ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສົ່ງເຮືອລາດຕະເວນ 5 ລຳ ໃຫ້ໜ່ວຍຍາມຝັ່ງ ຂອງ ຫວຽດນາມ


ພາບຈາກເຮືອໜ່ວຍຍາມຝັ່ງຫວຽດນາມ ເມື່ອວັນທີ 13 ພຶດສະພາ 2014 ໃນລະຫວ່າງການລາດຕະເວນ ສະແດງໃຫ້ເຫັນ ເຖິງເຄື່ອງຈັກປືນກົນທີ່ຖືກປົກປິດໄວ້ ຢູ່ເທິງພື້ນ ຖານເຈາະນ້ຳມັນ ຊຶ່ງຕັ້ງຢູ່ໃນເຂດນ້ຳທະເລຈີນໃຕ້ ທີ່ມີການຂັດແຍ້ງກັນຢູ່ນັ້ນ.
ພາບຈາກເຮືອໜ່ວຍຍາມຝັ່ງຫວຽດນາມ ເມື່ອວັນທີ 13 ພຶດສະພາ 2014 ໃນລະຫວ່າງການລາດຕະເວນ ສະແດງໃຫ້ເຫັນ ເຖິງເຄື່ອງຈັກປືນກົນທີ່ຖືກປົກປິດໄວ້ ຢູ່ເທິງພື້ນ ຖານເຈາະນ້ຳມັນ ຊຶ່ງຕັ້ງຢູ່ໃນເຂດນ້ຳທະເລຈີນໃຕ້ ທີ່ມີການຂັດແຍ້ງກັນຢູ່ນັ້ນ.

ນັກ​ການ​ທູດອະ​ວຸ​ໂສ​ຄົນ​ນຶ່ງຂອງສະຫະລັດ​ ​ໄດ້​ຢືນຢັນ​ວ່າ
ວໍ​ຊິ​ຕັນ​ ໄດ້​ສົ່ງ​ເຮືອ​ລາດ​ຕະເວນ 5 ລຳ​ ໄປ​ໃຫ້​ຫວຽດນາມ
ຊຶ່ງ​ເປັນ​ສ່ວນ​ນຶ່ງຂອງ​ແຜນການ​ເພື່ອ​ຊ່ວຍ​ເຫຼືອກຳລັງ​ທາງ​
ທະ​ເລ​ຂອງອະດີດ​ຄູ່​ປໍ​ລະ​ປັກ.

ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຮັບຜິດຊອບ
ກ່ຽວກັບກິດຈະການດ້ານ​ການ​ເມືອງ ​ແລະ​ການ​ທະຫານ ທ່ານ
Puneet Talwar ໄດ້​ໂອ້​ລົມ​ກັບ​ວີ​ໂອ​ເອ ​ໃນ​ອາທິດ​ນີ້ ຫຼັງຈາກ
​ທີ່​ທ່ານ​ໄດ້​ເດີນທາງ​ໄປຢ້ຽມຢາມ​ Hanoi ບ່ອນ​ທີ່​ທ່ານ​ໄດ້​ເຂົ້າ
ຮ່ວມ​ການ​ເຈລະຈາກ່ຽວ ກັບບັນຫາ​ຕ່າງ​ໆ ໃນຂອບເຂດທີ່​ກວ້າງຂວາງ.

ທ່ານ Talwar ​ເວົ້າວ່າ “ພວກ​ເຮົາໄດ້ທຳ​ການ​ຮ່ວມ​ໄມ້ຮ່ວມ​ມື​ ​ໃນຫຼາຍໆ​ດ້ານ​ ເມື່ອ
ເວົ້າເຖິງ​ການ​ສະໜັບສະໜຸນ​ເພື່ອ​ເສີມ​ສ້າງ​ ໜ່ວຍຍາມ​ຝັ່ງ​ຂອງຫວຽດນາມ. ພວກ​
ເຮົາມີ​ຄວາມ​ພາກພູູມ​ໃຈກັບ​ວຽກ​ງານ​ອັນ​ນັ້ນ ​ແລະ ພວກ​ເຮົາ​ຫວັງ​ວ່າ ຄູ່​ຕຳ​ແໜ່​ງ ຝ່າຍ​ຫວຽດນາມ​ ຈະເຫັນຄຸນຄ່າຂອງມັນຄືກັນ. ​ແມ່ນ​ແລ້ວ ພວກ​ເຮົາ​ໄດ້​ສະໜອງ​
ບັນດາເຮືອລາດຕະ​ເວນ ​ແລະ ພວກ​ເຮົາ​ຈະ​ສືບ​ຕໍ່ດຳເນີນການ ​ເພື່ອ​ຊ່ວຍ​ປັບ​ປຸງ​
ຄວາມ​ສາມາດ​ຕ່າງໆ ​ຂອງ​ໜ່ວຍຍາມ​ຝັ່ງຫວຽດນາມ.”

ການ​ສະໜອງຄວາມ​ຊ່ວຍ​ເຫຼືອມູນ​ຄ່າ 18 ລ້ານ​ດອນ​ລາ ​ແລະ ​ເຮືອ​ລາດຕະ​ເວນ 5 ລຳ ​
ແມ່ນ​ໄດ້​ຖືກ​ປະກາດ​ເປັນຄັ້ງທຳ​ອິດ​ ໂດຍ​ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ
John Kerry ​ໃນ​ລະຫວ່າງ ການ​ເດີນ​ທາ​ງ​ໄປ​ຢ້ຽມຢາມ​ຫວຽດນາມເມື່ອ​ປີ 2013.

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ການ​ຊ່ວຍ​ເຫຼືອນີ້ ຈະ​ເສີມ​ສ້າງ​ໃຫ້​ກອງ​ກຳລັງ​ທາງ​ທະ​ເລ​
ຂອງ​ຫວຽດນາມ​ແຂງແກັ່ນ​ຂຶ້ນ ​ໃນ​ເວລາ​ທີ່​ຈີນພວມ​ຂະຫຍາຍ​ການ​ອ້າງເອົາກຳມະສິດ
ຂອງ​ຕົນ​ ໃນ​ທະ​ເລ​ຈີ​ນ​ໃຕ້ນັ້ນ. ປະ​ເທດ​ເພື່ອນ​ບ້ານ​ທັງ​ສອງ ​ແມ່ນ​ເຄີຍຜິດຖຽງກັນເກືອບ
2 ​ເດືອນ​ເມື່ອ​ປີ​ກາຍ​ນີ້ ຫຼັງຈາກທີ່​ປັກ​ກິ່ງ​ໄດ້​ຕິດຕັ້ງຖານ​ເຈາະ​ນ້ຳມັນທີ່​ເປັນ​ການຖົກ​ຖຽງ​
ກັນ ຢູ່​ໃນ​ເຂດນ້ຳ​ທະ​ເລ ​ທີ່​ໄດ້ຂັດ​ແຍ້​ງກັນ​ຢູ່​ນັ້ນ.

XS
SM
MD
LG