ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Gabby Douglas ຈະແຂ່ງເອົາຫລຽນຄໍາ ຫລຽນທີສາມ (ເບິ່ງສະໄລດ໌ກັບວີດີໂອ)


ເບິ່ງສະໄລດ໌ ກ່ຽວກັບການແຂ່ງຂັນໂອລິມປິກ ມື້ທີ 10

ວັນ​ຈັນ​ມື້​ນີ້ ​ແມ່ນ​ມື້​ທີ 11 ຂອງ​ການ​ແຂ່ງຂັນ​ກິ​ລາ​ໂອ​ລິ​ມປິກ ທີ່​ລອນ​ດອນ.

​ໃນ​ມື້​ນີ້ ນັກກິລາກາຍຍະ​ກໍາ ຫລື gymnastic ​ໄວ​ລຸ້ນຂອງ​ສະຫະລັດ ນາງ Gabby Douglas ​ໄດ້​ໂຜ່​ໂຕ​ຂື້ນ​ມາ​ເປັນ​ດາຣາຂອງ​ກິລາດັ່ງກ່າວ ຈະເຂົ້າແຂ່ງ ຂັນ​ເອົາ​ຫລຽນ​ຄໍາອັນ​ທີ​ສາມ ​ເວລາ​ນາງປະ​ເຊີນ​ໜ້າອີກ​ຄັ້ງ​ນຶ່ງ​ກັບຄູ່​ແຂ່ງຈາກ ຣັດ​ເຊຍ ນາງ Viktoria Komova ​ໃນ​ການ​ແຂ່ງ​ເຕັ້ນ​ແລະ​ຫ້ອຍ​ໂຫນ ຢູ່​ເທິງ ​ແຜ່ນ​ທີ່​ບໍ່​ພຽງກັນ.

ສ່ວນທີ​ມກິລາ​ບານບ້ວງ​ຂອງສະຫະລັດ ທີ່​ໄດ້ຊະນະ​ທີ​ມ Lithuania ຢ່າ​ງໝີ່​ນໆ ​ໃນ​ອາທິດ​ແລ້ວ​ນີ້ ຈະ​ຫລີ້ນ​ກັບ​ທີ​ມ Agentina ​ຊຶ່ງເປັນ​ທີ​ມທີ່​ແຂງ​ຂັນ ແຕ່​ໄດ້ເສຍ​ໄຊ​ໃຫ້ທີ​ມສະຫະ​ລັດ ​ໃນ​ເດືອນ​ແລ້ວນີ້ ດ້ວຍຄະ​ແນ​ນ​ໄລ່ເລ່ຍກັນ 86 ຕໍ່ 80 ຢູ່​ໃນເກ​ມຫລິ້ນສະ​ແດງ​ໃຫ້​ຊົມ.

ຊາວລອນດອນແລະຜູ້ຊົມຈາກທົ່ວໂລກ ພາກັນມາເບິ່ງການແຂ່ງແລ່ນທົນ:

​ໃນ​ການ​ແຂ່ງຂັນ​ທີ່​ພິກ​ປີ້ນ​ຢ່າງ​ບໍ່​ຄາດ​ຝັນໃນ​ວັນ​ອາທິດ​ວານ​ນີ້ ນັກ​ກິລາ gymnastic ຂອງສະ
ຫະລັດ ນາງ Mckayla Maroney ຜູ້​ທີ່​ທຸກ​ຄົນ​ຄິດ​ວ່າ ຈະ​ໄດ້​ຮັບ​ຫລຽນ​ຄໍາ​ ​ໃນ​ການ​ແຂ່ງຂັນ
​ກະ​ໂດດ​ຈາກ​ໄມ້​ນຶ່ງ​ຫາ​ໄມ້​ນຶ່ງຮອບສຸດ​ທ້າຍ​ນັ້ນ ກັບ​ໄດ້​ຫລຽນ​ເງິນ​ກັບ​ບ້ານ ​ໂດຍພາຍ​ແພ້​ໃຫ້​ແກ່ ນັກ​ກິລາຈາກ Romania ນາງ Sandra Izbaza.

ປະ​ເທດ​ທີ່​ໄດ້​ຫລຽນ​ຫລາຍ​ທີ່​ສຸດ ມາ​ຮອດ​ເວລາ​ທີ່​ອ່ານ​ຂ່າວ​ຢູ່​ນີ້ ກໍ​ໄດ້​ແກ່ຈີນ ທີ່​ໄດ້​ໄປ​ທັງ​ໝົດ 61 ຫລຽນ ສະຫະລັດ 60 ຫລຽນ ອັງກິດ 37 ຝຮັ່ງ 26 ​ແລະ​ເກົາຫລີ​ໃຕ້ 20 ຫລຽນ.

ສະຖິຕິການຄວ້າເອົາຫລຽນຕ່າງໆ ຂອງປະເທດເຂົ້າຮ່ວມກິລາໂອລິມປິກຮອດຕອນແລງ
ຂອງວັນຈັນ ທີ 06 ສິງຫາ

Loading...

See complete list at olympic.org

XS
SM
MD
LG