ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເອກອັກຄະລັດຖະທູດ ສະຫະລັດ ປະຈໍາລາວ ໄດ້ມອບປື້ມ 29,000 ຫົວ ເພື່ອສົ່ງເສີມການອ່ານ ໃຫ້ແກ່ກະຊວງສຶກສາແລະກິລາ

ທ່ານ ດຣ. ປີເຕີ ເອັມ. ເຮມ໋ອນ ​ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ໄດ້ມອບປື້ມສົ່ງເສີມການອ່ານ ສະໜັບສະໜູນໂດຍ ສະຫະລັດອາເມຣິກາ ໃຫ້ແກ່ທ່ານນາງ ດຣ. ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ທີ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 15 ກັນຍາ, 2020.

ເພື່ອເປັນການສືບຕໍ່ຊຸກຍູ້ຊ່ວຍເຫຼືອ ທາງດ້ານການສຶກສາຢ່າງຕໍ່ເນື່ອງ ໃຫ້ແກ່ ສປປ ລາວ ຂອງສະຫະລັດອາເມຣິກາ ທ່ານ ດຣ. ປີເຕີ ເອັມ. ເຮມ໋ອນ ​ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ໄດ້ມອບປື້ມສົ່ງເສີມການອ່ານ ສະໜັບສະໜູນໂດຍ ສະຫະລັດອາເມຣິກາ ໃຫ້ແກ່ທ່ານນາງ ດຣ. ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ທີ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 15 ກັນຍາ ຜ່ານມາ ເຊິ່ງພິທີດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຮວມທັງບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການແລະກິລາ ບັນດາຄູອາຈານແລະນັກຮຽນ ເພື່ອເປັນການສະເຫຼີມສະຫຼອງວັນສາກົນແຫ່ງການລົບລ້າງການກືກໜັງສື. ພິທີມອບຮັບໃນຄັ້ງນີ້ ປະກອບມີປຶ້ມນິທານສໍາລັບຊັ້ນຫ້ອງກຽມປະຖົມ ຈໍານວນ 29,000 ເຫຼັ້ມຈະໄດ້ຖືກແຈກຢາຍ ໄປທີ່ຫ້ອງກຽມປະຖົມຈໍານວນ 227 ຫ້ອງ. ໃນສົກ ຮຽນປີ 2020-2021 ນີ້ຈະມີອຸປະກອນປຶ້ມນິທານທັງໝົດ 81,000 ເຫຼັ້ມ ເຊິ່ງ ຈະໄດ້ຖືກຈັດສົ່ງໄປໂຮງຮຽນປະຖົມທັງໝົດ 584 ແຫ່ງ ໃນສີ່ແຂວງເປົ້າໝາຍ ດ້ວຍທຶນຊ່ວຍເຫຼືອລ້າ ຈາກອົງການພັດທະນາສາກົນຂອງສະຫະລັດອາເມຣິກາ ຫຼື USAID.

ທ່ານ ດຣ. ປີເຕີ ເອັມ. ເຮມ໋ອນ ​ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ຮັບເອົາຊໍ່ດອກໄມ້ ຈາກນັກຮຽນຊັ້ນປະຖົມ ໃນລະຫວ່າງພິທີການມອບປື້ມສົ່ງເສີມການອ່ານ ສະໜັບສະໜູນໂດຍ ສະຫະລັດອາເມຣິກາ ໃຫ້ແກ່ທ່ານນາງ ດຣ. ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ທີ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 15 ກັນຍາ, 2020.

ທ່ານທູດ ເຮມ໋ອນ ໄດ້ກ່າວວ່າ “ການສົ່ງມອບໃນມື້ນີ້ເປັນການຢືນຢັນເຖິງຄວາມມຸ່ງໝັ້ນ ແລະເປົ້າໝາຍຮ່ວມກັນພາຍໃຕ້ສາຍພົວພັນການຮ່ວມມືຮອບດ້ານ ລະ ຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ໂດຍມີຈຸດປະສົງເພື່ອເປັນການຊຸກຍູ້ປັບປຸງ ຜົນທີ່ໄດ້ຮັບຂອງການອ່ານ ແລະ ການສຶກສາຂັ້ນພື້ນຖານສໍາລັບເດັກນ້ອຍທຸກໆຄົນໃນລາວ ພ້ອມທັງເປັນການສົ່ງເສີມການສຶກສາ ແບບມີສ່ວນຮ່ວມ. ພວກເຮົາມີຄວາມພູມໃຈທີ່ໄດ້ສືບຕໍ່ສະໜັບສະໜູນຊັບພະຍາກອນທີ່ຍິ່ງໃຫຍ່ທີ່ສຸດຂອງປະເທດລາວ ກໍ່ຄື ເດັກນ້ອຍລາວ.

ມາຮອດປັດຈຸບັນ ສະຫະລັດອາເມຣິກາໄດ້ມີການລົງທຶນຫຼາຍກ່ວາ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນ ສປປ ລາວ ໂດຍຜ່ານໂຄງ ການລິເລີ່ມຕ່າງໆ ຮວມທັງໂຄງການຮຽນອ່ານ.

XS
SM
MD
LG