ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຍ ພວກຖືກຂັງ ຢູ່ Guantanamo ຂໍໃຫ້ເປີດເຜີຍ ການສອບສວນ ຂອງ ຊີໄອເອ


ຕາເວັນພວມຂຶ້ນ ທີ່ສູນຄຸມຂັງຂອງສະຫະລັດ ຢູ່ອ່າວ Guantanamo ປະເທດຄິວບາ (18 ຕຸລາ 2012)
ຕາເວັນພວມຂຶ້ນ ທີ່ສູນຄຸມຂັງຂອງສະຫະລັດ ຢູ່ອ່າວ Guantanamo ປະເທດຄິວບາ (18 ຕຸລາ 2012)
ພວກທະນາຍຄວາມ ຂອງຜູ້ຕ້ອງສົງໄສ 5 ຄົນ ໃນການໂຈມຕີກໍ່
ການຮ້າຍເມື່ອວັນທີ 11 ກັນຍາທີ່ຖືກຄຸມຂັງຢູ່ອ່າວ Guantana-
mo ປະເທດຄິວບາໄດ້ຮ້ອງຂໍຕໍ່ປະທານາທິບໍດີບາຣັກ ໂອບາມາ
ໃຫ້ເປີດເຜີຍ ເອກກະສານລັບ ກ່ຽວກັບ ລາຍລະອຽດ ຂອງໂຄງ
ການສອບປາກຄຳ ແບບລັບໆ ຂອງອົງການຊີໄອເອ.

ໃນຈົດໝາຍສະບັບນຶ່ງທີ່ສົງໄປຫາປະທານາທິບໍດີນັ້ນ ພວກທະ
ນາຍຄວາມໄດ້ກ່າວຫາສະຫະລັດວ່າ ຂັດຂວາງບໍ່ໃຫ້ມີການນຳ
ສະເໜີຫຼັກຖານ. ເຂົາເຈົ້າເວົ້າວ່າ ການຈຳກັດຮັດແຄບບໍ່ໃຫ້ສະ ເໜີຫຼັກຖານກ່ຽວກັບໂຄງການຂອງອົງການຊີໄອເອນັ້ນ ເຮັດໃຫ້ ພວກເຂົາເຈົ້າບໍ່ສາມາດທຳການຕໍ່ສູ້ຄະດີໄດ້ຢ່າງເໝາະສົມ.

ນອກນັ້ນແລ້ວ ພວກເຂົາເຈົ້າຍັງໄດ້ກ່າວຫາສະຫະລັດ ກ່ຽວກັບຄວາມເປັນໄປໄດ້ ໃນການ
ກໍ່ອາຊະຍາກຳສົງຄາມ. ທຳນຽບຂາວຍັງບໍ່ທັນໃຫ້ຄຳຕອບໃດໆ ກ່ຽວກັບເລື່ອງນີ້ເທື່ອ.

ພາຍໃຕ້ໂຄງການ ສົ່ງຜູ້ຮ້າຍຂ້າມແດນ ການຄຸມຂັງ ແລະການສອບປາກຄຳນັ້ນ ອົງການຊີ ໄອເອໄດ້ຈັດສົ່ງຜູ້ຕ້ອງສົງໄສເປັນພວກກໍ່ການຮ້າຍໄປຍັງບ່ອນຄຸມຂັງລັບຢູ່ໃນຕ່າງປະເທດ ບ່ອນທີ່ພວກເຂົາໄດ້ຖືກສອບປາກຄຳດ້ວຍເທັກນິກພິເສດເຊັ່ນການບໍ່ໃຫ້ຫຼັບໃຫ້ນອນແລະ ເອົານໍ້າສາດໃສ່ຄືກັນກັບຢູ່ໃນສະພາບທີ່ຈົມນໍ້ານັ້ນ ໄປພ້ອມໆກັນ.

ພວກທະນາຍຄວາມ ແລະນັກເຄື່ອນໄຫວດ້ານສິດທິມະນຸດເອີ້ນວິທີການເຫລົ່ານີ້ວ່າ ເປັນ ການທໍລະມານ.

ຜູ້ຕ້ອງສົງໄສທັງ 5 ຖືກກ່າວຫາວ່າ ວາງແຜນໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001 ທີ່ນະຄອນນິວຢອກ ແລະວໍຊິງຕັນ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 3,000 ຄົນ.
XS
SM
MD
LG