ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ ສາ​ທາ​ລະ​ນະ​ສຸກ ສະ​ຫະ​ລັດ ອາດ​ໄດ້​ສຳ​ພັດ ​ກັບ​ໄວ​ຣັ​ສ ອີ​ໂບ​ລາ


ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ໃສ່​ຊຸດ​ປ້ອງ​ກັນ ຂົນ​ສົ່ງ​ພະ​ນັກ​ງານ​ຜ່າ​ຕັດ​ທີ່​ເຮັດ​ວຽກ​ໃນ​ປະ​ເທດ ຊີ​ແອ​ຣາ ເລອອນ ຜູ້​ທີ່​ກວດ​ພົບ​ວ່າ​ຕິດ​ໂຣກ​ອີ​ໂບ​ລາ. ຢູ່​ສູນ​ການ​ແພດ ເນບ​ຣັ​ສ​ກາ, ເມືອງ ໂອ​ມາ​ຮາ, ລັດ ເນບ​ຣັ​ສ​ກາ. 15 ພະ​ຈິກ, 2014.
ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ໃສ່​ຊຸດ​ປ້ອງ​ກັນ ຂົນ​ສົ່ງ​ພະ​ນັກ​ງານ​ຜ່າ​ຕັດ​ທີ່​ເຮັດ​ວຽກ​ໃນ​ປະ​ເທດ ຊີ​ແອ​ຣາ ເລອອນ ຜູ້​ທີ່​ກວດ​ພົບ​ວ່າ​ຕິດ​ໂຣກ​ອີ​ໂບ​ລາ. ຢູ່​ສູນ​ການ​ແພດ ເນບ​ຣັ​ສ​ກາ, ເມືອງ ໂອ​ມາ​ຮາ, ລັດ ເນບ​ຣັ​ສ​ກາ. 15 ພະ​ຈິກ, 2014.

ພະ​ນັກ​ງານ​ປິ່ນ​ປົວ​ສຸ​ຂະ​ພາບ ສະ​ຫະ​ລັດ ຜູ້​ທີ່​ອາດ​ໄດ້​ສຳ​ພັດ​ກັບ​ໄວ​ຣັ​ສ ອີ​ໂບ​ລາ ໃນ​
ຂະນະທີ່ປິ່ນປົວຄົນໄຂ້ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ໄດ້ເດີນ
ທາງຮອດ ສະຫະລັດ ໃນວັນເສົາວານນີ້ ແລະ ຖືກກັກຕົວກວດໂຣກດັ່ງກ່າວໃນລັດ
ເນບຣັສກາ.

ແພດ, ຜູ້​ທີ່ບໍ່​ໄດ້​ສະ​ແດງ​ອາ​ການ​ຂອງ​ໄວ​ຣັ​ສ ອີ​ໂບ​ລາ ນັ້​ນ, ຈະ​ຍັງ​ຄົງ​ຢູ່​ພາຍ​ໃຕ້​ການ​
ສັງເກດການເຖິງສອງສັບປະດາ ຢູູ່ສູນການແພດຂອງມະຫາວິທະຍາໄລ ເນບຣັສກາ
ໃນເມືອງ ໂອມາຮາ, ອີງຕາມການກ່າວໃນຖະແຫຼງການຂອງໂຮງຮຽນການຢາ
ເນບຣັສກາ.

ຊື່​ຂອງ​ບຸກ​ຄົນ​ດັ່ງ​ກ່າວ​ແມ່ນບໍ່​ໄດ້​ຖືກ​ເປີດ​ເຜີຍ​ ສຳ​ລັບ​ເຫດ​ຜົນ​ສ່ວນ​ຕົວ​.

ອາ​ການ​ຕ່າງໆ​ເຊັ່ນ​ເປັນໄຂ້​ ແລະ ເຈັບ​ໜ້າ​ທ້ອງ​ອາດ​ປະ​ກົດ​ຂຶ້ນ​ມາ​ສາມ​ອາ​ທິດ ຫຼັງ​
ຈາກໄດ້ແຕະຕ້ອງກັບໄວຣັສທີ່ຮ້າຍແຮງນີ້, ອີງຕາມສູນກາງເພື່ອການຄວບຄຸມພະຍາດ
ແລະການປ້ອງກັນ.

ຖ້າ​ອາ​ການພັດ​ທະ​ນາ​ຕົວ​ຂຶ້ນ, ພະ​ນັກ​ງານ​ປິ່ນ​ປົວ​ສຸ​ຂະ​ພາບ​ດັ່ງ​ກ່າວ​ຈະ​ຖືກ​ຍ້າຍ​ໄປ
ໜ່ວຍຫ້ອງທົດລອງປ້ອງກັນການຕິດເຊື້ອ, ເຊິ່ງແມ່ນນຶ່ງໃນສອງສາມແຫ່ງສຳລັບການ
ປິ່ນປົວພະຍາດຕິດຕໍ່ໃນ ສະຫະລັດ.

ການ​ລະ​ບາດ​ຂອງ​ໄວ​ຣັ​ສ ອີ​ໂບ​ລາ ໃນ​ປະ​ເທດ ຄອງ​ໂກ ແມ່ນ​ຮ້າຍ​ແຮງ​ເປັນ​ອັນ​ດັບ​
ສອງເທົ່າທີ່ເຄີຍມີມາ ແລະ ໄດ້ສັງຫານ 356 ຄົນ ຈາກຜູ້ຕິດເຊື້ອ 585 ຄົນນັບຕັ້ງແຕ່
ມັນໄດ້ເລີ່ມຂຶ້ນເມື່ອຫົກເດືອນທີ່ຜ່ານມາ, ອີງຕາມອົງການອະນາໄມໂລກ.

ສູນ​ການ​ຢາ ເນບ​ຣັ​ສ​ກາ, ເຊິ່ງ​ແມ່ນ​ເຄື່ອ​ຂ່າຍ​ຂອງ​ໂຮງ​ໝໍ​ຕ່າງໆ, ຄ​ລີ​ນິກ ແລະ ມາ​ຫາ​
ວິທະຍາໄລປິ່ນປົວສຸຂະພາບທັງຫຼາຍ, ພ້ອມກັບຄູ່ຮ່ວມສະຖາບັນການສຶກສາ ສູນ
ການແພດມະຫາວິທະຍາໄລ ເນບຣັສກາ, ແມ່ນຈຳນວນຜູ້ນຳໜ້າຂອງໂລກ ໃນການ
ປິ່ນປົວໂຣກອີໂບລາ, ເຊິ່ງຈະແຜ່ລາມຜ່ານການສຳພັດກັບນ້ຳຈາກຮ່າງກາຍມະນຸດ
ແລະ ຈະເຮັດໃຫ້ເປັນໄຂ້ເລືອດອອກ ພ້ອມກັບອາຈຽນຢ່າງຮຸນແຮງ, ຖອກທ້ອງ ແລະ
ເລືອດອອກ.

ສູນ​ການ​ຢາ ເນບ​ຣັ​ສ​ກາ ໄດ້​ເບິ່ງ​ແຍງ​ຄົນ​ໄຂ້​ທີ່​ຕິດ​ໄວ​ຣັ​ສ​ດັ່ງ​ກ່າວ 3 ຄົນ​ໃນ​ປີ 2014
ແລະ ໄດ້ຕິດຕາມຄົນອື່ນໆອີກຫຼາຍຄົນ ທີ່ໄດ້ສຳພັດກັບມັນໃນລະຫວ່າງການລະ
ບາດເມື່ອປີ 2013-2016 ໃນອາຟຣິກາຕາເວັນຕົກ ເຊິ່ງແມ່ນຄັ້ງທີ່ຮ້າຍແຮງທີ່ສຸດ
ໃນປະຫວັດສາດ, ພ້ອມກັບການຢືນຢັນຫຼາຍກວ່າ 28,000 ກໍລະນີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG