ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທູດ ສຫລ ຮ່ວມກັບ ຫຼາຍພະແນກ ຈັດການຝຶກອົບຮົມ ດ້ານການແພດ ໃຫ້ແກ່ ສປປ ລາວ


ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ລາວ ຢູ່ທີ່ພິທີເປີດການຝຶກອົບຮົມ ຫລັກສູດການພັດທະນາ ລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດ ໃນນະຄອນຫຼວງວຽງຈັນ ແຕ່ວັນທີ 24 ຫາ
28 ກໍລະກົດ 2017.
ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ລາວ ຢູ່ທີ່ພິທີເປີດການຝຶກອົບຮົມ ຫລັກສູດການພັດທະນາ ລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດ ໃນນະຄອນຫຼວງວຽງຈັນ ແຕ່ວັນທີ 24 ຫາ 28 ກໍລະກົດ 2017.

ສະຖານທູດສະຫະລັດ ຮ່ວມກັບກອງບັນຊາການ ສະຫະລັດ ປະຈໍາພາກພື້ນປາຊີຟິກ
ແລະ ສະຖາບັນການແພດ ກະຊວງປ້ອງກັນປະເທດສະຫະລັດ ໂດຍການຮ່ວມມື ກັບ
ກະຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດຂອງ ສປປ ລາວ ໄດ້ໃຫ້ການ
ຊ່ວຍເຫຼືອ ຈັດການຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ
ພາກປະຕິບັດທີ່ດີທີ່ສຸດ.

ການຝຶກອົບຮົມດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທີ່ນະຄອນຫລວງວຽງຈັນ ແຕ່ວັນທີ 24 ຫາ
28 ກໍລະກົດ 2017.

ຫລັກສູດການພັດທະນາ ລະບົບຮັກສາສຸຂະພາບ ແມ່ນໄດ້ເລັ່ງໃສ່ ວິທີການຕ່າງໆ
ເພື່ອປັບປຸງການເຂົ້າເຖິງ ແລະ ການໄດ້ຮັບຜົນປະໂຫຍດຂອງຄົນເຈັບ ໂດຍຜ່ານ
ການໃຫ້ການສຶກສາ ໃນດ້ານສິດທິ ທີ່ຈະໄດ້ຮັບໃນການດູແລ ຄວາມເປັນພິການ
ແລະ ຄວາມເໝາະສົມ ການຄຸ້ມຄອງຂໍ້ມູນ ດ້ານການຮັກສາສຸຂະພາບ ການບໍລິຈາກ
ອະໄວຍະວະ ແລະ ເນື້ອເຫຍື້ອ ກໍລະນີຂອງຜູ້ເສຍຊີວິດ ການຕຽມຄວາມພ້ອມ ຮັບມື
ກັບໄພພິບັດ ການບັນຊາແລະການຄວບຄຸມເຫດການ ຕະຫລອດທັງ ການເຄື່ອນຍ້າຍ
ຄົນເຈັບ.

ການຝຶກອົບຮົມເປັນເວລາ 5 ວັນນີ້ ຈະເປີດໂອກາດ ໃຫ້ບັນດານັກວາງແຜນຂັ້ນສູງ
ຝ່າຍທະຫານແລະພົນລະເຮືອນຂອງລາວ ໄດ້ຮ່ວມກັບຜູ້ຊ່ຽວຊານດ້ານສຸຂະ ພາບ ຈາກສະຖາບັນການແພດ ກະຊວງປ້ອງກັນປະເທດສະຫະລັດ ປະຕິບັດງານຮ່ວມກັນ ໃນການພັດທະນານະໂຍບາຍແລະຂັ້ນຕອນຕ່າງໆໃນການຄຸ້ມຄອງບໍລິຫານຄົນເຈັບ
ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ຊຶ່ງຈະເປັນການປະກອບອັນສຳຄັນ ເຂົ້າໃນ
ການເສີມຂະຫຍາຍ ຂີດຄວາມສາມາດ ໃນການຮັກສາພະຍາບານຂອງໂຮງໝໍຕ່າງໆ
ເພື່ອໃຫ້ການຮັກສາສຸຂະພາບ ທີ່ມີຄຸນນະພາບ ແກ່ປະຊາກອນເປົ້າໝາຍ.

ການຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດ
ທີ່ດີທີ່ສຸດນີ້ ແມ່ນການສືບຕໍ່ຈາກຜົນສໍາເລັດ ຂອງກອງປະຊຸມຝຶກອົບຮົມ ວາງແຜນ
ດ້ານການພັດທະນາ ລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີ ທີ່ສຸດ ຊຶ່ງໄດ້
ຈັດຂື້ນ ຢູ່ສະຖານທູດ ສະຫະລັດ ທີ່ນະຄອນຫຼວງວຽງຈັນ ໃນເດືອນເມສາປີ 2017.

XS
SM
MD
LG