ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາຊະຍາກໍາຄວາມຄຽດຊັງຢູ່ໃນສະຫະລັດ ເພີ້ມຂຶ້ນໃນຊ່ວງເຄິ່ງທໍາອິດຂອງປີ 2022


ແຟ້ມຮູບ-ນາງ ຕີ ບຣູກ (Thea Brooks) ປ້າຂອງ ອາມວດ ອາເບຣີ (Ahmaud Arbery), ກ່າວກັບບັນດາຜູ້ສະໜັບສະໜຸນຢູ່ 4 ແຍກ ບ່ອນທີ່ຜູ້ຊາຍຄົນດໍາຖືກຍິງຈົນເສຍຊີວິດເມື່ອສອງປີກ່ອນ, ໃນເມືອງບຣັນສວິກ (Brunswick), ລັດຈໍເຈຍ, ເມື່ອວັນທີ 23 ກຸມພາ 2022.
ແຟ້ມຮູບ-ນາງ ຕີ ບຣູກ (Thea Brooks) ປ້າຂອງ ອາມວດ ອາເບຣີ (Ahmaud Arbery), ກ່າວກັບບັນດາຜູ້ສະໜັບສະໜຸນຢູ່ 4 ແຍກ ບ່ອນທີ່ຜູ້ຊາຍຄົນດໍາຖືກຍິງຈົນເສຍຊີວິດເມື່ອສອງປີກ່ອນ, ໃນເມືອງບຣັນສວິກ (Brunswick), ລັດຈໍເຈຍ, ເມື່ອວັນທີ 23 ກຸມພາ 2022.

ອາຊະຍາກໍາຄວາມຄຽດຊັງຢູ່ໃນເມືອງໃຫຍ່ຕ່າງໆຂອງສະຫະລັດ ໄດ້ເພີ້ມຂຶ້ນໃນລະດັບນຶ່ງ ໃນເຄິ່ງທໍາອິດຂອງປີ 2022 ຫຼັງຈາກທີ່ມີການເພີ້ມຂຶ້ນເປັນຈໍານວນໂຕເລກສອງເທົ່າໃນໄລຍະສອງປີທີ່ຜ່ານມາ, ອີງຕາມຂໍ້ມູນຂອງຕໍາຫຼວດ ທີ່ຮີບໂຮມໂດຍສູນກາງສຶກສາກ່ຽວກັບຄວາມຄຽດຊັງແລະລັດທິຫົວຮຸນແຮງ​ຈັດ.

ຂໍ້ມູນດັ່ງກ່າວແມ່ນໄດ້ຮີບໂຮມມາຈາກ​ກົມຕໍາຫຼວດຂອງ 15 ໂຕເມືອງໃຫຍ່ ທີ່ເປີດເຜີຍໃຫ້ເຫັນການເພີ້ມຂຶ້ນ ໂດຍສະເລ່ຍປະມານ 5 ເປີເຊັນໃນເຫດການທີ່ມີທ່າອ່ຽງ ໄປທາງໃດທາງນຶ່ງຈົນເຖິງປີນີ້, ອີງຕາມລາຍງານໃໝ່ຈາກສູນກາງການຄົ້ນຄວ້າກ່ຽວກັບລັດທິຫົວຮຸນແຮງຈັດ ແຫ່ງມະຫາວິທະຍາໄລຄາລິຟໍເນຍ ໃນເມືອງແຊນ ເບີນາດີໂນ. ໃນຈໍານວນ 15 ເມືອງທີ່ມີປະຊາກອນລວມກັນເປັນ 25 ລ້ານ 5 ແສນຄົນ.

ໂດຍການສົມທຽບແລ້ວ, ຂໍ້ມູນຕົວຢ່າງຂະໜາດໃຫຍ່ຈາກ 52 ເມືອງທີ່ສໍາຄັນທີ່ລວບລວມໂດຍສູນດັ່ງກ່າວ ໄດ້ເປີດເຜີຍໃຫ້ເຫັນອາຊະຍາກໍາຄວາມຄຽດຊັງ ຢູ່ໃນສະຫະລັດເພີ້ມຂຶ້ນເກືອບ 30 ເປີເຊັນໃນປີ 2021, ອີງຕາມການລາຍງານທີ່ກ່າວມາ.

ອາຊະຍາກໍາຄວາມຄຽດຊັງ ແມ່ນໄດ້ກໍານົດໂດຍອົງການ FBI ວ່າເປັນ “ການກະທໍາຄວາມຜິດທາງກົດໝາຍອາຍາ ທີ່ມີແຮງຈູງໃຈຕໍ່ຕ້ານບຸກຄົນ ຫຼື ຊັບສິນໃນບາງສ່ວນ ຫຼືທັງໝົດ ເຊິ່ງຜູ້ກະທໍາຜິດມີຄວາມຄວາມຄິດຕໍ່ຕ້ານເຊື້ອຊາດ, ສາດສະໜາ, ຄວາມພິການ, ຄວາມນິຍົມທາງເພດ, ຊົນເຜົ່າ, ເພດ ຫຼື ເອກະ ລັກທາງເພດ.”

ອາຊະຍາກໍາຄວາມຄຽດຊັງຢູ່ໃນສະຫະລັດ ເພີ້ມຂຶ້ນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ, ເຊິ່ງເພີ້ມຂຶ້ນຈາກປັດ​ໄຈຕ່າງໆຫຼາຍປະການ ໂດຍເພີ້ມຂຶ້ນຢ່າງໄວວາຈາກຄວາມຮູ້ສຶກຕໍ່ຕ້ານຄົນເອເຊຍໃນຊ່ວງການລະບາດຂອງພະຍາດໂຄວິດ-19 ໄປຈົນເຖິງຄວາມຮູ້ສຶກຕໍ່ຕ້ານຄົນຜິວດໍາ ໃນການສະແດງທ່າທີຕໍ່ການປະທ້ວງເພື່ອຄວາມຍຸຕິທໍາທາງດ້ານເຊື້ອຊາດ ທີ່ແຜ່ຂະຫຍາຍໄປທົ່ວອາເມຣິກາໃນປີ 2020 ລຸນຫຼັງທີ່ຕໍາຫຼວດໄດ້ເຮັດໃຫ້ທ້າວຈອຣ​ຈ໌ ຟລອຍ (George Floyd) ເສຍຊີວິດລົງໃນລະຫວ່າງການຈັບໂຕລາວ.

ຖ້າການເພີ້ມຂຶ້ນຍັງສະແດງໃຫ້ເຫັນຈົນເຖິງປີນີ້, ອາຊະຍາກໍາຄວາມ​ຄຽດຊັງກໍຈະເພີ້ມຂຶ້ນເປັນປີທີ 4 ຕິດຕໍ່ກັນຢູ່ໃນສະຫະລັດ.

ທ່ານໄບຣອັນ ເລວິນ (Brian Levin), ຜູ້ອໍານວຍການໃຫຍ່ຂອງສູນກາງສຶກສາກ່ຽວກັບຄວາມ​ຄຽດຊັງ ແລະລັດທິຫົວຮຸນແຮງ​ຈັດ ກ່າວວ່າ “ສະຖານະການທີ່ເກີດຂຶ້ນໄດ້ຫຼຸດລົງ, ແຕ່ເຫດການຕ່າງໆບໍ່ໄດ້ຢູ່ໃນຂອບເຂດຂອງປີດຽວ, ມັນມີທິດທາງໄປໃນຫຼາຍປີລວມກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG