ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳ​ລັບ ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ອາ​ເມ​ຣິ​ກາ​ກາງ, ຢູ່ ເມັກ​ຊິ​ໂກ ຈະ​ດີກວ່າ ​ຖືກ​ສົ່ງ​ກັບ​ບ້ານ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ອາ​ເມ​ຣິ​ກາ​ກາງ ກຸ່ມ​ນຶ່ງ ຍອມ​ຈຳ​ນົນ​ຕໍ່​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ ສະ​ຫະ​ລັດ, ທາງ​ພາກ​ໃຕ້​ຂອງ​ຮົ້ວ​ເຂດ​ຊາຍ​ແດນ​ລະ​ຫວ່າງ ສະ​ຫະ​ລັດ-ເມັກ​ຊິ​ໂກ, ເມືອງ ແອ​ລ ປາ​ໂຊ, ລັດ ເທັກ​ຊັ​ສ. 6 ມີ​ນາ, 2019.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ອາ​ເມ​ຣິ​ກາ​ກາງ ກຸ່ມ​ນຶ່ງ ຍອມ​ຈຳ​ນົນ​ຕໍ່​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ ສະ​ຫະ​ລັດ, ທາງ​ພາກ​ໃຕ້​ຂອງ​ຮົ້ວ​ເຂດ​ຊາຍ​ແດນ​ລະ​ຫວ່າງ ສະ​ຫະ​ລັດ-ເມັກ​ຊິ​ໂກ, ເມືອງ ແອ​ລ ປາ​ໂຊ, ລັດ ເທັກ​ຊັ​ສ. 6 ມີ​ນາ, 2019.

ຊາວ ອາ​ເມ​ຣິ​ກາ​ກາງ ຫຼາຍ​ຄົນ​ຜູ້​ທີ່​ໄດ້​ລຽນ​ແຖວ​ເພື່ອ​ຮັບ​ເອົາ​ເອ​ກະ​ສານ ຢູ່​ຫ້ອງ​ການ​ຂໍ​
ລີ້ໄພໃນພາກໃຕ້ຂອງ ເມັກຊິໂກ ໄດ້ກ່າວວ່າ ເຂົາເຈົ້າສາມາດຍົກເລີກແຜນການທີ່ຈະ
ໄປ ສະຫະລັດ ແລະ ຢູ່ ເມັກຊິໂກ ຖ້າປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ຍັງເຂັ້ມງວດກັບການຍົກຍ້າຍຖິ່ນຖານຕໍ່ໄປ.

ເມັກ​ຊິ​ໂກ ແມ່ນ​ກຳ​ລັງ​ເພີ່ມ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ພາກ​ໃຕ້​ຂອງ​ເຂົາ​ເຈົ້າ​ຕິດ
ກັບປະເທດ ກົວເຕມາລາ ເປັນສ່ວນນຶ່ງໃນຂໍ້ຕົກລົງກັບລັດຖະບານ ວໍຊິງຕັນ ຫຼັງຈາກ
ທ່ານ ທຣຳ ໄດ້ຂົ່ມຂູ່ທີ່ຈະເກັບພາສີລົງໂທດ ຕໍ່ສິນຄ້າ ເມັກຊິໂກ ຖ້າລັດຖະບານດັ່ງ
ກ່າວບໍ່ກີດກັ້ນຂະບວນຜູ້ຍົກຍ້າຍຖິ່ນຖານ ຈາກການເດີນທາງມາ ສະຫະລັດ.

ພາຍ​ໃຕ້​ການ​ກົດ​ດັນ​ຈາກ ວໍ​ຊິງ​ຕັນ, ເມັກ​ຊິ​ໂກ ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ຂະ​ຫຍາຍ​ໂຄງ​ການ​
ທີ່ໄດ້ເລີ່ມຕົ້ນໃນເດືອນມັງກອນທີ່ຜ່ານມາ ທີ່ບັງຄັບໃຫ້ຜູ້ຍົກຍ້າຍຖິ່ນຖານລໍຖ້າຢູ່ໃນ
ເມັກຊິໂກ ສຳລັບຜົນຂອງການກ່າວອ້າງຂໍລີ້ໄພໃນ ສະຫະລັດ ຂອງເຂົາເຈົ້າ. ສະຫະ
ລັດ ໄດ້ເລີ່ມຂະຫຍາຍການສົ່ງຕົວຜູ້ຂໍລີ້ໄພກັບຄືນ ເມັກຊິໂກ ໃນວັນພະຫັດທີ່ຜ່ານມາ.

ນອກ​ຈາກ​ນັ້ນ, ຖ້າ​ ເມັກ​ຊິ​ໂກ ບໍ່​ສາ​ມາດຫຼຸດ​ຜ່ອນ​ການຫຼັ່ງ​ໄຫຼ​ຂອງ​ຄົນ​ເຂົ້າ​ເມືອງ​ພາຍ​
ໃນກາງເດືອນກໍລະກົດນີ້, ເຂົາເຈົ້າກໍຈະກາຍເປັນ “ປະເທດຄຸ້ມຄອງແຫ່ງທີ່ສາມ” ບ່ອນ
ທີ່ຜູ້ຂໍລີ້ໄພສາມາດທີ່ຈະຂໍອາໄສຢູ່ແທນທີ່ຈະແມ່ນ ສະຫະລັດ.

ໃນ​ລັດ ຈີ​ອາ​ປາ​ສ ທາງ​ພາກ​ໃຕ້​ຂອງ ເມັກ​ຊິ​ໂກ ນັ້ນ, ຫ້ອງ​ການ​ອົບ​ພະ​ຍົບ COMAR
ທີ່ເຮັດວຽກຢ່າງໜັກ, ຕັ້ງຢູ່ໃນເມືອງ ຕາປາຈູລາ ແມ່ນໄດ້ປະເຊີນກັບຜູ້ຂໍລີ້ໄພທີ່ມີຈຳ
ນວນເພີ່ມຂຶ້ນ. ເຂົາ​ເຈົ້າແມ່ນນຶ່ງໃນຫ້ອງການພຽງສາມແຫ່ງ ທີ່ມີຢູ່ໃນປະເທດດັ່ງກ່າວ.
ປະຊາຊົນທີ່ລຽນແຖວລໍຖ້າຢູ່ຫ້ອງການ COMAR ໄດ້ກ່າວວ່າ ເຂົາເຈົ້າຈະຮັບເອົາໂອ
ກາດຢູ່ໃນ ເມັກຊິໂກ ຖ້າເຂົາເຈົ້າມີທາງເລືອກດຽວທີ່ຈະຖືກເດີນທາງກັບເຂດ ອາເມຣິ
ກາກາງ ທີ່ເຕັມໄປດ້ວຍຄວາມຮຸນແຮງ.

ຫຼາຍ​ພັນ​ຄອບ​ຄົວ​ໄດ້ຫຼົບ​ໜີ​ຈາກ​ປະ​ເທດ ຮອນ​ດູ​ຣັ​ສ, ແອ​ລ ຊາ​ລ​ວາ​ດໍ ແລະ ກົວ​ເຕ​ມາ​
ລາ ທີ່ທຸກຍາກ ແລະ ເຕັມໄປດ້ວຍອາຊະຍາກຳ ໃນປີທີ່ຜານມາ, ເດີນທາງຜ່ານ ເມັກຊິ
ໂກ ເຂົ້າສູ່ ສະຫະລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG