ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. Giffords ຂໍຮ້ອງ ໃຫ້ສະພາສູງ ຮັບຜ່ານ ກົດໝາຍ ຄວບຄຸມປືນ (ວີດີໂອ)

United Nations High-Commissioner for Refugees (UNHCR) Special Envoy, Angelina Jolie (R), meets ethnic Karenni refugee Baw Meh, age 75, and her family from Myanmar, also known as Burma, at the Ban Mai Nai Soi refugee camp near the border with Thailand. (AFP/UNHCR/Roger Arnold)

ອະດີດສະມາຊິກສະພາຕໍ່າສະຫະລັດ ທ່ານນາງ Gabrielle
Giffords, ທີ່ຖືກຍິງຢູ່ສະໝອງໃນປີ 2011 ໃນການໂຈມຕີ
ດ້ວຍປືນນັ້ນ ໄດ້ຂໍຮ້ອງໃນວັນພຸດວານນີ້ ໃຫ້ສະພາສູງ ມີ
ຄວາມອົງອາດກ້າຫານ ແລະຮັບຜ່ານກົດໝາຍຄວບຄຸມປືນ
ທີ່ເຄັ່ງຄັດຂຶ້ນກວ່າເກົ່ານັ້ນ.

ທ່ານນາງ Giffords ໄດ້ເວົ້າຢ່າງຊ້າໆແລະລະອຽດຮອບຄອບ.
ທ່ານນາງຍັງ ຢູ່ໃນຂັ້ນຕອນບໍາບັດການປາກເວົ້າຢູ່ຕາຂອງທ່ານ
ນາງບໍ່ເຫັນຮຸ່ງ ແລະກໍເປັນ ອໍາມະພາດເປັນບາງສ່ວນ ຍ້ອນ
ຖືກຍິງ ຢູ່ໃນບໍລິເວນບ່ອນຈອດລົດຂອງຮ້ານ ສັບພະສິນຄ້າ
ແຫ່ງນຶ່ງ ທີ່ເຮັດໃຫ້ 6 ຄົນເສຍຊີວິດ.

ທ່ານນາງໄດ້ກ່າວຢູ່ໃນການຮັບຟັງຄໍາໃຫ້ການຂອງຄະນະກໍາມະການດ້ານຕຸລາການຂອງ ສະພາສູງວ່າ ມີເດັກນ້ອຍຫລາຍຄົນຈົນເກີນໄປທີ່ເສຍຊີວິດ ແລະຈະຕ້ອງມີດຳເນີນການ ອັນໃດອັນນຶ່ງ. ທ່ານນາງຍັງບອກບັນດາສະມາຊິກສະພາສູງວ່າ ຊາວອາເມຣິກັນ ແມ່ນກໍາ ລັງກາງຕໍ່ອາໄສພວກທ່ານກ່ຽວກັບເລື່ອງນີ້.

ການກໍ່ຄວາມຮຸນແຮງດ້ວຍປືນ ໄດ້ກາຍມາເປັນບັນຫາໃຫຍ່ອັນນຶ່ງ ຢູ່ໃນສະຫະລັດ ນັບ ແຕ່ມີການສັງຫານໝູ່ ເດັກນ້ອຍ 20 ຄົນແລະສະມາຊິກຂອງໂຮງຮຽນປະຖົມແຫ່ງນຶ່ງ ໃນ ລັດ Connecticut 6 ຄົນ ໃນເດືອນແລ້ວນີ້.

ສະພາສູງສະຫະລັດກໍາລັງພິຈາລະນາຄໍາສະເໜີ ຂອງປະທານາທິບໍດີ ບາຣັກ ໂອບາມາ ເພື່ອໃຫ້ມີການຄວບຄຸມປືນ ລວມທັງການຟື້ນຟູຂໍ້ເກືອດຫ້າມການໃຊ້ປືນປະເພດທີ່ທະ ຫານໃຊ້ ທີ່ມີຄວາມແຮງສູງ ຊຶ່ງໄດ້ໝົດອາຍຸໄປນັ້ນຄືນອີກ ແລະທໍາການກວດກາປະຫວັດ ຂອງພວກຊື້ປືນໃຫ້ລະອຽດກວ່າເກົ່າ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG