ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຈັດຕາໜ່າງ Haqqani ເຂົ້າໃນບັນຊີ ກຸ່ມກໍ່ການຮ້າຍ


ນາຍ Jalaluddin Haqqani (ຂວາ) ລັດຖະມົນຕີຊົນເຜົ່າ ຂອງກຸ່ມຕາລີບານ ພວມຊີ້ໃສ່ແຜນທີ່ອັຟການິສຖານ ໃນລະຫວ່າງ ເດີນທາງໄປຢ້ຽມຢາມປາກິສຖານ ພ້ອມກັບລູກຊາຍຂອງລາວ ທ້າວ Naziruddin (ຊ້າຍ)
ນາຍ Jalaluddin Haqqani (ຂວາ) ລັດຖະມົນຕີຊົນເຜົ່າ ຂອງກຸ່ມຕາລີບານ ພວມຊີ້ໃສ່ແຜນທີ່ອັຟການິສຖານ ໃນລະຫວ່າງ ເດີນທາງໄປຢ້ຽມຢາມປາກິສຖານ ພ້ອມກັບລູກຊາຍຂອງລາວ ທ້າວ Naziruddin (ຊ້າຍ)
ສະຫະລັດປະກາດວ່າ ຕາໜ່າງ Haqqani ທີ່ມີຖານປະຕິບັດງານ
ຢູ່ປາກິສຖານເປັນອົງການກໍ່ການຮ້າຍ ຊຶ່ງເປັນການແຜ້ວທາງໄປ
ສູ່ການລົງໂທດຢ່າງໜັກ ທາງດ້ານການເງິນ ຕໍ່ກຸ່ມຫົວຮຸນແຮງດັ່ງ
ກ່າວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clin-
ton ໄດ້ປະກາດໃຫ້ຊາບໃນວັນສຸກວານນີ້ວ່າທ່ານນາງໄດ້ລົງນາມ
ໃນລາຍງານສະບັບນຶ່ງທີ່ສົ່ງໄປຍັງລັດຖະສະພາສະຫະລັດ ທີ່ເວົ້າ
ວ່າ ຕາໜ່າງ Haqqani ມີເງື່ອນໄຂພຽງພໍ ທີ່ຈະຖືກລະບຸວ່າ ເປັນ
ກຸ່ມກໍ່ການຮ້າຍ. ນອກນັ້ນລັດຖະບານທ່ານໂອບາມາຍັງຮຽກຮ້ອງ
ໃຫ້ປະເທດອື່ນໆຢຶດຊັບສິນຂອງຕາໜ່າງ Haqqani ນຳດ້ວຍ.

ມີການຖິ້ມໂທດໃສ່ຕາໜ່າງ Haqqani ກ່ຽວກັບການໂຈມຕີທີ່ສຳ
ຄັນຈຳນວນນຶ່ງ ຕໍ່ກອງກຳລັງຂອງສະຫະລັດແລະອົງການເນໂຕ້ ໃນອັຟການິສຖານຮວມ ທັງການໂຈມຕີສະຖານທູດສະຫະລັດທີ່ນະຄອນຫຼວງກາບູລໃນປີກາຍນີ້.

ຕາໜ່າງ Haqqani ຊຶ່ງມີຄວາມສຳພັນກັບທັງພວກກະບົດຕາລີບານແລະກຸ່ມກໍ່ການຮ້າຍ ຂ້າມຊາດອາລກາຍດາມີຖານປະຕິບັດງານຢູ່ໃນເຂດຊົນເຜົ່າ Waziristan ເໜືອຂອງປາ ກິສຖານ. ເປັນທີ່ເຊື່ອກັນວ່າ ກຸ່ມດັ່ງກ່າວນີ້ມີຄວາມສຳພັນໃກ້ຊິດກັບເຈົ້າໜ້າທີ່ຄົນສຳຄັນ ໃນໜ່ວຍສືບລັບຂອງປາກິສຖານ ຊຶ່ງເປັນຂໍ້ກ່າວຫ ທີ່ເຈົ້າໜ້າທີ່ປາກິສຖານໄດ້ປະຕິເສດ ໄປນັ້ນ.

ພວກຜູ້ບັນຊາການຂັ້ນສູງ ຂອງຕາໜ່າງ Haqqani ກ່າວວ່າ ການລະບຸຊື່ເປັນອົງການກໍ່ ການຮ້າຍນີ້ ແມ່ນສະແດງໃຫ້ເຫັນວ່າ ສະຫະລັດບໍ່ມີຄວາມຈິງໃຈ ກ່ຽວກັບການດຳເນີນ ຄວາມພະຍາຍາມເພື່ອສ້າງສັນຕິພາບໃນອັຟການິສຖານ. ພວກເຂົາເຈົ້າແຈ້ງໃຫ້ອົງການ ຂ່າວຣອຍເຕີ້ຊາບວ່າ ການເຄື່ອນໄຫວທີ່ວ່ານີ້ ຈະຍັງຜົນໃຫ້ເກີດຄວາມຍຸ່ງຍາກລຳບາກ ຕໍ່ນາຍ Bowe Bergdahl ທະຫານສະຫະລັດທີ່ຖືກກຸ່ມດັ່ງກ່າວຈັບໂຕໄວ້ ນັບແຕ່ຫາຍ ສາບສູນໄປຈາກຄ້າຍຂອງຜູ້ກ່ຽວ ທີ່ແຂວງ Paktika ໃນປີ 2009.

ໃນວັນສຸກວານນີ້ທຳນຽບຫ້າແຈບໍ່ຍອມໃຫ້ລາຍລະອຽດໃດໆກ່ຽວກັບການດຳເນີນຄວາມ ພະຍາຍາມເພື່ອໃຫ້ມີການປ່ອຍໂຕທະຫານອາເມຣິກັນຄົນນີ້ ແຕ່ໂຄສົກຂອງທຳນຽບຫ້າ
ແຈ ໄດ້ກ່າວຍ້ອງຍໍ ການປະກາດຂອງສະຫະລັດໂດຍເວົ້າວ່າ ກຳລັງສະຫະລັດຈະສືບຕໍ່ ການປະຕິບັດງານທາງທະຫານຢ່າງເດັດດ່ຽວເພື່ອຮັບມືກັບໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງ ສະຫະລັດຢູ່ໃນພູມີພາກ.
XS
SM
MD
LG