ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ສຫລ ຮັບຟັງ ການໂຕ້ແຍ່ງ ເລື້ອງການຮັກສາສຸຂະພາບ (ເບິ່ງສະໄລດ໌ກັບວີດີໂອ)


ຄະນະຜູ້ພິພາກສາສານສູງສຸດຂອງສະຫະລັດ.
ວັນທີ 27 ມີນາ 2012. :
ຄະນະຜູ້ພິພາກສາສານສູງສຸດຂອງສະຫະລັດ. ວັນທີ 27 ມີນາ 2012. :

ສານ​ສູງ​ສຸດ​ຂອງ​ສະຫະລັດ​ໄດ້​ເສັດ​ສິ້ນ​ການ​ໂຕ້​ແຍ່ງ​ກັນ​ມື້​ທໍາ​ອິດ​ກ່ຽວ ກັບໂຄງການ​ປະຕິ​ຮູບ​ລະບົບ​ຮັກສາ​ສຸກຂະພາບ​ຂອງ​ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ອັນ​ເປັນຄະດີ ​ທີ່​ມີ​ຄວາມ​ສຳຄັນຄັ້ງ​ປະວັດ​ສາດ​ທີ່​ອາດສາມາດ​ສົ່ງ​ຜົນກະທົບ ​ຕໍ່​ຊີວິດ​ຂອງ​ປະຊາຊົນ​ອາ​ເມຣິກັນ​ເກືອບ​ທຸກໆ​ຄົນ​ນັ້ນ.

ໃນ​ລະຫວ່າງ​ການ​ເປີດ​ຟັງ​ຄໍາ​ໃຫ້ການ​ເປັນ​ເວລາ​ເກືອບ 90 ນາທີ​ໃນ​ວັນ​ຈັນ​ວານ​ນີ້ ການ
ຊັກ​ຖາມ​ຢ່າງ​ເຄ່ງ​ຂຶມຂອງ​ພວກ​ຜູ້ພິພາກສາ​ສານສູງ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ ​ບັນຫາທາງ
ດ້ານ​ກົດໝາຍ​ກ່ຽວ​ກັບ​ຄວາມ​ສາມາດບົ່ມ​ຊ້ອນ ​ທີ່​ຈະ​ເປັນ​ອຸບປະສັກ​ກີດ​ກັນ​ຕໍ່​ການ​ດໍາ​
ເນີນ​ຂັ້ນ​ຕອນ​ດັ່ງກ່າວນັ້ນ​ແມ່ນ​ບໍ່​ມີ​ເລີຍ.

ປະ​ເດັນ​ສໍາຄັນຂອງ​ຄະດີນີ້ ​ແມ່ນ​ຂໍ້​ກໍານົດ​ນຶ່ງ​ຢູ່​ໃນ​ກົດໝາຍທີ່​ບັງຄັບ ໃຫ້​ຄົນ​ອາ​ເມຣິກັນ
ເກືອ​ບທຸກໆ​ຄົນ​ຕ້ອງ​ຊື້​ປະກັນ​ໄພ​ຮັກສາ​ສຸກຂະພາບນັ້ນ.

ພວກ​ສະໜັບສະໜຸນ​ມາດ​ຕະການ​ດັ່ງກ່າວ​ເວົ້າ​ວ່າ ຂໍ້​ກໍານົດ​ນີ້ແມ່ນ​ເປັນ​ສິ່ງ​ຈໍາ​ເປັນ​ເພື່ອ​
ກະຈາຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຮັກສາ​ສຸກຂະພາບໄປ​ຍັງ​ຄົນ​ອາ​ເມຣິກັນ​ທຸກ​ຄົນ. ​ແຕ່​ພວກ​
ຝ່າຍ​ຄ້ານ​ພາກັນ​ໂຕ້​ແຍ່ງ​ວ່າມາດ​ຕະການທີ່​ວ່າ​ນີ້ ​ຝ່າຝືນ​ກົດໝາຍ​ລັດຖະທໍາ​ມະນູນ​ແລະ
ຢຽບ​ຍໍ່າອິດ​ສະລະ​ພາບ​ຂອງ​ສ່ວນ​ບຸກຄົນ.

ພາຍ​ໃຕ້​ກົດໝາຍ​ໃໝ່ ຄົນ​ອາ​ເມຣິກັນ​ຄົນ​ໃດ​ທີ່​ເລືອກ​ບໍ່​ຊື້​ປະກັນ​ໄພ​ສຸກຂະ​ພາບ​ນັ້ນ ຈະ
ຖືກ​ບັງຄັບ​ໃຫ້ເສຍ​ຄ່າ​ປັບ​ໄໝ. ຄໍາ​ຖາມ​ທີ່​ມີ​ຂຶ້ນ​ໃນ​ວັນຈັນ​ວານ​ນີ້​ກໍ​ແມ່ນ​ວ່າ ການ​ປັບ​ໄໝ​
ນີ້ແມ່ນ​ພາສີ​ຫຼື​ບໍ? ກົດໝາຍ​ຂອງ​ສະ ຫະລັດ​ປົກ​ປ້ອງ​ບໍ່​ໃຫ້​ຄະດີຕ່າງໆ​ກ່ຽວ​ກັບ​ເລື່ອງ​ພາ
ສີ​ໄດ້​ຮັບ​ການ​ພິຈາລະ ນາ​ຈົນ​ກວ່າ​ໄດ້​ມີ​ການຈ່າຍ​ພາສີ​ແລ້ວ.

ທ່ານ​ໂອ​ບາ​ມາ ​ໄດ້​ລົງ​ນາມ​ໃນຮ່າງກົດໝາຍ​ດັ່ງກ່າວ​ ໃນ​ປີ 2010 ແຕ່​ພາກສ່ວນ​ສໍາຄັນ
ຈະ​ບໍ່​ມີ​ການຈັດຕັ້ງປະ​ຕິບັດ​ຈົນ​ຮອດ​ປີ 2014.

ພວກ​ຜູ້​ພິພາກສາ​ສານ​ສູງ​ສຸດ 9 ທ່ານ​ຈະ​ຮັບ​ຟັງ​ການຖົກ​ຖຽງ​ໂຕ້​ແຍ່ງເປັນ​ເວລາ 6 ຊົ່ວ
ໂມງ​ໃນໄລຍະ 3 ມື້ ອັນ​ເປັນ​ຊ່ວງ​ເວລາ​ດົນ​ທີ່​ສຸດທີ່​ສານ​ສູງ​ສຸດ​ໄດ້​ກໍານົດ​ເວລາ​ໄວ້​ສໍາລັບ​
ຄະດີໃດ​ຄະດີ​ນຶ່ງ ​ນັບ​ແຕ່​ຊຸມ​ປີ 1960 ເປັນ​ຕົ້ນ​ມາ.

ຄ່າ​ດວ່າ ສານ​ສູງ​ສຸດຈະ​ອອກ​ຄໍາ​ຕັດສິນກ່ຽວ​ກັບ​ເລື້ອງ​ດັ່ງກ່າວ ​ໃນ​ເດືອນ​ມິຖຸນາປີ​ນີ້.

XS
SM
MD
LG