ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ວ່າ ການປະຕິຮູບ ການຮັກສາ ສຸຂະພາບ ບໍ່ແມ່ນ ເລື່ອງເວັບໄຊ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ຄວາມ
ບົກຜ່ອງຢູ່ໃນເວັບໄຊຮັກສາສຸຂະພາບຂອງລັດຖະບານ Health-
care.gov ໄດ້ສ້າງຄວາມຜິດຫວັງ ແຕ່ເຈົ້າໜ້າທີ່ ກຳລັງດຳເນີນ
ງານຕະຫຼອດຊາວສີ່ຊົ່ວໂມງ ເພື່ອຫາທາງແກ້ໄຂບັນຫາເຫຼົ່ານີ້.

ປະທານາທິບໍດີໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງ
ທ່ານໃນວັນເສົາມື້ນີ້ວ່າ ການຕໍ່ສູ້ເພື່ອໃຫ້ມີການປະຕິຮູບ ກ່ຽວກັບ
ການຮັກສາສຸຂະພາບນັ້ນ ບໍ່ແມ່ນກ່ຽວກັບເວັບໄຊແຕ່ເປັນການຕໍ່
ສູ້ ກ່ຽວກັບການສ້າງຕັ້ງຫລັກການທີ່ວ່າ ຢູ່ໃນປະເທດຄວາມໝັ້ນ
ຄົງໃນການຮັກສາສຸຂະພາບ ບໍ່ແມ່ນສິດພິເສດ ຂອງພວກທີ່ໂຊກ
ດີ ຈຳນວນບໍ່ເທົ່າໃດຄົນ ແຕ່ຫາກເປັນສິດທິຂອງທຸກໆຄົນ.

ທ່ານໂອບາມາເວົ້າວ່າ ເວັບໄຊດັ່ງກ່າວມີຜູ້ຄົນເຂົ້າໄປເບິ່ງຫລາຍກວ່າ 20 ລ້ານເທື່ອແລະ ເກືອບ 7 ແສນຄົນ ໄດ້ຍື່ນໃບສະໝັກຂໍຊື້ປະກັນໄພ.



ປະທານາທິບໍດີໄດ້ກ່າວຫາພັກຣີພັບບລີກັນຢູ່ໃນລັດຖະສະພາວ່າ ໃຊ້ເວລາຢ່າງຫຼວງຫຼາຍ ໃນໄລຍະສອງສາມປີຜ່ານມານີ້ ເພື່ອປະຕິເສດບໍ່ໃຫ້ປະຊາຊົນໄດ້ຮັບປະກັນໄພສຸຂະພາບ.

ໃນຄຳປາໄສຂອງພັກຣີພັບບລີກັນນັ້ນປະທານຄະນະກຳມະການພະລັງງານແລະການຄ້າ ຂອງສະພາຕໍ່າສະຫະລັດທ່ານ Fred Upton ກ່າວວ່າ ກຳມະການຂອງທ່ານຈະຮັບຟັງຄຳ ໃຫ້ການໂດຍກົງ ຈາກລັດຖະມົນຕີສາທາລະນະສຸກ ແລະບໍລິການມະນຸດ ຂອງສະຫະລັດ ທ່ານນາງ Cathleen Sebelius ເພື່ອຢາກຮູ້ຈັກວ່າ ເປັນຫຍັງເວັບໄຊຂອງອັນທີ່ເອີ້ນວ່າ Obamacare ຈຶ່ງບໍ່ທຳງານທັງໆທີ່ໄດ້ມີການລົງທຶນເງິນພາສີຂອງປະຊາຊົນໃສ່ຫຼາຍຮ້ອຍ ລ້ານໂດລາ.

ນັກຊ່ຽວຊານທີ່ທຳນຽບຂາວໄດ້ຈ້າງໃຫ້ສ້ອມແປງບັນຫາທີ່ຮ້າຍແຮງຂອງເວັບໄຊກ່າວວ່າ
ທ່ານຄາດວ່າເວັບໄຊນີ້ ຈະເລີ້ມເຮັດວຽກຢ່າງລາບລື່ນ ພາຍໃນທ້າຍເດືອນພະຈິກນີ້.
XS
SM
MD
LG