ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜູໃຫຍ່ ຫຼື Groundhog ຂອງ ສະຫະລັດ ຈະພະຍາກອນ ອາກາດ ປະຈຳປີ 2019


ທ່ານ ຈອນ ກຣິຟຟິສ ຜູ້ເບິ່ງແຍງໜູໃຫຍ່ ຊື່ວ່າ Punxsutawney Phil, ຂອງສະໂມສອນໜູໃຫຍ່ ຫຼື Groundhog ທີ່ເປັນນັກພະຍາກອນອາກາດ, ໃນລະຫວ່າງ ການສະເຫຼີມສະຫຼອງ Groundhog Day ຄັ້ງທີ 132 ຢູ່ທີ່ Gobbler's Knob ໃນເມືອງ Punxsutawney, ລັດເພັນຊີລເວເນຍ, ວັນທີ 2 ກຸມພາ 2018.
ທ່ານ ຈອນ ກຣິຟຟິສ ຜູ້ເບິ່ງແຍງໜູໃຫຍ່ ຊື່ວ່າ Punxsutawney Phil, ຂອງສະໂມສອນໜູໃຫຍ່ ຫຼື Groundhog ທີ່ເປັນນັກພະຍາກອນອາກາດ, ໃນລະຫວ່າງ ການສະເຫຼີມສະຫຼອງ Groundhog Day ຄັ້ງທີ 132 ຢູ່ທີ່ Gobbler's Knob ໃນເມືອງ Punxsutawney, ລັດເພັນຊີລເວເນຍ, ວັນທີ 2 ກຸມພາ 2018.

ໃນຂະນະທີ່ ບາງເຂດຂອງສະຫະລັດ ກຳລັງຊ້ວນຫິມະ ແລະນ້ຳກ້ອນກັນຢູ່ນັ້ນ ແລະ
ໃສ່ເຄື່ອງໜາໆ ເພື່ອກັນຄວາມໜາວຈັດ ທີ່ກຳລັງປົກຄຸມປະເທດຢູ່ ຊຶ່ງບັນດາຜູ້ສິ້ງຊອມ
ເບິ່ງອາກາດ ໃນທົ່ວສະຫະລັດ ແມ່ນກຳລັງກຽມພ້ອມທີ່ຈະໄດ້ຮັບຟັງ ວ່າ ພວກເຂົາເຈົ້າ
ຈະສາມາດກາງຕໍ່ ລະດູບານໃໝ່ ທີ່ຈະມາເຖິງກ່ອນກຳນົດ ຫຼື ຈະທົນກັບລະດູໜາວອີກ
6 ອາທິດຕື່ມ.

ແຕ່ຄວາມແມ່ນຢຳ ຂອງການທຳນາຍຂອງດິນຟ້າອາກາດ ປະຈຳປີນີ້ ແມ່ນ ບໍ່ແນ່ນອນ
ດັ່ງດຽວກັນກັບ ການພະຍາກອນອາກາດ ທີ່ເຮັດດ້ວຍໂຕໜູໃຫຍ່ ຫຼືເອີ້ນວ່າ Ground-
hog.

ໃນວັນທີ 2 ກຸມພາ ເປັນວັນຂີດໝາຍ ຂອງ Groundhog Day ຕາມປະເພນີແລ້ວ
ໂຕໜູໃຫຍ່ ຂອງລັດເພັນຊີລເວເນຍ ທີ່ຮູ້ຈັກກັນດີໃນຊື່ວ່າ “Punxsutawney Phil”
ຈະອອກມາປາກົດໂຕເທິງໜ້າດິນ ຢູ່ໃກ້ໆຕໍໄມ້ທີ່ມັນເອີ້ນວ່າ ບ້ານຂອງມັນ. ອີງຕາມ
ຕຳນານທີ່ໄດ້ເລົ່າກັນມາ ຖ້າຫາກມັນເຫັນເງົາຂອງມັນ ໝາຍຄວາມວ່າ ເຂດອາເມຣິກາ
ເໜືອ ແມ່ນຈະມີລະດູໜາວ 6 ສັບປະດາຕື່ມອີກ.

ຖ້າບໍ່ເຫັນເງົາ ໝາຍຄວາມວ່າ ລະດູບານໃໝ່ຈະມາເຖິງໃນໄວໆນີ້.

Punxsutawney Phil ເປັນສັດທີ່ມີຊື່ສຽງໂດ່ງດັງທີ່ສຸດ ໃນເລື້ອງຂອງການທຳນາຍ
ອາກາດ. ຫຼາຍຊົ່ວລຸ້ນຂອງໜູໃຫຍ່ຫຼາຍໆໂຕ ຊຶ່ງມັນເປັນສະມາຊິກ ຂອງສັດປະເພດ
ທີ່ອາໃສ ຢູ່ໃນດິນເຊັ່ນໜູ ທີ່ຮູ້ຈັກກັນດີ ຄື beaver ທີ່ເປັນສັດໃນສາຍພັນ ສັດຊະນິດ
ທີ່ມີຂົນລະອຽດ ຢູ່ບົກແລະໃນນ້ຳ ຊຶ່ງໄດ້ທຳນາຍອາກາດ ນັບຕັ້ງແຕ່ປີ 1887 ເປັນຕົ້ນມາ.

ປະຫວັດການທຳນາຍຢ້ອນກັບຄືນໄປໃນປີ 1887 ສະແດງໃຫ້ເຫັນວ່າ ຟີລ ໄດ້ທຳນາຍ
ອາກາດມາຫຼາຍໆຄັ້ງ ໂດຍຈະມີລະດູໜາວ ຫຼາຍກວ່າ ລະດູບານໃໝ່ ມາເຖິງກ່ອນກຳນົດ.

ອ່ານຂ່າວນນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG