ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕືອນຈີນ ຢູ່ກອງປະຊຸມ ຄວາມໝັ້ນຄົງ ເອເຊຍ (ວີດີໂອ)


ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານ Chuck Hagel (ຊ້າຍ) ພວມໂອ້ລົມກັບ ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ ທ່ານ Itsunori Onodera ໃນຂະນະທີ່ພວກທ່ານ ພວມລໍຖ້າ ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ເພື່ອຈະໂອ້ລົມກັນ ໃນວັນເສົາມື້ນີ້ ທີ່ສິງກະໂປ (31 ພຶດສະພາ 2014)
ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານ Chuck Hagel (ຊ້າຍ) ພວມໂອ້ລົມກັບ ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ ທ່ານ Itsunori Onodera ໃນຂະນະທີ່ພວກທ່ານ ພວມລໍຖ້າ ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ເພື່ອຈະໂອ້ລົມກັນ ໃນວັນເສົາມື້ນີ້ ທີ່ສິງກະໂປ (31 ພຶດສະພາ 2014)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Chuck
Hagel ກ່າວຫາຈີນວ່າ ດຳເນີນບາດກ້າວ ທີ່ສ້າງຄວາມບໍ່ທຸ່ນ
ທ່ຽງ ໃນທະເລຈີນໃຕ້.

ໃນຄຳປາໄສ ໃນວັນເສົາມື້ນີ້ ທ່ານ Hagel ກ່າວຕໍ່ບັນດາເຈົ້າ
ໜ້າທີ່ປ້ອງກັນປະເທດ ທີ່ກອງປະຊຸມປະຈຳປີ Shangri-La
ຢູ່ທີ່ສິງກະໂປວ່າວໍຊິງຕັນຈະບໍ່ເບິ່ງໄປທາງອື່ນຫຼືມອງຂ້າມແຕ່
ຈະຮັບມືກັບມັນ ຖ້າຄວາມເປັນລະບຽບຂອງນາໆຊາດ ຫາກ
ໄດ້ຮັບການຂົ່ມຂູ່.

ທ່ານ Hagel ເວົ້າວ່າ “ພວກເຮົາຍັງຄັດຄ້ານຕໍ່ທຸກໆການ
ດຳເນີນຄວາມພະຍາ ຍາມຂອງປະເທດໃດກໍຕາມ ທີ່ຈະຈຳກັດຮັດແຄບ ການ ບິນຜ່ານ ຫລືອິດສະຫລະພາບ ໃນການເດີນເຮືອ ບໍ່ວ່າ ຈະເປັນຂອງເຮືອ ຫລື ເຮືອບິນທະຫານ ຫຼືຂອງພົນລະເຮືອນ ຈາກປະເທດໃຫຍ່ໆຫລືປະເທດນ້ອຍກໍ
ຕາມ. ສະຫະລັດຈະບໍ່ມອງເບິ່ງໄປທາງອື່ນ ເວລາຫຼັກການພື້ນຖານ ໃນຄວາມ ເປັນລະບຽບຂອງນາໆຊາດ ໄດ້ຮັບການທ້າທາຍ.”


ທ່ານ Hagel ໄດ້ກ່າວຫາຈີນວ່າ ຈຳກັດຮັດແຄບ ບໍ່ໃຫ້ຟີລິບປິນເຂົ້າໄປໃນເຂດເກາະ
Scarborough ເລີ້ມທຳການຖົມດິນຢູ່ໃນຫຼາຍໆເຂດ ຂອງທະເລຈີນໃຕ້ ແລະຕິດຕັ້ງ
ຖານເຈາະນ້ຳມັນ ໃນບໍລິເວນນ່ານນ້ຳ ທີ່ມີການຂັດແຍ້ງກັບຫວຽດນາມ.

ທ່ານ Hagel ເວົ້າວ່າ ຈີນໄດ້ດຳເນີນການ ເພື່ອສ້າງຄວາມບໍ່ທຸ່ນທ່ຽງ ໂດຍເອົາບາດ ກ້າວຕາມລຳພັງໃນການອ້າງເອົາກຳມະສິດຂອງຕົນໃນທະເລຈີນໃຕ້. ທ່ານຮຽກຮ້ອງ ໃຫ້ທຳການແກ້ໄຂຢ່າງສັນຕິ ຕໍ່ບັນຫາຂັດແຍ້ງນາໆຊາດ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ໃນຂະນະທີ່ວໍຊິງຕັນ ບໍ່ໄດ້ ເຂົ້າຂ້າງຝ່າຍໃດຝ່າຍນຶ່ງໃນການທີ່ຕ່າງຝ່າຍຕ່າງອ້າງກຳມະສິດແຂ່ງກັນກໍຈິງແຕ່ສະ ຫະລັດກໍຄັດຄ້ານ ຕໍ່ທຸກໆປະເທດ ທີ່ໃຊ້ການຂົ່ມຂູ່ ການຂູ່ເຂັນ ຫລືການຂູ່ໃຊ້ກຳລັງ ເພື່ອຢືນຢັນໃນການອ້າງກຳມະສິດຂອງຕົນ.

ກ່ຽວກັບເລື່ອງໄທນັ້ນ ທ່ານ Hagel ໄດ້ຮຽກຮ້ອງໃຫ້ຄະນະນຳພາທະຫານ ທີ່ເຂົ້າຍຶດ ອຳນາດໃນການກໍ່ລັດຖະປະຫານເມື່ອວັນທີ 22 ພຶດສະພາຜ່ານມານີ້ ໃຫ້ປ່ອຍພວກ ນັກໂທດຍຸດຕິການຈຳກັດຮັດແຄບກ່ຽວກັບສິດເສລີພາບໃນການປາກເວົ້າແລະເຄື່ອນ ໄຫວໃນທັນທີ ເພື່ອຈັດໃຫ້ມີການເລືອກຕັ້ງ.

ນອກນັ້ນ ທ່ານ Hagel ຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜຸນຍີ່ປຸ່ນ ໃນການທີ່ ຈະຫລິ້ນບົດບາດຫຼາຍຂຶ້ນ ໃນການຮັກສາຄວາມໝັ້ນຄົງ ຢູ່ໃນພູມີີພາກ.
ASIA HAGEL SOT
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG