ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ໂຈະ ການຊ່ວຍເຫລືອ ທາງທະຫານ ແກ່ອີຈິບ (ວີດີໂອ)


US Suspends Delivery of Military Hardware to Egypt
please wait

No media source currently available

0:00 0:03:24 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ສະຫະລັດ​ກ່າວ​ວ່າ ຕົນຈະກັກ​ການຊ່ອຍ​ເຫຼືອ​ທາງ​ທະຫານ​ແລະ​
ເງິນສົດຈຳນວນ​ຫຼາຍ​ຮ້ອຍ​ລ້ານ​ດອນ​ລາ​ ແກ່ອີ​ຈິບ ຈົນ​ກວ່າ​ທາງ
ເຈົ້າ​ໜ້າ​ທີ່​ຂອງ​ກຸງ​ວໍ​ຊິງ​ຕັນ ມອງ​ເຫັນຄວາມ​ຄືບ​ໜ້າ​ທີ່​ໜ້າ​ເຊື່ອ​ຖື​
ໄດ້ ​ໄປ​ສູ່​ການ​ມີ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ມີ​ລັດຖະບານ​ປະຊາທິ
ປະໄຕພົນລະ ​ເຮືອນ.

ຖ​ະແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ບັນ​ລະ
​ຍາຍ​ການ​ເຄື່ອນ​ໄຫວດັ່ງ ກ່າວ​ວ່າ​ ເປັນ​ການໂຈະໃນ​ການຈັດ​ສົ່ງ
ລະ​ບົບທາງ​ທະຫານ​ຂະໜາດ​ໃຫຍ່​ຈຳນວນ​ນຶ່ງ ​ແຕ່ ຖະ​ແຫຼ​ງການ​
ສະບັບ​ນີ້ ​ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃຫ້​ຊາບ. ​ແຕ່​ລາຍ​ງານ​ສະບັບ​
ຕ່າງກ່ອນ​ໜ້າ​ນັ້ນ​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອື່ນໆ​ທີ່​ເວົ້າ​ວ່າ ການ
​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ຮວມທັງ​ການໂຈະ​ການ​ສົ່ງ​ພວກ​ເຮືອບິນ ເຮ​ລີ​ຄອບ​ເຕີ Apache
ລູກ​ສອນ​ໄຟ​ຕໍ່ຕ້ານເຮືອ ແລະ​ເຄື່ອງ​ອາ​ໄຫຼ່​ລົດ​ຖັງ.

ການຊ່ອຍເຫຼືອຂອງສະຫະລັດ ແກ່ອີຈິບ
ການຊ່ອຍເຫຼືອຂອງສະຫະລັດ ແກ່ອີຈິບ


ຖະ​ແຫຼ​ງການ​ສະບັບ​ນີ້ ກ່າວ​ຕື່ມ​ວ່າ ທາງ​ກຸງ​ວໍ​ຊິງ​ຕັນ​ຈະ​ສືບ​
ຕໍ່ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານສຸຂະພາບ​ແລະ​ການ​ສຶກສາ
ຕະຫຼອດ​ທັງ​ການ​ຊ່ອຍ​ເຫຼືອ​ ທີ່​ມີ​ວັດຖຸ​ປະສົງ​ຮັກສາ​ຄວາມ
​ປອດ​ໄພ​ໃນ​ຊາຍ​ແດນ​ຂອງ​ອີ​ຈິບ​ນັ້ນ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ຕໍ່​ກອງ​ປະຊຸມ​ໃຫຍ່
​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ຜ່ານ​ມາ​ວ່າ ລັດ
ຖະບານ​ຊົ່ວຄາວ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອງທັບ​ຂອງ​ອີ​ຈິບ ​
ໄດ້​ທຳ​ການ​ຕັດສິນ​ໃຈ​ທີ່​ບໍ່​ສອດຄ່ອງ​ກັບ​ລະບອບ​ປະຊາທິປະ​ໄຕ​ທີ່ເປີດກວ້າງ​. ໃນ​ເວລາ​ນັ້ນ
ທ່ານ​ໂອ​ບາ​ມາ​ກ່​າວວ່າ ການ​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ຂັ້ນ​ຕໍ່​ໄປ​ຂອງ​ສະຫະລັດແມ່ນຂຶ້ນຢູ່​
ກັບ​ການ​ເຄື່ອນ​ໄຫວ​ໄປ​ຕາມ​ເສັ້ນທາງ​ປະຊາທິປະ​ໄຕ​ນັ້ນ.

US Suspends Large Part of Military Assistance to Egypt
please wait

No media source currently available

0:00 0:01:26 0:00
ລິງໂດຍກົງ
XS
SM
MD
LG