ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຊ່ຽວຊານ ດ້ານສາທາລະນະສຸກ ສະຫະລັດ ສະແດງຄວາມເປັນຫ່ວງ ຄັ້ງໃໝ່ ກ່ຽວກັບ ໄວຣັສໂຄໂຣນາ


ປະຊາຊົນຍ່າງໂດຍບໍ່ໃສ່ໜ້າກາກຢູ່ຖະໜົນແຄມຫາດຊາຍໃນຕົວເມືອງ ເຊັນ ປີເຕີສເບີກ, ລັດ ຟລໍຣິດາ ທ່າມກາງໂຣກລະບາດໄວຣັສໂຄໂຣນາ, 6 ສິງຫາ 2021.
ປະຊາຊົນຍ່າງໂດຍບໍ່ໃສ່ໜ້າກາກຢູ່ຖະໜົນແຄມຫາດຊາຍໃນຕົວເມືອງ ເຊັນ ປີເຕີສເບີກ, ລັດ ຟລໍຣິດາ ທ່າມກາງໂຣກລະບາດໄວຣັສໂຄໂຣນາ, 6 ສິງຫາ 2021.

ບັນດາເຈົ້າໜ້າທີ່ສາທາລະນະສຸກລະດັບສູງຂອງ ສະຫະລັດ ໄດ້ກ່າວເຕືອນຄັ້ງໃໝ່ໃນວັນອາທິດວານນີ້ ກ່ຽວກັບ ການແຜ່ລາມຂອງໄວຣັສໂຄໂຣນາສາຍພັນ ແດລຕ້າ ທີ່ເພີ່ມຂຶ້ນຢ່າງວ່ອງໄວໃນທົ່ວປະເທດ, ທ່າມກາງການຮຽກຮ້ອງສຳລັບການອອກຄຳສັ່ງໃຫ້ສັກຢາວັກຊີນຫຼາຍກວ່າເກົ່າ.

ດຣ. ແອນໂທນີ ຟາວຈີ, ທີ່ປຶກສາລະດັບສູງດ້ານການແພດຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນລາຍການ Meet the Press ຂອງໂທລະພາບ NBC ວ່າ “ສິ່ງທີ່ບໍ່ດີແມ່ນກຳລັງເກີດຂຶ້ນ. ພວກເຮົາຕ້ອງໄດ້ຮູ້ແນວນັ້ນ.”

ທ່ານ ຟາວຈີ, ຜູ້ຊ່ຽວຊານລະດັບສູງດ້ານໂຣກຕິດຕໍ່ ສະຫະລັດ, ໄດ້ກ່າວວ່າ ທ່ານບໍ່ຄາດວ່າມັນຈະມີຄຳສັ່ງແຫ່ງຊາດສຳລັບການສັກຢາວັກຊີນ.

ແຕ່ທ່ານໄດ້ກ່າວວ່າຕາບໃດທີ່ອົງການອາຫານ ແລະ ຢາໃຫ້ການອະນຸມັດຢ່າງເຕັມທີ່ ສຳລັບການນຳໃຊ້ຢາວັກຊີນຕ້ານໄວຣັສໂຄໂຣນາແລ້ວ, ເຊິ່ງມີຄວາມເປັນໄປໄດ້ວ່າຈະແມ່ນອາທິດໜ້ານັ້ນ, ທ່ານສະໜັບສະໜູນຢ່າງແຂງແກ່ນສຳລັບມະຫາວິທະຍາໄລ, ທຸລະກິດ ແລະ ບໍລິສັດອື່ນໆໃນທ້ອງ ຖິ່ນໃຫ້ກຳນົດຂໍ້ບັງຄັບສຳລັບການສັກຢາວັກຊີນນັ້ນ.

ທ່ານ ຟາວຈີ ໄດ້ກ່າວວ່າ “ຂ້າພະເຈົ້າເຊື່ອວ່າບາງຄົນ,” ເມື່ອຢາວັກຊີນໄດ້ຖືກອະນຸມັດຢ່າງເຕັມທີ່ແລ້ວນັ້ນ, “ເຂົາເຈົ້າຈະໄປ ແລະ ສັກຢາວັກຊີນ. ແຕ່ສຳລັບຜູ້ທີ່ບໍ່ຢາກສັກ, ຂ້າພະເຈົ້າເຊື່ອວ່າຂໍ້ບັງ ຄັບໃນລະດັບທ້ອງຖິ່ນແມ່ນຖືກຕ້ອງໄດ້ມີຂຶ້ນ.”

ປະຊາຊົນ ອາເມຣິກັນ ຫຼາຍກວ່າ 166 ລ້ານຄົນ ແມ່ນໄດ້ສັກຢາຕ້ານໄວຣັສໂຄໂຣນາຄົບແລ້ວ, ອີງຕາມລັດຖະບານ. ເຊິ່ງນັ້ນແມ່ນເກືອບຈະບໍ່ຮອດເຄິ່ງນຶ່ງຂອງຈຳນວນປະຊາກອນ, ແລະ ເດັກນ້ອຍ ອາຍຸ 12 ປີ ແລະ ນ້ອຍກວ່ານັ້ນແມ່ນຍັງບໍ່ໄດ້ຖືກອະນຸຍາດສຳລັບການສັກຢາວັກຊີນເທື່ອ. ການສັກຢາວັກຊີນໄດ້ເລີ່ມຂຶ້ນໃນເດືອນທັນວາທີ່ຜ່ານມາ ພາຍໃຕ້ການອະນຸມັດໃຊ້ໃນພາວະສຸກເສີນຂອງຜູ້ອອກກົດລະບຽບຢາ ໃນຂະນະທີ່ການທົບທວນເພີ່ມເຕີມແມ່ນກຳລັງດຳເນີນຢູ່.

ແມ່ນກະທັ້ງທີ່ຕົວເລກຂອງກໍລະນີໄວຣັສໂຄໂຣນາໄດ້ເພີ່ມຂຶ້ນໃນລັດ ຟລໍຣິດາ ແລະ ເທັກຊັສ, ເຊິ່ງແມ່ນສອງລັດທີ່ສຳຄັນຂອງ ສະຫະລັດ ທີ່ມີການຕິດເຊື້ອຈຳນວນຫຼາຍນັ້ນ, ຜູ້ປົກຄອງລັດສັງກັດພັກຣີພັບບລີກັນ, ທ່ານ ຣອນ ເດິແຊນ ຕິສ, ແລະ ທ່ານ ເກຣັກ ແອບບັອດ ຕາມລຳດັບ, ແມ່ນຍັງຄົງຢືນຢັດໃນການຄັດຄ້ານຂອງພວກທ່ານ ສຳລັບສັກຢາວັກຊີນ ຫຼື ກຳນົດຂໍ້ບັງຄັບໃສ່ໜ້າກາກ, ໂດຍເວົ້າວ່າມັນລະເມີດສິດເສລີພາບສ່ວນບຸກຄົນຂອງປະຊາຊົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG