ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຄຣີ ກ່າວວ່າ ຄວາມສຳພັນ ລະຫວ່າງ ສະຫະລັດ ແລະ ຊາອຸດີ ຍັງແໜ້ນແຟ້ນ ຄືເກົ່າ


US Reassures Gulf Allies, Seeks to Ease Regional Tensions
please wait

No media source currently available

0:00 0:01:43 0:00

ລັດຖະມົນຕີການຕ່າງປະ​ເທດສະຫະລັດ ທ່ານ John Kerry
ກ່າວ​ຢໍ້າ​ເຖິງ​ການ ​ໃຫ້​ຄວາມສະໜັບສະ​ໜູນ ​ແກ່ຊາ​ອຸ​ດີ ອາຣາ
ເບຍ ທີ່​ເປັນພັນທະ​ມິດ ​ໃນ​ຂະນະ​ທີ່​ທ່ານ​ເສັດ​ສິ້ນ​ການ​ຢ້ຽຢາມ
ປະ​ເທດດັ່ງກ່າວ ​ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍກ່າວ​ວ່າ ປະ​ເທດ​ທັງ​
ສອງ ແມ່ນມີຄວາມ​ສຳພັນຢ່າງ​ແໜ້ນ​ແຟ້ນ ​ແບບທີ່​ບໍ່ເຄີຍມີ​
ມາ​ກ່ອນ.

ທ່ານ Kerry ກ່າວ​ວ່າ “ບໍ່​ມີ​ຫຍັງ​ປ່ຽນ​ແປງ” ອັນ​ເປັນ​ຜົນ​ເນື່ອງ
​ມາຈາ​ກ​ຂໍ້ຕົກລົງ ທີ່ສະຫະລັດ ​ແລະ​ຫ້​າປະ​ເທ​ດມະຫາ​ອຳນາດ
​ໄດ້ເຊັນ​ກັນ​ກັບອີຣ່ານ ​ເພື່ອຫລຸດ ຜ່ອນ​ໂຄງການ​ນິວ​ເຄລຍ
​ໃນ​ການ​ແລກປ່ຽນ ກັບ​ການ​ຍົກ​ເລີກການລົງ​ໂທດທີ່​ມີ ມູນ​ຄ່າ
ຫລາຍ​ພັນ​ລ້ານໂດ​ລາ.

Kerry Discusses Syria after Gulf Talks
please wait

No media source currently available

0:00 0:01:18 0:00

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Kerry ​ແມ່ນຄ້າຍຄື​ກັນ​ກັບ​ຄວາມ​ເຫັນທີ່​ທ່ານ​ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ​ໃນ​ຂະນະທ່ານ​ພົບ​ປະ ​ກັບ​ເຈົ້າໜ້າ​ທີ່​ຂອງ ຊາ​ອຸ​ດີ ​ແລະ​ບັນດາ​ປະ​ເທດ​ໃນ​ເຂດ​ອ່າວເປີເຊຍ​ ທີ່​ນະຄອນ Riyadh.

ລັດຖະມົນຕີການຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຢ່າງກັບ ລັດຖະມົນຕີ ການຕ່າງປະເທດ ຊາອຸດີ ທ່ານ Adel al-Jubeir, ກາງ.
ລັດຖະມົນຕີການຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຢ່າງກັບ ລັດຖະມົນຕີ ການຕ່າງປະເທດ ຊາອຸດີ ທ່ານ Adel al-Jubeir, ກາງ.

ກາ​ນ​ເຈລະຈາ​ຫາລື​ນີ້ ມີ​ຂື້ນ​ລຸນ​ຫລັງ​ການ​ເຄື່ອນ​ໄຫວກ່ຽວ​ກັບ​ກິດຈະການ​ຕ່າງໆ​ທີ່​ພົວພັນ​ກັບອີຣ່ານ ຮວມທັງ​ການຈັດຕັ້ງ​ປະຕິ​ບັດ​ຂໍ້​ຕົກລົງ​ນິວ​ເຄລຍ ການ​ກັກ​ຂັງເປັນ​ເວລາ​ສັ້ນໆ​ຂອງ​ອີຣ່ານ ​ແລະ​ການ​ປ່ອຍ​ໂຕທະຫານ​ເຮືອສະຫະລັດ 10 ຄົນ ​ແລະ​ການ​ເຈລະຈາ​ແລກປ່ຽນ ທີ່​ເປັນ​ຜົນໃຫ້​ຊາວອາ​ເມຣິກັນສີ່​ຄົນ ທີ່​ຕິດ​ຄຸກ​ໃນ​ອີ ຣ່ານຖືກ​ປ່ອຍ. ຊາວ​ອາ​ເມຣິກັນ​ຄົນ​ທີຫ້າ ​ໄດ້​ຖືກ​ປ່ອຍ​ໂຕ​ໂດຍອີຣ່ານປະມານ​ໃນ​ເວລາ​ດຽວ​ກັນເມື່ອ​ອາທິດ​ແລ້ວ​ນີ້.

​ເຖິງ​ແມ່ນ​ວ່າໄດ້​ມີ​ການ​ເຄື່ອນ​ໄຫວ​ເຫລົ່ານີ້ກໍ​ຕາມ ລັດຖະມົນຕີການຕ່າງປ​ະ​ເທດ ຊາ​ອຸ​ດີ ທ່ານ Adel al-Jubeir ກ່າວ​ວ່າ “ຂ້າພະ​ເຈົ້າບໍ່​ເຫັນ​ວ່າ​ ຈ​ະ​ມີ​ການ​ເຂົ້າ ກັນ​ໄດ້​ແນວ​ໃດ ລະຫວ່າງ​ສະຫະລັດ​ແລະ​ອີ​ຣ່ານ.”

US Saudi Relations
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG