ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ກຸ່ມ ທີ່​ມີ​ຄວາມ​ກຽດ​ຊັງ ໃນ ສ​ຫລ ມີ​ຈຳ​ນວນ​ ເພີ້ມ​ສູງຂຶ້ນ ​ເປັນ​ປະ​ວັດ​ການ ​ໃນປີ​ກາຍນີ້

ສະ​ມາ​ຊິກຂອງອົງ​ການກໍ່​ຄວາມ​ຮຸນ​ແຮງ​ນາ​ຊີ​ໃໝ່ Atomwaffen Division ເຂົ້າ​ຮ່ວມ​ການ​ໂຮງ​ຊຸມ​ນຸມ ຢູ່​ເມືອງ Newnan ຂອງ​ລັດ​ຈໍ​ເຈຍ ໃນ​ວັນ​ທີ 21 ເມ​ສາ, 2018
ສະ​ມາ​ຊິກຂອງອົງ​ການກໍ່​ຄວາມ​ຮຸນ​ແຮງ​ນາ​ຊີ​ໃໝ່ Atomwaffen Division ເຂົ້າ​ຮ່ວມ​ການ​ໂຮງ​ຊຸມ​ນຸມ ຢູ່​ເມືອງ Newnan ຂອງ​ລັດ​ຈໍ​ເຈຍ ໃນ​ວັນ​ທີ 21 ເມ​ສາ, 2018

ກຸ່ມ​ຊາວ​ຜິວ​ຂາວ​ທີ່​ຖື​ວ່າ​ໂຕ​ເອງ​ດີ​ເລີດທີ່​ຊື່​ວ່າ Identity Evropa ໄດ້​ເພີ້ມ​ຈຳ​ນວນ​ສາ​ຂາ​ຂອງ​ຕົນ​ຂຶ້ນ ຫລາຍກວ່າ​ສອງ​ເທົ່າ.

ອົງ​ການກໍ່​ຄວາມ​ຮຸນ​ແຮງ​ນາ​ຊີ​ໃໝ່ Atomwaffen Division ໄດ້​ຂະ​ຫຍາຍ​ໂຕ​ເພີ້ມ​ຈາກ 1 ສາ​ຂາ​ຂຶ້ນ​ເປັນ 27 ສາ​ຂາ.

ກຸ່ມ​ຊາວ​ຜິວ​ຂາວ​ຫົວ​ຊາ​ດ​ນິ​ຍົມ ແລະເວັບ​ໄຊທ໌ ທີ່​ຊື່​ວ່າ The Right Stuff ​ທີ່​ເຜີຍ​ແຜ່ສຽງ​ອັດ​ໄວ້ກ່າວ​ອ້າງວ່າ ​ຕົນ​ມີ 34 ສາ​ຂາແລ້ວ.

ກຸ່ມຄົນທີ່​ມີ​ຄວາມ​ກຽດ​ຊັງຕ່າງໆ ຂອງ​ຊາວ​ອາ​ເມ​ຣິ​ກັນ ໃນປີ 2018 ແມ່ນເປັນ​ປີທີ່​ມີ​ການ
​ຂະ​ຫຍາຍ​ໂຕ​ດີຍ້ອນ​ວ່າມີ​ການ​ຖີບ​ຕົວ​ສູງ​ຂຶ້ນ​ຂອງ​ບັນ​ດາ​ກຸ່ມຫົວ​ຊາດນິ​ຍົມຂອງ​ຄົນ​ຜິວ​
ດຳແລະ​ຜິວ​ຂາວທີ່ໄດ້ເພີ້ມຈຳ​ນວນ​ພົນ​ຂອງ​ຕົນ​ຂຶ້ນ​ໃຫ້​ສູງ​ຢ່າງ​ເປັນ​ປະ​ຫວັດ​ການ, ອີງ​
ຕາມການ​ລາຍ​ງານ​ ຂອງ​ສູນ​ກາງກົດ​ໝາຍ​ຂອງ​ຄົນ​ທຸກ​ໃນ​ເຂດ​ພາກ​ໃຕ້ ຫລື Southern Poverty Law Center (SPLC) ທີ່​ເປີດ ເຜີຍ​ອອກ​ມາໃນ​ວັນ​ພຸດ​ວານນີ້.

ອົງ​ການ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ດ້ານ​ກົດ​ໝາຍ ທີ່​ຕັ້ງ​ຢູ່​ລັດ​ອາ​ລາ​ບາ​ມາ ໄດ້​ບັນ​ທຶກວ່າ ​ມີ​ກຸ່ມ​ຂອງ​ພວກ​ຄົນທີ່​ມີ​ຄວາມ​ກຽດ​ຊັງທີ່​ເຄື່ອນ​ໄຫວ​ຢູ່ 1,020 ກຸ່ມໃນ​ປີ​ກາຍນີ້ ຊຶ່ງ​ເພີ້ມ​ຂຶ້ນ 7 ເປີ​ເຊັ​ນ​ເມື່ອ​ທຽບ​ໃສ່ປີ 2017. ການ​ບັນ​ທຶກ​ໃນ​ຄັ້ງ​ກ່ອນ​ໂດຍ​ສູນ​ກາງ SPLC ໃນ​ປີ 2011 ແມ່ນມີ 1,018 ກຸ່ມ​ ທ່າມ​ກາງ​ການສະ​ທ້ອນ​ກັບ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ບາ​ຣັກໂອ​ບາ​ມາ, ຜູ້​ນຳ​ປະ​ເທດ​ຄົນ​ທຳ​ອິດ​ທີ່​ເປັນ​ຊາວ​ ອາ​ເມ​ຣິ​ກັນ​ເຊື້ອ​ສາຍອາ​ຟ​ຣິ​ກາ.

ຊາຍ​ຄົນ​ນຶ່ງ​ຖືກ​ຈັບ​ໃນ​ຂະ​ນະ​ທີ່ທ້າວ Jason Kessler, ​ຊາວ​ຜິວ​ຂາວ​ທີ່​ຖື​ວ່າ​ໂຕ​ເອງ​ດີ​ເລີດຄົນ​ນຶ່ງ​ໄປ​ເຖິງສະ​ຖາ​ນີ​ລົດ​ໄຟວຽນ​ນາ​ໃນ​ລັດ​ເວີ​ຈີ​ເນຍ, ວັນ​ທີ 12 ສິງ​ຫາ, 2018
ຊາຍ​ຄົນ​ນຶ່ງ​ຖືກ​ຈັບ​ໃນ​ຂະ​ນະ​ທີ່ທ້າວ Jason Kessler, ​ຊາວ​ຜິວ​ຂາວ​ທີ່​ຖື​ວ່າ​ໂຕ​ເອງ​ດີ​ເລີດຄົນ​ນຶ່ງ​ໄປ​ເຖິງສະ​ຖາ​ນີ​ລົດ​ໄຟວຽນ​ນາ​ໃນ​ລັດ​ເວີ​ຈີ​ເນຍ, ວັນ​ທີ 12 ສິງ​ຫາ, 2018

ການ​ເພີ້ມ​ຂຶ້ນ​ຂອງຄົນ​ທີ່​ມີ​ຄວາມ​ກຽດ​ຊັງ​ດັ່ງ​ກ່າວ ແມ່ນ​ຖືກ​ພັກ​ດັນ​ໂດຍ​ການເພີ້ມ ​ຂຶ້ນ​ຂອງ​ກຸ່ມຫົວ​ຊາດ​ນິ​ຍົມຜິວ​ດຳ ແລະ​ຜິວ​ຂາວ, ອີງ​ຕາມສູນ​ກາງ SPLC. ຈຳ​ນວນ​ຂອງ​ກຸ່ມພວກ​ຫົວ​ຊາດ​ນິ​ຍົມຜິວ​ຂາວ ແມ່ນ​ເພີ້ມ​ຂຶ້ນ​ຢ່າງວ່ອງ​ໄວ​ຈາກ 100 ຫາ 148 ໃນ​ຂະ​ນະ​ທີ່ຈຳ​ນວນ​ຂອງ​ກຸ່ມ​ຫົວ​ຊາດນິ​ຍົມ​ຜິວດຳ ຊຶ່ງ​ປົກ​ກະ​ຕິ​ແລ້ວ ແມ່ນ​ຕໍ່​ຕ້ານ​ຊາວ​ຢິວ, ຕໍ່​ຕ້ານ​ພວກ​ຮັ​ກ​ຮ່ວມ​ເພດ ແລະ​ຕ້ານ​ຄົນ​ຜິວ​ຂາວ ​ແມ່ນ​ເພີ້ມ​ຂຶ້ນ​ຈາກ 233 ເປັນ 264 ກຸ່ມ.

ພາບ​ຖ່າຍ​ໃນ​ວັນ​ທີ 19 ກຸມ​ພາ 2017 ສະ​ແດງ​ໃຫ້​ເຫັນ​ຄົນ​ຖືປ້າຍຕ່າງໆ ໃນການໂຮມ​ຊຸມ​ນຸມ​ປະ​ທ້ວງ​ຕໍ່ດຳ​ລັດ​ຫ້າມ​ເດີນ​ທາງ​ຂອງ​ຄົນ​ຈາກ​ປະ​ເທດ​ທີ່​ມີ​ຊາວ​ມຸ​ສ​ລິມ​ສ່ວນ​ໃຫຍ່ມາ​ຍັງ​ສະ​ຫະ​ລັດ ທີ່​ຈັດ​ຂຶ້ນ​ໃນຈະ​ຕຸ​ລັດ Times ຂອງ​ນະ​ຄອນ​ນີວຢອກ

ສູນ​ກາງ SPLC ໃຫ້​ຄຳ​ນິ​ຍາມ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ກຽດ​ຊັງວ່າ “ເປັນອົງການນຶ່ງທີ່, ​ໂດຍອີງ​ຕາມ​ຄຳ​ຖະ​ແຫງ​ການ​ຢ່າງ​ເປັນ​ທາງ​ການ ຫລື​ຫລັກ​ການ​, ຄຳ​ຖະ​ແຫລງ ຂອງຜູ້​ນຳ, ຫລື​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ດັ່ງ​ກ່າວ, ມີ​ຄວາມ​ເຊື່ອ ຫລື​ການ​ປະ​ຕິ​ບັດທີ່ແນ່​ໃສ່ໂຈມ​ຕີ ຫລືໃສ່​ຮ້າຍ​ຕໍ່​ຜູ້​ຄົນ​ທັງ​ໝົດ​ໃນ​ຊົນ​ຊັ້ນ​ນຶ່ງ, ຊຶ່ງ​ໂດຍ​ປົກ​ກະ​ຕິ ແມ່ນ​ຍ້ອນ​ຄຸນ​ລັກ​ສະ​ນະ​ທີ່ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້​ຂອງພວກ​ເຂົາ​ເຈົ້າ​ເຫລົ່າ​ນັ້ນ."

ຈຳ​ນວນຂອງກຸ່ມຄົນ​ທີ່​ມີ​ຄວາມ​ກຽດ​ຊັງ ໄດ້​ເພີ້ມ​ຂຶ້ນ​ໃນ​ທຸກໆ​ປີ ໃນ​ຊ່ວງ​ໄລ​ຍະ 4 ປີ​ຜ່ານ​ມານີ້, ອີງ​ຕາມສູນ​ກາງ SPLC, ຊຶ່ງ​ເປັນ​ການ​ເພີ້ມ​ຂຶ້ນ​ປະ​ມານ 30 ເປີ​ເຊັນທີ່​ຕົກ​ຢູ່​ໃນ​ຊ່ວງ​ດຽວ​ກັນ​ກັບ​ການ​ໂຄ​ສະ​ນາ​ຫາ​ສຽງ ແລະ​ການດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ທ່ານ​ທ​ຣຳ​. ​ການ​ເພີ້ມ​ຂຶ້ນ​ດ່ງ​ກ່າວ​ແມ່ນ​ມີ​ຂຶ້ນພາຍ​ຫລັງ​ທີ່​ມີ​ການ​ຫລຸດ​ລົງ​ມາ​ເປັນ​ເວ​ລາ 3 ປີ ໃນ​ຊ່ວງ​ທ້າຍ​ຂອງຄະ​ນະ​ລັດ​ຖະ​ບານ​ທ່ານ​ໂອ​ບາ​ມາ.

ສະ​ມາ​ຊິກ​ຂອງ​ກຸ່ມ Ku Klux Klan ຂອງ​ຊາວ​ຜ​ິວ​ຂາວ​ທີ່​ຖື​ວ່າ​ຕົນ​ດີ​ເລີດເຂົ້າ​ຮ່ວມ​ການຈູ​ດ​ເຜົາ​ໄມ້​ກາງ​ເຂງຢູ່​ໃນ​ເຂດ​ຄາວ​ຕີ Paulding ໃກ້​ເມືອງ​ຊີ​ດາ​ຂອງ​ລັດ​ຈໍ​ເຈຍ ໃນ​ວັນ​ທີ 23 ເມ​ສາ, 2016
ສະ​ມາ​ຊິກ​ຂອງ​ກຸ່ມ Ku Klux Klan ຂອງ​ຊາວ​ຜ​ິວ​ຂາວ​ທີ່​ຖື​ວ່າ​ຕົນ​ດີ​ເລີດເຂົ້າ​ຮ່ວມ​ການຈູ​ດ​ເຜົາ​ໄມ້​ກາງ​ເຂງຢູ່​ໃນ​ເຂດ​ຄາວ​ຕີ Paulding ໃກ້​ເມືອງ​ຊີ​ດາ​ຂອງ​ລັດ​ຈໍ​ເຈຍ ໃນ​ວັນ​ທີ 23 ເມ​ສາ, 2016

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG