ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້​ຜະລິດປືນ ສ​ຫລ ບໍ​ລິ​ສັດນຶ່ງ ​ບໍ່​ຍອ​ມ ​ຂາຍ​ອາ​ວຸດ ໃຫ້​ແກ່ ປາ​ກິ​ສ​ຖານ


ຜູ້​ຜະລິດ​ອາວຸດ​ປືນ​ສະຫະລັດ​ ​​ໄດ້​ເສຍ​ສະລະໂອກາດ​​ມູນ
​ຄ່າ​ຫຼາຍ​ລ້ານ​ດອນ​ລາ ບໍ່ຂາຍ​ອາວຸດ​ໃຫ້​ປາ​ກິ​ສຖານ
ຜູ້​ຜະລິດ​ອາວຸດ​ປືນ​ສະຫະລັດ​ ​​ໄດ້​ເສຍ​ສະລະໂອກາດ​​ມູນ ​ຄ່າ​ຫຼາຍ​ລ້ານ​ດອນ​ລາ ບໍ່ຂາຍ​ອາວຸດ​ໃຫ້​ປາ​ກິ​ສຖານ
ຜູ້​ຜະລິດ​ອາວຸດ​ປືນ​ສະຫະລັດ​ຄົນ​ນຶ່ງໄດ້​ເສຍ​ສະລະໂອກາດມູນ
​ຄ່າ​ຫຼາຍ​ລ້ານ​ດອນ​ລາ ບໍ່ຂາຍ​ອາວຸດ​ໃຫ້​ປາ​ກິ​ສຖານ ໂດຍ​ອ້າງ​
ເຖິງ​ຄວາມ​ເປັນ​ຫ່ວງຕ່າງໆ​ທີ່​ວ່າ​ພວກ​ອາວຸດ​ເຫຼົ່າ​ນີ້ຈະ​ຖືກ​ນຳໄປ
ໃຊ້​ຕໍ່​ຕ້ານທະຫານ​ອາ​ເມຣິກັນ.

ທ່ານ Nick Young ຜູ້​ກໍ່​ຕັ້ງ​ບໍລິສັດ Desert Tech ​ເວົ້າ​ຢູ່​ໃນໜ້າ
Facebook ຂອງ​ທ່ານ​ວ່າ ບໍລິສັດ​ຂອງ​ທ່ານ​ໄດ້​ຮັບ​ການ​ຕິດ​ຕໍ່​ມາ​
ເພື່ອ​ຂາຍ​ລະ​ບົບປືນ​ທີ່​ດັກ​ຍິງຢ່າງ​ຖືກຕ້ອງຕາມ​ກົດໝາຍ ​ໃຫ້​ປາ
​ກິ​ສຖານ​.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Young ກ່າວ​ວ່າ ຄວາມ​ຢ້ານ​ກົວ​ທີ່​ຍິ່ງ​ໃຫຍ່
​ທີ່​ສຸດ​ຂອງ​ບໍລິສັດ​ທີ່​ຕັ້ງຢູ່​ໃນ​ລັດ Utah ກໍ​ແມ່ນ​ວ່າ ອຸບປະກອນ​ດັ່ງກ່າວ​ນີ້​ອາດ​ຈະ​ນຳ​ໄປ​ໃຊ້​ຕໍ່
ຕ້ານ​ທະຫານ​ສະຫະລັດ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ທ່ານ​ໄດ້​ເລີ້ມ​ກໍ່​ຕັ້ງ​ບໍລິສັດນີ້​ຂຶ້ນແມ່ນເພື່ອ​ປົກ​
ປ້ອງ​ຄົນ​ອາ​ເມຣິກັນ ບໍ່​ແມ່ນ​ເພື່ອ​ເປັນ​ອັນ​ຕະລາຍ​ແກ່​ພວກ​ເຂົາ​ເຈົ້າ. ທ່ານ Young ກ່າວ​ຕື່ມ​
ວ່າ ບໍລິສັດ​ຂອງ​ທ່ານ​ວ່າ​ຈ້າງ​ພວກ​ນັກ​ລົບ​ເກົ່າ​ຫຼາຍ​ຄົນ.

ລາຍ​ງານ​ຂ່າວ​ແຈ້ງ​ໃຫ້​ຊາບ​ວ່າ ສັນຍາ​ຊື້​ຂາຍ​ກັນ​ນັ້ນ​ມີ​ມູນ​ຄ່າ​ຫຼາຍ​ເຖິງ 15 ລ້ານ​ໂດ​ລາ.
ທ່ານ Mike Davis ຜູ້​ຈັດການ​ຝ່າຍ​ຂາຍຂອງ​ບໍລິສັດ​ກ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ວ່າເນື່ອງ​
ຈາກຄວາມ​ວຸ້ນວາຍ​ໃນ​ປາ​ກິ​ສຖານນີ້ ທາງ​ບໍລິສັດ ​ໄດ້​ຕັດສິນ​ໃຈໂດຍ​ມີ​ຄວາມ​ຮູ້ສຶກວ່າມັນ​ບໍ່​
ຖືກຕ້ອງ ກ່ຽວ​ກັບ​ການ​ຂາຍ​ອາວຸດ​ໃຫ້​ປະ​ເທດ​ປາ​ກິ​ສຖານ ​ໃນ​ເອ​ເຊຍ​ໃຕ້​ແຫ່ງ​ນີ້.

ທ່ານ Young ກ່າວ​ຕໍ່​ໜັງສືພິມ Deseret News ​ຕາມ​ຄຳ​ເວົ້າຂອງ​ທ່ານ​ກໍ​ແມ່ນ​ວ່າ ​ໃນທີ່​ສຸດ​
ພວກເຮົາ​ມີ​ຄວາມ​ຮູ້ສຶກ​ວ່າ ສີນ​ລະ​ທຳ​ຂອງ​ພວກ​ເຮົາມີ​ຄຸນຄ່າຫຼາຍ​ກວ່າ ກຳ​ໄລ​ຫຼື​ຈຳນວນ​ເງິນ​
ທີ່​ວ່ານັ້ນ.
XS
SM
MD
LG