ພວກທີ່ຕິດຕາມເບິ່ງສະພາບອາກາດ ໃນທົ່ວສະຫະລັດ ແມ່ນພ້ອມແລ້ວໃນວັນສຸກມື້ນີ້
ທີ່ຈະໄດ້ຍິນວ່າ ລະດູບານໃໝ່ ຈະມາຮອດມາເຖິງໄວກວ່າກຳນົດຫຼືບໍ່ ຫຼືວ່າລະດູໜາວ ຍັງຈະດຳເນີນຕໍ່ໄປຕື່ມອີກ 6 ອາທິດ.
ແຕ່ຄວາມແມ່ນຍຳ ກ່ຽວກັບການທຳນາຍປະຈຳປີດັ່ງກ່າວ ແມ່ນຍັງເປັນທີ່ໜ້າສົງໄສຢູ່
ຍ້ອນວ່າການທຳນາຍນີ້ ແມ່ນເຮັດໂດຍໂຕກຣາວດ໌ຮອກ (groundhog).
ວັນທີ 2 ກຸມພາ ອັນເປັນວັນກຣາວດ໌ຮອກ ຊຶ່ງຕາມປະເພນີແລ້ວ ໂຕກຣາວດ໌ຮອກທີ່
ລັດເພັນຊີລເວເນຍ ທີ່ຮູ້ກັນວ່າ “Punxsutawney Phil” ນັ້ນ ຈະຂຶ້ນມາ ປາກົດຕົວ
ໃຫ້ເຫັນຢູ່ເທິງໜ້າດິນ. ມີນິທານເລົ່າຂານກັນວ່າ ຖ້າໂຕກຣາວດ໌ຮອກ ຫາກເຫັນເງົາ
ຂອງມັນເອງແລ້ວ ຄືວ່າ ຖ້າຫາກເປັນມື້ທີ່ມີແດດອອກ ທະວີບອາເມຣິກາເໜືອຍັງຈະ
ມີລະດູໜາວຕໍ່ໄປອີກ 6 ອາທິດ.
ຖ້າບໍ່ດັ່ງນັ້ນ ລະດູບານໃໝ່ກໍຈະມາເຖິງໃນໄວໆນີ້.
Punxsutawney Phil ແມ່ນມີຊື່ສຽງທີ່ສຸດໃນການທຳນາຍ. ໂຕກຣາວດ໌ຮອກ ຊຶ່ງ
ເປັນສະມາຊິກຂອງພວກສັດ ປະເພດກາຮອກນັ້ນ ໄດ້ທຳນາຍກ່ຽວກັບສະພາບອາ
ກາດມາແຕ່ປີ 1887.
ບັນທຶກທີ່ຢ້ອນຄືນໄປຫາ 1887 ສະແດງໃຫ້ເຫັນວ່າ ກຣາວດ໌ຮອກ Punxsutawney
Phil ໄດ້ທຳນາຍວ່າ ຈະມີລະດູໜາວຕື່ມອີກຫຼາຍກວ່າມີລະດູບານໃໝ່ໄວກ່ອນກຳນົດ.