ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າຮັບຜ່ານຮ່າງກົດໝາຍ ກ່ຽວກັບນໍ້າມັນຮົ່ວ


ສະພາຕໍ່າ ສະຫະລັດ ໄດ້ຮັບຜ່ານ ຮ່າງກົດໝາຍ ທີ່ຈະກຳໜົດໃຫ້ ມີການນຳໃຊ້ ລະບຽບການໃໝ່ ວ່າດ້ວຍຄວາມປອດໄພ ກ່ຽວກັບອຸດສາຫະກຳ ການເຈາະນໍ້າມັນ ຢູ່ນອກແຄມຝັ່ງທະເລ.

ສະມາຊິກ ສະພາຕໍ່າ ສະຫະລັດ ໄດ້ລົງຄະແນນສຽງ 209 ຕໍ່ 193 ເຫັນພ້ອມນຳ ຮ່າງກົດໝາຍ ທີ່ນຳສະເໜີ ໂດຍພັກເດໂມແຄຣັດ ຊຶ່ງສ່ວນໃຫຍ່ແລ້ວ ກໍເປັນການ ລົງຄະແນນສຽງ ໄປຕາມສາຍພັກ.

ຮ່າງກົດໝາຍ ຊຶ່ງໃນເວລານີ້ ຖືກສົ່ງໄປຍັງ ສະພາສູງ ສະຫະລັດນັ້ນ ຈະລຶບລ້າງ ຂອບເຂດຈຳກັດ 75 ລ້ານໂດລາ ກ່ຽວກັບ ຄວາມຮັບຜິດຊອບ ໃນຄວາມເສຍຫາຍ ຈາກການຮົ່ວໄຫລ ຂອງນໍ້າມັນ ແລະຈະມີການ ເກັບພາສີໃໝ່ເພີ້ມ ຕໍ່ອຸສາຫະກຳນໍ້າມັນ ເພື່ອເປັນທຶນ ສະໜັບສະໜຸນ ໂຄງການອະນຸລັກ ຊັບພະຍາກອນ ທຳມະຊາດ ໃນທົ່ວປະເທດ.

ຮ່າງກົດໝາຍ ສະບັບນີ້ ປະເຊີນກັບ ການຄັດຄ້ານ ຢ່າງແຂງຂັນ ຢູ່ໃນສະພາສູງ ຂອງສະຫະລັດ. ເປັນທີ່ຄາດກັນວ່າ ສະພາສູງ ສະຫະລັດ ຈະບໍ່ພິຈາລະນາ ຮ່າງກົດໝາຍ ດັ່ງກ່າວ ຈົນເທົ່າເດືອນກັນຍາ.

ໃນມື້ວັນສຸກວານນີ້ ຫົວໜ້າບໍລິຫານ ທີ່ຈະເຂົ້າຮັບຕຳແໜ່ງຄົນໃໝ່ ຂອງບໍລິສັດບີພີ ກ່າວວ່າ ເຖິງເວລາແລ້ວ ທີ່ຈະຄ່ອຍໆຫຼຸດ ການປະຕິບັດງານ ຂະໜາດໃຫຍ່ ເພື່ອທຳຄວາມສະອາດ ນໍ້າມັນຮົ່ວ ໃນບໍລິເວນ ອ່າວເມັກຊິໂກ ແຕ່ທ່ານ ກໍໄດ້ກ່າວເນັ້ນ ເຖິງຄວາມໝາຍໝັ້ນຕັ້ງໃຈ ຂອງບໍລິສັດທ່ານ ທີ່ຈະຟື້ນຟູ ສະພາບແວດລ້ອມ ຢ່າງເຕັມທີ່.

XS
SM
MD
LG