ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ອອກຄຳເຕືອນ ກ່ຽວກັບ ການເດີນທາງ ໄປເຮຕີ


ແຜນທີ່ເຮຕີ
ແຜນທີ່ເຮຕີ
ກະຊວງການຕ່າງປະເທດສະຫະລັດໄດ້ອອກຄຳເຕືອນກ່ຽວກັບ
ການເດີນທາງສຳລັບຊາວອາເມຣິກັນທີ່ອາໄສຢູ່ຫຼືຈະເດີນທາງ
ໄປຍັງເຮຕີ ໂດຍອ້າງເຖິງອັນຕະລາຍຈຳນວນນຶ່ງຮວມທັງການ
ຄາດຕະກຳ ການປຸ້ນຈີ້ລັກຂະໂມຍແລະພະຍາດຕິດຕໍ່ຊຶ່ງສ່ວນ ໃຫຍ່ແລ້ວແມ່ນໃນເຂດນະຄອນ Port au Prince.

ຄຳເຕືອນ ທີ່ນຳອອກເຜີຍແຜ່ໃນວັນສຸກວານນີ້ເວົ້າວ່າ ບໍ່ມີໃຜ ປອດໄພຈາກການຖືກລັກພາໂຕ ບໍ່ສຳຄັນວ່າຈະມີອາຊີບຫຍັງ
ມີສັນຊາດໃດ ເຊື້ອຊາດໃດ ເພດ ຫຼືອາຍຸເທົ່າໃດ.

ຄຳເຕືອນເວົ້າວ່າ ພວກທີ່ເດີນທາງໄປປະເທດດັ່ງກ່າວເມື່ອໄວໆ
ມານີ້ໄດ້ຖືກໂຈມຕີ ແລະຖືກປຸ້ນເອົາເຄື່ອງບໍ່ດົນລຸນຫຼັງທີ່ໄດ້ອອກ
ຈາກສະໜາມບິນ Port au Prince ໄປ.

ມີຊາວອາເມຣິກັນຢ່າງໜ້ອຍ 2 ຄົນໄດ້ຖືກຍິງຕາຍ ໃນການປຸ້ນແລະການລັກພາໂຕໃນປີນີ້.

ຄຳເຕືອນເວົ້າວ່າ ເຈົ້າໜ້າທີ່ເຮຕີມີຄວາມສາມາດໃນຂີດຈຳກັດທີ່ຈະສະກັດກັ້ນຫຼືທຳການ ສືບສວນກ່ຽວກັບການກໍ່ຄວາມຮຸນແຮງ ຫຼືດຳເນີນຄະດີພວກທີ່ກໍ່ການ.

ຄຳເຕືອນຂອງກະຊວງການຕ່າງປະເທດສະຫະລັດເວົ້າວ່າ ໂຣກອະຫິວາຍັງແຜ່ລະບາດຢູ່ ຕໍ່ມາ ໃນຫຼາຍໆເຂດຂອງເຮຕີ.

ກ່ຽວຂ້ອງກັນ

XS
SM
MD
LG