ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າໜ້າທີ່ ສາທາລະນະສຸກ ຂອງ ປ. ທຣຳ ກີດຂວາງ ຄະນະຮັບໂອນອຳນາດຂອງ ທ. ໄບເດັນ ກ່ຽວກັບ ໄວຣັສໂຄໂຣນາ


ຜູ້ຄາດວ່າ ເປັນປະທານາທິບໍດີເລືອກໃໝ່ ທ່ານ ໂຈ ໄບເດັນ ກ່າວຕໍ່ບັນດານັກຂ່າວ ກ່ຽວກັບຄວາມພະຍາຍາມຮັບມືກັບໂຣກລະບາດ ຊອງພະຍາດ (COVID-19)ຫຼັງຈາກໄດ້ເຂົ້າກອງປະຊຸມກັບບັນດາສະມາຊິກ "ຄະນະຮັບໂອນອຳນາດ ທີ່ປຶກສາດ້ານ COVID-19 " ໃນເມືອງວີລມິງຕັນ, ລັດເດລາແວ, ວັນທີ 9 ພະຈິກ 2020.
ຜູ້ຄາດວ່າ ເປັນປະທານາທິບໍດີເລືອກໃໝ່ ທ່ານ ໂຈ ໄບເດັນ ກ່າວຕໍ່ບັນດານັກຂ່າວ ກ່ຽວກັບຄວາມພະຍາຍາມຮັບມືກັບໂຣກລະບາດ ຊອງພະຍາດ (COVID-19)ຫຼັງຈາກໄດ້ເຂົ້າກອງປະຊຸມກັບບັນດາສະມາຊິກ "ຄະນະຮັບໂອນອຳນາດ ທີ່ປຶກສາດ້ານ COVID-19 " ໃນເມືອງວີລມິງຕັນ, ລັດເດລາແວ, ວັນທີ 9 ພະຈິກ 2020.

ໃນຂະນະທີ່ໄວຣັສໂຄໂຣນາແຜ່ລະບາດສູງຂຶ້ນນັບມື້ຢູ່ໃນສະຫະລັດ ບັນດານັກຊ່ຽວຊານດ້ານພະຍາດຕິດແປດຕ່າງກໍພາກັນກ່າວ ໃນວັນອາທິດວານນີ້ວ່າ ການບໍ່ຍອຍຮັບຄວາມຜ່າຍແພ້ ຂອງປະທານາທິບໍດີ ດໍໂນລ ທຣຳ ໃນການແຂ່ງຂັນເລືອກຕັ້ງຄືນໃໝ່ ໃຫ້ແກ່ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ນັ້ນ ໄດ້ເຮັດໃຫ້ພວກເຂົາເຈົ້າບໍ່ສາມາດມອບຮັບຂໍ້ມູນທີ່ສຳຄັນ ໃຫ້ແກ່ບັນດາເຈົ້າໜ້າທີ່ຂອງທ່ານໄບເດັນ ທີ່ກຳລັງເຂົ້າມາຮັບໜ້າທີ່ແທນ ເພື່ອຊ່ອຍຫລຸດຜ່ອນໂຣກລະ ບາດດັ່ງກ່າວ.

ນຶ່ງໃນບັນດາທີ່ປຶກສາດ້ານໂຄວິດ-19 ຂອງທ່ານໄບເດັນ ກໍຄື ທ່ານໝໍ ອາທູລ ກາວອນດີ ໄດ້ກ່າວໃນລາຍການ “This Week” ຂອງອົງການຂ່າວ ABC ວ່າ “ມັນແມ່ນຜົນປະໂຫຍດຂອງປະເທດຊາດ ທີ່ທີມງານເຂົ້າມາຮັບອໍານາດໄດ້ຮັບການປະເມີນໄພຂົ່ມຂູ່…ທຳຄວາມເຂົ້າໃຈແຜນການແຈກຍາຍຢາວັກຊີນ ເຈົ້າຕ້ອງຮູ້ຈັກຄັງສະສົມແມ່ນຢູ່ບ່ອນໃດ ສະຖານະພາບຂອງໜ້າກາກແລະຖົງມືແມ່ນຢູ່ໃນລະດັບໃດ.”

ທ່ານໄດ້ກ່າວຕື່ມວ່າ “ມັນມີຂໍ້ມູນອີກຫຼາຍທີ່ຕ້ອງໄດ້ສົ່ງຕໍ່. ມັນບໍ່ສາມາດລໍຖ້າໄດ້ຈົນຮອດນາທີສຸດທ້າຍ.”

ທ່ານທຣຳ ບໍ່ຍອມຮັບຄວາມຜ່າຍແພ້ຂອງທ່ານ ໃນຂະນະດຽວກັນ ທ່ານຫາທາງອ້າງດ້ານກົດໝາຍທີ່ວ່າການປ່ອນບັດ ໃນວັນທີ 3 ພະຈິກ ເປັນການສໍ້ໂກງຕໍ່ທ່ານ ແລະທ່ານໄດ້ກີດຂວາງລັດຖະບານຂອງທ່ານ ບໍ່ໃຫ້ຮ່ວມໄມ້ຮ່ວມ ມືກັບທີມງານມອບໂອນອຳນາດຂອງທ່ານໄບເດັນ ໃນທົ່ວອົງການຈັດຕັ້ງຂອງລັດຖະບານນັ້ນ ແມ່ນບໍ່ມີໂອກາດເລີຍ.

ນັກຊ່ຽວຊານດ້ານພະຍາດຕິດແປດຂອງປະເທດ ທ່ານໝໍ ແອນໂທນີ ຟາວຈີ ຜູ້ທີ່ຢູ່ໃນຄະນະສະເພາະກິດຮັບຜິດຊອບໄວຣັສໂຄໂຣນາຂອງທ່ານທຣຳ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ແນ່ນອນ ມັນຈະດີກວ່າ ຖ້າພວກເຮົາສາມາດເລີ້ມເຮັດວຽກກັບພວກເຂົາເຈົ້າ.”

ທ່ານຟາວຈີ ຍັງເປັນຜູ້ອຳນວຍການຂອງສະຖາບັນພະຍາດຕິດແປດແລະພູມແພ້ແຫ່ງຊາດ ໄດ້ກ່າວວ່າ ທ່ານໄດ້ຜ່ານໄລຍະຂ້າມຜ່ານມອບຮັບອຳນາດດ້ານການ ເມືອງທີ່ພົວພັນກັບ 6 ປະທານາທິບໍດີ ມາແລ້ວ.

ທ່ານຟາວຈີ ໄດ້ກ່າວອີກວ່າ “ມັນເປັນທີ່ຈະແຈ້ງວ່າ ຂັ້ນຕອນໃນການມອບໂອນອຳນາດທີ່ພວກເຮົາປະຕິບັດກັນມາ….ເປັນສິ່ງທີ່ສຳຄັນແທ້ໆໃນການມອບຮັບຂໍ້ມູນ ເປັນໄປຢ່າງຮຽບຮ້ອຍ.”

ທ່ານກ່າວຕໍ່ໄປວ່າ “ມັນເກືອບຄືກັນກັບການສົ່ງຕໍ່ໄມ້ທ່ອນໃນການແຂ່ງຂັນ ເຈົ້າບໍ່ຢາກໃຫ້ມັນຢຸດແລະໃຫ້ມັນຕໍ່ໄປແກ່ຜູ້ໃດຜູ້ນຶ່ງໃນທີ່ສຸດເຈົ້າຢາກໃຫ້ມັນດຳເນີນຕໍ່ໄປ.”

ໃນບໍ່ເທົ່າໃດວັນມໍ່ໆຜ່ານມາມານີ້ ສະຫະລັດ ໄດ້ບັນທຶກກໍລະນີຕິດໄວຣັສໂຄໂຣນາໃໝ່ ຫຼາຍເຖິງ 184,000 ຄົນໃນມື້ດຽວ ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໂດຍຈຳນວນການນັບໃນແຕ່ລະລັດທົ່ວປະເທດນັ້ນ ແມ່ນເພີ້ມສູງຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG