ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ດີ້ນຮົນຕໍ່ສູ້ ກັບການເພີ່ມຂຶ້ນ ຂອງໄວຣັສໂຄໂຣນາ


ຕຳຫຼວດຄົນນຶ່ງຍ່າງໜີຈາກປະຊາຊົນໃນທ້ອງຖິ່ນ ທີ່ປະທ້ວງການປິດຫາດຊາຍທະເລໃນວັນເອກະລາດ ທີ 4 ກໍລະກົດ ຫຼື ວັນຊາດ ສະຫະລັດ ທ່າມກາງການລະບາດຂອງໄວຣັສໂຄໂຣນາ. ເມືອງ ກາຟສຕັນ, ລັດ ເທັກຊັສ, ທີ 4 ກໍລະກົດ, 2020.
ຕຳຫຼວດຄົນນຶ່ງຍ່າງໜີຈາກປະຊາຊົນໃນທ້ອງຖິ່ນ ທີ່ປະທ້ວງການປິດຫາດຊາຍທະເລໃນວັນເອກະລາດ ທີ 4 ກໍລະກົດ ຫຼື ວັນຊາດ ສະຫະລັດ ທ່າມກາງການລະບາດຂອງໄວຣັສໂຄໂຣນາ. ເມືອງ ກາຟສຕັນ, ລັດ ເທັກຊັສ, ທີ 4 ກໍລະກົດ, 2020.

ດ້ວຍຕົວເລກກໍລະນີໄວຣັສໂຄໂຣນາທີ່ໄດ້ຮັບການຢືນຢັນໃໝ່ໃນແຕ່ລະວັນໃນ ສະຫະລັດ ເຊິ່ງເທົ່າກັບປະມານສອງເທົ່າຂອງເດືອນທີ່ຜ່ານມານັ້ນ, ຜູ້ຊ່ຽວຊານດ້ານໂຣກຕິດຕໍ່ລະດັບສູງຂອງປະ ເທດໄດ້ເອີ້ນສະຖານະການຂອງການລະບາດ ນັ້ນວ່າ “ບໍ່ດີຫຼາຍ.”

ໃນກອງປະຊຸມທາງອອນໄລນ໌ເມື່ອວັນຈັນວານນີ້, ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະ ຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ, ໄດ້ອ້າງ ເຖິງການເພີ່ມຂຶ້ນ ໃນກໍລະນີທັງຫຼາຍ ຫຼັງ ຈາກຫຼາຍລັດໃນ ສະຫະລັດ ໄດ້ຍົກ ເລີກຂໍ້ຫ້າມທີ່ຖືກກຳນົດຂຶ້ນ ເພື່ອຢຸດການແຜ່ລາມຂອງເຊື້ອໂຣກນັ້ນ.

ທ່ານໄດ້ສົມທຽບສະຖານະການດັ່ງກ່າວກັບສິ່ງທີ່ກຳລັງເກີດຂຶ້ນໃນ ຢູໂຣບ,​ ເຊິ່ງປະເທດຕ່າງໆ ໄດ້ປະເຊີນກັບການເພີ່ມຂຶ້ນຂອງກໍລະນີການຕິດເຊື້ອ ລຸນຫຼັງການເປີດເສດຖະກິດຄືນ, ແຕ່ມັນໄດ້ເກີດຂຶ້ນຫຼັງຈາກການຫຼຸດລົງຢ່າງຫຼວງຫຼາຍຈາກລະດັບທີ່ໄດ້ເຫັນ ໃນຈຸດສູງສຸດຂອງການລະບາດນັ້ນ.

ດຣ. ຟາວຈີ ໄດ້ກ່າວວ່າ “ລະດັບຂອງພວກເຮົາໄດ້ເພີ່ມຂຶ້ນ, ບໍ່ເຄີຍຫຼຸດລົງມາເຖິງເສັ້ນລຸ່ມຈັກເທື່ອ, ແລະ ຕອນນີ້ລະດັບຂອງພວກເຮົາກໍກຳລັງເພີ່ມຂຶ້ນຄືນອີກ. ສະນັ້ນມັນແມ່ນສະຖານະການທີ່ຮ້າຍ ແຮງທີ່ພວກເຮົາຕ້ອງແກ້ໄຂໃນທັນ ທີ.”

ຕົວເລກຂອງກໍລະນີທີ່ຖືກຢືນຢັນແມ່ນໄດ້ເພີ່ມຂຶ້ນໃນປະມານ 40 ຈາກ 50 ລັດ ຂອງ ສະຫະລັດ, ດ້ວຍເປີເຊັນການກວດໂຣກທີ່ສູງກວ່າເກົ່າແມ່ນໄດ້ມີຜົນອອກມາເປັນບວກ ແລະ ລະບົບໂຮງໝໍກໍໄດ້ເຕືອນອອກມາວ່າ ຕຽງນອນທັງຫຼາຍກໍກຳລັງຈະເຕັມແລ້ວ.

ໃນຈົດໝາຍສະບັບນຶ່ງທີ່ຖືກສົ່ງອອກໃນວັນຈັນວານນີ້, ສາມອົງການການແພດ ລະດັບສູງຂອງ ສະ ຫະລັດ ຄື ສະມາຄົມການແພດ ອາເມຣິກັນ, ສະມາຄົມພະຍາບານ ອາເມຣິກັນ ແລະ ສະມາຄົມໂຮງໝໍ ອາເມຣິກັນ ໄດ້ຮຽກຮ້ອງໃຫ້ປະຊາຊົນ ອາເມຣິກັນ ໃສ່ໜ້າກາກ, ປະຕິບັດຕາມແນວທາງ ການຢູ່ຫ່າງກັນໃນສັງຄົມ ແລະ ລ້າງມືຂອງເຂົາເຈົ້າ.

ກຸ່ມດັ່ງກ່າວໄດ້ເອີ້ນໂຣກລະບາດໄວຣັສໂຄໂຣນາວ່າ “ວິກິດການດ້ານສາທາລະນະສຸກທີ່ຮ້າຍແຮງທີ່ສຸດໃນຍຸກສະໄໝ” ແລະ ໄດ້ກ່າວວ່າ ບາດກ້າວການປ້ອງກັນໂດຍບັນດາເຈົ້າໜ້າທີ່ສາທາລະນະສຸກທີ່ຖືກສະໜັບສະໜູນໃຫ້ໃຊ້ໃນຫຼາຍເດືອນທີ່ຜ່ານມາ “ແມ່ນຖືກປະຖິ້ມໄວໂພດ.”

ຈົດໝາຍດັ່ງກ່າວໄດ້ເວົ້າວ່າ “ພວກເຮົາບໍ່ແມ່ນວ່າບໍ່ມີອຳນາດໃນວິກິດການດ້ານ ສາທາລະນະສຸກນີ້, ແລະ ພວກເຮົາກໍສາມາດເອົາຊະນະມັນໄດ້ໃນວິທີດຽວທີ່ພວກເຮົາໄດ້ເອົາຊະນະໄພຂົ່ມຂູ່ຕໍ່ສາ ທາລະນະສຸກໃນຄັ້ງທີ່ຜ່ານມາ ດ້ວຍການອະນຸຍາດໃຫ້ວິທະຍາສາດ ແລະ ຫຼັກຖານເພື່ອກຳນົດ ການຕັດສິນໃຈຂອງພວກເຮົາ ແລະ ລາຍງານ ກ່ຽວກັບ ການກະທຳຂອງພວກເຮົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG