ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະ​ຫະ​ລັດ ​ຖິ້ມ​ໂທດ​ໃສ່ ກຸ່ມຕົວ​ແທນ​ຂອງອີ​ຣ່ານ ​ສຳ​ລັບ​ການໂຈ​ມ​ຕີ ​ດ້ວຍຈະ​ຫຼວດ ຫວ່າງ​ມໍ່ໆ​ມາ​ນີ້


ທະ​ຫານ​ອີ​ຣັກ ກຳ​ນັ່ງ​ຢູ່​ໃນ​ລົດ ລະ​ຫວ່າງ​ການ​ເຝິກ​ຊ້ອມ
ທະ​ຫານ​ອີ​ຣັກ ກຳ​ນັ່ງ​ຢູ່​ໃນ​ລົດ ລະ​ຫວ່າງ​ການ​ເຝິກ​ຊ້ອມ

ກອງທັບອີຣັກ ກ່າວໃນວັນອັງຄານວານນີ້ວ່າ ມີການຍິງຈະຫຼວດ 2 ລູກໂຈມຕີຖານທັບ
ແຫ່ງນຶ່ງຢູ່ທາງໃຕ້ນະຄອນຫຼວງແບັກແດດທີ່ມີກຳລັງແນວໂຮມພາຍໃຕ້ການນຳພາຂອງ
ສະຫະລັດ ແລະພວກທະຫານອົງການເນໂຕ້ປະຈຳການຢູ່ທີ່ນັ້ນ.

ຖະແຫຼງການບໍ່ໄດ້ກ່າວເຖິງພວກທີ່ໄດ້ຮັບບາດເຈັບລົ້ມຕາຍ.

ລູກຈະຫຼວດໄດ້ຕົກໃສ່ຖານທັບບາສມາຢາ (Basmaya) ບ່ອນທີ່ກຳລັງແນວໂຮມຈາກ
ປະເທດສະເປນ ອັນເປັນສ່ວນນຶ່ງຂອງກຳລັງແນວໂຮມໃນການປະຕິ ບັດງານ ເພື່ອ
ປາບປາມກຸ່ມຫົວຮຸນແຮງລັດອິສລາມ ພັກເຊົາຢູ່. ໃນອາທິດແລ້ວນີ້ ມີຈະຫຼວດລູກນຶ່ງ
ຕົກໃສ່ຖານທັບຕາຈີ (Taji) ທາງພາກເໜືອຂອງນະຄອນຫຼວງແບັກແດດຊຶ່ງໄດ້ສັງ
ຫານທະຫານອາເມຣິກັນ 2 ຄົນແລະ ແພດທະຫານຄົນນຶ່ງຂອງອັງກິດ ພ້ອມທັງມີ
ຜູ້ບາດເຈັບອີກ 14 ຄົນ.

ສະຫະລັດໄດ້ຖິ້ມໂທດການໂຈມຕີດັ່ງກ່າວ ໃສ່ພວກລູກສະໝຸນຂອງອີຣ່ານຢູ່ໃນປະ
ເທດອີຣັກ.

ກຳລັງສະຫະລັດໄດ້ທຳການໂຈມຕີທາງອາກາດເພື່ອເປັນການຕອບໂຕ້ໃນວັນພະ
ຫັດແລະວັນສຸກອາທິດແລ້ວ ໃສ່ສາງເກັບອາວຸດຫຼາຍໆແຫ່ງຂອງກຸ່ມກາຕາ ອີບເຮັສ
ໂບລລາ ທີ່ໄດ້ຮັບການໜຸນຫລັງຈາກອີຣ່ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG