິທີເປີດສະຖານີປ່າໄມ້ນ້ອຍໃນເຂດສະຫງວນແຫ່ງຊາດນໍ້າແອດ-ພູເລີຍ
ໃນແຂວງຫົວພັນ ຢ່າງເປັນທາງການ ເມື່ອວັນທີ 28 ເດືອນມີນາ ທີ່ຜ່ານມາ.
ໃນພິທີດັ່ງກ່າວນີ້ ຍັງໄດ້ມີບຸກຄົນສໍາຄັນຫລາຍທ່ານເຂົ້າຮ່ວມນໍາ ເຊັ່ນ ທ່ານຄໍາຮຸ່ງ
ເຮືອງວົງສາ ເຈົ້າແຂວງໆຫົວພັນ, ທ່ານພົມມາ ຄໍາມະນີຈັນ ເອກອະທິບໍດີກົມພາກ
ພື້ນຢຸໂຣບແລະອາເມຣິກາ ຂອງກະຊວງຕ່າງປະເທດ ແລະເຈົ້າເມືອງ ພ້ອມທັງນາຍ
ບ້ານຈາກ 20 ໝູ່ບ້ານ ທີ່ຕັ້ງຢູ່ພາຍໃນເຂດປ່າສະຫງວນ. ພິທີໄດ້ຈັດຂຶ້ນທີ່ໂຮງຮຽນ
ປະຖົມສົມບູນເກດສອນ ທີ່ຕັ້ງຢູ່ບໍ່ຫ່າງຈາກສະຖານີປ່າໄມ້ນ້ອຍດັ່ງກ່າວ.
ໃນຄໍາປາໃສຂອງທ່ານນາງນັ້ນ ເອກອັກຄະລັດຖະທູດສະຫະລັດກ່າວວ່າ ສະຫະລັດ
ແມ່ນມີຄວາມໝັ້ນໝາຍຕໍ່ການຊ່ວຍເຫລືອລັດຖະບານ ສປປ ລາວ ພິທັກປົກປ້ອງ
ແຫລ່ງທີ່ຢູ່ທໍາມະຊາດຂອງສັດປ່າ ແລະລະບົບຊີວະນາໆພັນ.
ທ່ານນາງເອກອັກຄະລັດຖະທູດ Karen Stewart ກ່າວຕໍ່ໄປວ່າ ສະຖານີປ່າໄມ້ນ້ອຍ
ແຫ່ງນີ້ ແລະແຫ່ງອື່ນໆທີ່ສະໜັບສະໜຸນໂດຍທຶນຊ່ວຍເຫລືອລ້າກ້ອນນີ້ ແມ່ນເປັນ
ຕົວຢ່າງຂອງຄວາມໝັ້ນໝາຍຂອງສະຫະລັດ ທີ່ຈະຊ່ວຍເຫລືອລັດຖະບານລາວພິທັກ
ປົກປ້ອງຊັບພະຍາກອນທໍາມະຊາດທັງຫລາຍ ເອົາໄວ້ໃຫ້ປະຊາຊົນລາວ.
ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ
ລັດຖະບານສະຫະລັດໄດ້ໃຫ້ເງິນ
ຊ່ວຍເຫລືອໄປແລ້ວ ຫລາຍກວ່າ
500,000 ໂດລາ ເພື່ອສະໜັບ
ສະໜຸນຄວາມພະຍາຍາມດ້ານ
ການອະນຸລັກສິ່ງແວດລ້ອມ ດ້ານ
ການທ່ອງທ່ຽວຕາມແຫລ່ງທໍາມະ
ຊາດ ການບັງຄັບກົດໝາຍແລະ
ການຕິດຕາມເບິ່ງສະພາບຂອງ
ສັດປ່າ ໃນເຂດປ່າສະຫງວນ
ແຫ່ງຊາດນໍ້າແອດ-ພູເລີຍນັ້ນ.
ສະຖານີປ່າໄມ້ນ້ອຍແຫ່ງນີ້ແມ່ນ
ນຶ່ງໃນສີ່ສະຖານີນ້ອຍທີ່ໄດ້ສ້າງ
ຂຶ້ນເມື່ອປີຜ່ານມາ ໂດຍສະມາ
ຄົມອະນຸລັກສັດແລະພືດປ່າ ທີ່
ໃຊ້ເງິນທຶນທີ່ອອກໃຫ້ ໂດຍສະຖານທູດສະຫະລັດ ຊຶ່ງສະຖານີນ້ອຍສອງແຫ່ງແມ່ນໄດ້ສ້າງ
ຂຶ້ນທີ່ເຂດປ່າສະຫງວນແຫ່ງຊາດນໍ້າກະດິງ ແລະສອງແຫ່ງຢູ່ເຂດປ່າສະຫງວນແຫ່ງຊາດ
ນໍ້າແອດ-ພູເລີຍ. ແຕ່ລະສະຖານີນ້ອຍ ຈະມີເຈົ້າໜ້າທີປ່າໄມ້ປະຈໍາການຢູ່ 6 ຄົນ ເພື່ອປະຕິ
ບັດງານອອກລາດຕະເວນຢູ່ໃນທົ່ວເຂດປ່າສະຫງວນ ແລະປ້ອງກັນການລັກລອບຈັບ ຫລື
ຂ້າຢ່າງຜິດກົດໝາຍ ພວກສັດປ່າທີ່ໃກ້ຈະສູນພັນນັ້ນ.
ເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ມີຊື່ສຽງວ່າ ເປັນຖິ່ນຢູ່ອາໃສຂອງພວກເສືອທີ່
ຂະຫຍາຍພັນ ພຽງຊະນິດດຽວທີ່ຍັງຫລົງເຫລືອຢູ່ ໃນພາກພື້ນອິນໂດຈີນ. ທ່ານນາງເອກ
ອັກຄະລັດຖະທູດ Karen Stewart ໃຫ້ຂໍ້ສັງເກດວ່າ
“ປະຊາກອນເສືອພວກນີ້ ເປັນຊັບພະຍາກອນທໍາມະຊາດ ທີ່ທົດແທນບໍ່ໄດ້ ສໍາລັບ
ລະບົບຊີວະນາໆພັນ ແລະການທ່ອງທ່ຽວຕາມແຫລ່ງທໍາມະຊາດ ຊຶ່ງຂ້າພະເຈົ້າ
ຫວັງຢ່າງຍິ່ງວ່າ ແຜນການໃດໆກໍຕາມສໍາລັບການປັບປຸງຖະໜົນຫົນທາງຫລືກິດ
ຈະກໍາອື່ນໆ ຜ່ານເຂດສະຫງວນດັ່ງກ່າວນີ້ ຈະປົກປ້ອງເຂດທີ່ເປັນແກນກາງເອົາ
ໄວ້ ແລະດໍາເນີນໄປໂດຍມີຜົນກະທົບໃນທາງລົບຕໍ່ສັດແລະພືດປ່າ ໜ້ອຍທີ່ສຸດ.”
(ຂ່າວຈາກເວັບໄຊ້ຂອງສະຖານທູດສະຫະລັດ)