ສະຫະລັດກ່າວວ່າ ຕົນຈະ “ຄ້ຳປະກັນເສລີພາບການເດີນເຮືອ” ສຳລັບການຂົນສົ່ງ
ຜ່ານຊ່ອງແຄບຮໍມຸສ ຜ່ານການສົນທະນາທາງການທູດ ຫຼືການແຊກແຊງທາງທະຫານ
ຕໍ່ສູ້ຕ້ານອັນທີ່ວ່າ “ບໍ່ຜິດພາດ” ທີ່ອີຣ່ານໄດ້ຍິງໂຈມຕີອາທິດແລ້ວນີ້ ໃສ່ກໍ່າປັ່ນບັນທຸກ
ນໍ້າມັນສອງລໍາ ທີ່ລ່ອງຜ່ານຊ່ອງແຄບນັ້ນ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຕໍ່ໂທລະພາບ Fox
News Sunday ວ່າ “ນີ້ແມ່ນການໂຈມຕີໂດຍສາທາລະນະລັດອິສລາມຂອງອີຣ່ານ
ໃສ່ກໍ່າປັ່ນຂົນສົ່ງສິນຄ້າເພື່ອເສລີພາບການເດີນເຮືອ ດ້ວຍຄວາມຕັ້ງໃຈ ທີ່ແຈ້ງຂາວ
ທີ່ປະຕິເສດຕໍ່ການເດີນຜ່ານຊ່ອງແຄບ” ດັ່ງກ່າວ.
ນັກການທູດສູງສຸດສະຫະລັດທ່ານນີ້ກ່າວວ່າ ສະຫະລັດບໍ່ຢາກເຮັດສົງຄາມກັບເຕ
ຫະຣ່ານ ແຕ່ຕົນຈະຄ້ຳປະກັນທາງຜ່ານຈຸດຊ່ອງແຄບ ທີ່ເຊື່ອມຕໍ່ອ່າວເປີເຊຍ ແລະ
ອ່າວໂອມານ ທີ່ເປັນຮູບຮ່າງຄົດງໍ ຂອງແມ່ນ້ຳ ບ່ອນທີ່ສາມສ່ວນນ້ຳມັນຂອງໂລກ
ສົ່ງຜ່ານ.
“ສະຫະລັດຈະເຮັດໃຫ້ເປັນທີ່ແນ່ນອນວ່າ ພວກເຮົາເອົາບົດບາດທັງໝົດ ທີ່ຈຳເປັນ
ບໍ່ວ່າຈະເປັນທາງການທູດ ແລະອັນໃດກໍຕາມ” ດັ່ງທີ່ທ່ານໄດ້ກ່າວຕໍ່ ໂທລະພາບ
Fox ນັ້ນ. ທ່ານພອມພຽວ ໄດ້ກ່າວຕໍ່ລາຍການສົນທະນາໂທລະພາບວັນອາທິດ ທີ່
CBS News’ Face the Nation ວ່າ ການແຊກແຊງທາງທະຫານ ຈະຖືກສົ່ງໄປ
ຖ້າຫາກມີຄວາມຈຳເປັນ.
ອີຣ່ານໄດ້ປະຕິເສດການກ່າວຫາຂອງສະຫະລັດ ທີ່ວ່າຕົນຕ້ອງຮັບຜິດຊອບຕໍ່ການ
ໂຈມຕີກຳປັ່ນນໍເວ ແລະກຳປັ່ນຍີ່ປຸ່ນ ລຳນຶ່ງທີ່ບັນທຸກນ້ຳມັນ ແລະອີກລຳນຶ່ງບັນທຸກ
ສານເຄມີ.
ປະທານບໍລິສັດຍີ່ປຸ່ນທີ່ປະຕິບັດງານໃນກຳປັ່ນບັນທຸກນ້ຳມັນ Kokura Coura-
geous ກ່າວວ່າ ທ່ານເຫັນສິ່ງໃດສິ່ງນຶ່ງບິນມາຫາກຳປັ່ນ ແລະບໍ່ເຊື່ອວ່າກຳປັ່ນລຳ
ນັ້ນໄດ້ຖືກໂຈມຕີໂດຍລະເບີດທີ່ຫ້າງໄວ້ ແລະລູກຈະຫຼວດຕໍປີໂດ. ແຕ່ວ່າກະຊວງ
ປ້ອງກັນປະເທດສະຫະລັດ ໄດ້ເຜິຍແພ່ວີດີໂອ ທີ່ເຫັນມົວໆໃນວັນສຸກທີ່ຜ່ານມາ
ສະແດງໃຫ້ເຫັນອັນທີ່ກ່າວວ່າ ແມ່ນເຮືອຂອງອີຣ່ານທີ່ໄດ້ໄປເກັບກູ້ເອົາລະເບີດທີ່
ບໍ່ໄດ້ແຕກອອກຈາກຂ້າງກຳປັ່ນລຳນັ້ນ.