ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມອບສູນເລືອດ ຫລັງໃໝ່ ໃຫ້ແກ່ ແຂວງຈຳປາສັກ


ເອກອັກຄະລັດຖະທູດສະຫະລັດ ມອບສູນເລືອດຫລັງໃໝ່ ໃຫ້ແກ່ຮອງເຈົ້າແຂວງໆຈຳປາສັກ (ພາບ-ສະຖານທູດ ສຫລ)
ເອກອັກຄະລັດຖະທູດສະຫະລັດ ມອບສູນເລືອດຫລັງໃໝ່ ໃຫ້ແກ່ຮອງເຈົ້າແຂວງໆຈຳປາສັກ (ພາບ-ສະຖານທູດ ສຫລ)

ສະຫະລັດມອບສູນເລືອດຫລັງໃໝ່ ໃຫ້ແກ່ແຂວງຈຳປາສັກ ໃນພາກໃຕ້ຂອງ ສປປ ລາວ ອີງຕາມລາຍງານຂ່າວຂອງສະຖານທູດສະຫະລັດ.

ພິທີມອບຮັບດັ່ງກ່າວ ແມ່ນຈັດຂຶ້ນຢ່າງເປັນທາງການ ໃນວັນພະຫັດທີ 12 ມັງກອນວານນີ້ ໂດຍເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານນາງ Rena Bitter ແລະ ຮອງເຈົ້າແຂວງໆຈຳປາສັກ ທ່ານສົມສະໜິດ ບຸດທິວົງ​.

ສູນເລືອດຫລັງໃໝ່ແຫ່ງນີ້ ຈະໄດ້ໃຫ້ການບໍລິການເລືອດສຸກເສີນແກ່ປະຊາຊົນໃນບັນດາ ແຂວງພາກໃຕ້. ໃນເດືອນກັນຍາ 2016 ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວໄດ້ລົງນາມກ່ຽວກັບຄູ່ຮ່ວມມືແບບ ກວມລວມ ລະຫວ່າງສະຫະລັດ ແລະ ສປປ ລາວ ເພື່ອເພີ່ມທະວີ ສາຍພົວພັນ ໃຫ້ສູງຂື້ນ ກວ່າເກົ່າ ບົນຈິດໃຈການຮ່ວມມື ຂອງພວກເຮົາ ໃນໄລຍະໃໝ່ ສູນເລືອດດັ່ງກ່າວນີ້ຈະປະ ກອບສ່ວນເຮັດໃຫ້ສຸຂະພາບ ແລະຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນ.

ສູນເລືອດຫລັງໃໝ່ ທີ່ແຂວງຈຳປາສັກ (ພາບ - ສະຖານທູດ ສຫລ)
ສູນເລືອດຫລັງໃໝ່ ທີ່ແຂວງຈຳປາສັກ (ພາບ - ສະຖານທູດ ສຫລ)

​ໃນພິທີເປີດເອກອັກຄະລັດຖະທູດ Bitter ໄດ້ເວົ້າເຖິງການຮ່ວມມືໃນໂຄງການຊ່ວຍເຫຼືອ ທາງດ້ານມະນຸດສະທຳ ລະຫວ່າງລັດຖະບານ ສະຫະລັດ ແລະ ສປປ ລາວ ໂດຍກ່າວວ່າ ສູນເລືອດແຫ່ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ ແລະການປະກອບສ່ວນເຂົ້າ ໃນການພັດທະນາດ້ານພື້ນຖານໂຄງລ່າງຂອງ ສປປ ລາວ ແລະປັບປຸງຄຸນນະພາບຊີວິດ ຂອງປະຊາຊົນລາວໃຫ້ດີຂຶ້ນ ແລະໄດ້ມອບໃຫ້ແກ່ປະຊາຊົນລາວ ແລະລັດຖະບານແຫ່ງ ສປປ ລາວ ໃນນາມປະຊາຊົນອາເມຣິກັນ.

ສະຖານທູດ​ສະຫະລັດ​ພາຍ​ໃຕ້​ການ​ປະສານ​ງານກັບກອງ​ບັນຊາ​ການກອງທັບ​ສະຫະລັດ​ ປະຈຳ​ພາກ​ພື້ນປາຊິຟິກ ໄດ້​ສະໜອງ​ໂຄງການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳໃນ​ເຂດ​ຊົນ ນະບົດ​ຂອງ​ລາວ ມາ​ເປັນ​ເວລາ ​ຫຼາຍກວ່າ 15 ປີ ລວມມີ ​ໂຮງຮຽນ​ ສຸກສາລາ ໂຮງໝໍ ລະ ບົບ​ຊົນລະປະທານ ແລະລະບົບ​ນ້ຳສະອາດ. ​ສູນເລືອດຫລັງນີ້ ແມ່ນໜຶ່ງໃນ​ຫລາຍໆໂຄງ ການ​ຊ່ວຍ​ເຫລືອດ້ານ​ມະນຸດສະທຳເພື່ອ ການ​ກໍ່ສ້າງພື້ນຖານໂຄງ​ລ່າງ​ທີ່ສຳຄັນຊຶ່ງໄດ້​ສຳ​ເລັດ​ໃນ​ປີຜ່ານມາ ​ເຊິ່ງ​ມີມູນ​ຄ່າລວມທັງ​ໝົດ​ຫລາຍ​ກວ່າ 850,000 ​ໂດ​ລາ​.

ໂຄງການດັ່ງກ່າວນີ້ ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ສືບ​ຕໍ່​ການ​ຮ່ວມ​ມື ແລະປະ​ຕິ​ບັດ​ງານ​ຮ່ວມ​ກັນ ​ລະ​ຫວ່າງລັດຖະບານສະຫະລັດ ແລະລັດຖະບານ ສປປ ລາວ ໃນການປັບ​ປຸງພັດ ​ທະ​ນາລະ​ບົບ​ການ​ການ​ສຶກ​ສາ ແລະສາ​ທາລະນະສຸກ ຢູ່​ໃນ ສ​ປ​ປ ລາວ ​ໃຫ້​ນັບ​ມື້​ນັບ​ດີ​ ຂື້ນເພື່ອປະກອບສ່ວນ​ເຂົ້າ​ໃນ​ການບັນ​ລຸ​ເປົ້າ​ໝາຍ ການ​ພັດ​ທະ​ນາແບບຍືນຍົງ.

XS
SM
MD
LG