ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກເຈົ້າໜ້າທີ່ການແພດ ສຫລ ອອກຄຳແນະນຳໃໝ່ ຮຽກຮ້ອງໃຫ້ແມ່ຍິງຊາວອາເມຣິກັນທີ່ຖືພາ ໄປສັກຢາວັກຊີນກັນໂຄວິດ-19


ແມ່ຍິງຖືພາຄົນນຶ່ງ ກຳລັງໄດ້ຮັບການສັກຢາວັກຊີນ ກັນໄວຣັສ ໂຄໂຣນາ (ໂຄວິດ-19) ຢູ່ລັດເພນຊິລເວເນຍ ວັນທີ 11 ກຸມພາ 2021.
ແມ່ຍິງຖືພາຄົນນຶ່ງ ກຳລັງໄດ້ຮັບການສັກຢາວັກຊີນ ກັນໄວຣັສ ໂຄໂຣນາ (ໂຄວິດ-19) ຢູ່ລັດເພນຊິລເວເນຍ ວັນທີ 11 ກຸມພາ 2021.

ສູນກາງປ້ອງກັນ ແລະຄວບຄຸມພະຍາດ ສະຫະລັດ ຫຼື CDC ອີກຄັ້ງນຶ່ງຮຽກ ຮ້ອງໃຫ້ຊາວ
ອາເມຣິກັນທີ່ຖືພາມີລູກ ພາກັນໄປສັກຢາວັກຊີນກັນໂຄວິດ-19.

ຄຳແນະນຳດັ່ງກ່າວ ໄດ້ນຳອອກເຜີຍແຜ່ໃນວັນພຸດທີ່ຜ່ານມາ ຊຶ່ງຮວມທັງຄົນ ຜູ້ທີ່ພະຍາ
ຍາມຢາກຖືພາຫຼືຫາກໍ່ຖືພາຫວ່າງມໍ່ໆມານີ້. ອົງການດັ່ງກ່າວເຕືອນ ວ່າ ເຊື້ອໄວຣັສຈະພາ
ໃຫ້ມີການສ່ຽງ ທີ່ຮ້າຍແຮງ ລະຫວ່າງການຖືພາ ໂດຍເຮັດໃຫ້ປ່ວຍຢ່າງແຮງ ແລະເຖິງແກ່
ຄວາມຕາຍໄດ້ ພ້ອມທັງມີຄວາມສ່ຽງເພີ້ມ ຂຶ້ນຂອງການເກີດລູກທີ່ບໍ່ສົມບູນ ຫຼືມີຄວາມສະ
ຫລັບສັບຊ້ອນອື່ນໆ.

ອົງການ CDC ກ່າວວ່າ ຄົນທີ່ຖືພາປະມານ 125,000 ຄົນ ຢູ່ໃນສະຫະລັດ ໄດ້ກວດພົບ
ວ່າຕິດເຊື້ອໂຄວິດ-19 ພ້ອມດ້ວຍ 22,000 ຄົນ ໄດ້ເຂົ້າໂຮງໝໍ ແລະ 161 ຄົນໄດ້ເສຍຊີ
ວິດໄປ ຮວມທັງບັນທຶກການເສຍຊີວິດ ສູງເຖິງ 22 ຄົນ ໃນເດືອນສິງຫາຜ່ານມານີ້. ຄຳ
ແນະນຳກ່າວວ່າ 97 ເປີເຊັນ ຂອງຄົນຖື ພາຕິດໂຄວິດ-19 ທີ່ໄປເຂົ້າໂຮງໝໍ ແມ່ນບໍ່ໄດ້
ຊັກຢາວັກຊິນປ້ອງກັນ.

ການອອກຄຳແນະນຳ ໂດຍອົງການ CDC ໃນເດືອນແລ້ວນີ້ ກ່າວວ່າ ຫຼັກ ຖານໄດ້ສະ
ແດງໃຫ້ເຫັນເຖິງຜົນປະໂຫຍດຂອງການສັກຢາວັກຊີນ ແມ່ນມີ ຫຼາຍກວ່າຄວາມສ່ຽງ
ຂອງການລຸລູກຫຼືໂອກາດທີ່ຈະມິບັນຫາສະຫລັບສັບຊ້ອນ ໃດໆ.

ໃນອີກດ້ານນຶ່ງ ບໍລິສັດເພສັດຊະກຳເມີກ (Merck) ທີ່ຕັ້ງຢູ່ ໃນສະຫະລັດ ກ່າວວ່າ ຢາທົດ
ລອງຢາຕ້ານເຊື້ອໂຄວິດ-19 ປາກົດວ່າໄດ້ຜົນ ຕໍ່ສາຍພັນ ໃໝ່ຂອງພະຍາດ ທີ່ມີຢູ່ໃນເວ
ລານີ້. ບໍລິສັດໄດ້ກ່າວໃນວັນພຸດທີ່ຜ່ານມາວ່າ ການທົດລອງຂັ້ນເລີ້ມຕົ້ນ ໄດ້ເປີດເຜີຍໃຫ້
ເຫັນວ່າ ຢາໃໝ່ ໂມລນູປີຣາເວີຣ (molnupiravir) ໄດ້ຜົນທີ່ສຸດ ເວລາເອົາໃຫ້ພວກຄົນ
ປ່ວຍພາຍໃນຫ້າມື້ ຂອງການວິນິໄສຂັ້ນຕັ້ນຂອງເຂົາເຈົ້າ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG