ໂດຍເອີ້ນມັນວ່າ “ການປະກາດທີ່ເປັນປະຫວັດສາດຢ່າງແທ້ຈິງ” ປະທານາທິບໍ ດີ ສະຫະລັດ ດໍໂນລ ທຣຳ ໃນວັນອາທິດວານນີ້ ໄດ້ຊົມເຊີຍການອະນຸມັດຂັ້ນສຸກເສີນຂອງລັດຖະບານສຳລັບການໃຊ້ນ້ຳເມືອກຂອງເລືອດຈາກຜູ້ພັກຟື້ນທີ່ຕິດພະຍາດໄວຣັສໂຄວິດ ທີ່ທ່ານໄດ້ປະກາດວ່າ ຈະ “ຊ່ອຍຊີວິດຂອງຄົນປ່ວຍຍ້ອນໄວຣັສໂຄໂຣນາໄດ້ ນັບບໍ່ຖ້ວນ.”
ທ່ານທຣຳ ແລະລັດຖະມົນຕີກະຊວງສາທາລະນະສຸກ ທ່ານອາແລັກສ໌ ເອຊາຣ ຢູ່ທີ່ກອງປະຊຸມຖະແຫລງຂ່າວສຳລັບບັນດານັກຂ່າວ ໄດ້ໃຫ້ຂໍ້ສັງເກດວ່າ ການເສຍຊີວິດ ໃນຈຳພວກຜູ້ທີ່ມີອາຍຸຕ່ຳກວ່າ 80 ປີ ທີ່ບໍ່ໄດ້ໃຊ້ເຄື່ອງຊ່ອຍຫາຍໃຈ ໄດ້ຫລຸດລົງໃນອັດຕາ 35 ເປີເຊັນ ພາຍໃນນຶ່ງເດືອນຫຼັງຈາກທີ່ໄດ້ຮັບການຮັກ ສາປິ່ນປົວຕັ້ງແຕ່ຫົວທີ ໃນຫລັກສູດດັ່ງກ່າວຂອງພວກເຂົາເຈົ້າ.
“ພວກເຮົາໄຝ່ຝັນໃນການພັດທະນາຢາຢ່າງໃດຢ່າງນຶ່ງແບບນີ້ ທີ່ຫລຸດຜ່ອນການເສຍຊີວິດໄດ້ 35 ເປີເຊັນ” ທ່ານເອຊາຣ ລັດຖະມົນຕີກະຊວງສາທາລະນະສຸກແລະສະຫວັດດີການ ໄດ້ກ່າວໄປໃນຂະນະຢູ່ຄຽງຂ້າງທ່ານປະທານາທິບໍດີ. ທ່ານກ່າວຕໍ່ໄປວ່າ “ອັນນີ້ເປັນຄວາມກ້າວໜ້າທີ່ສຳຄັນ ໃນການຮັກສາປິ່ນປົວພວກຄົນປ່ວຍ.”
ນ້ຳເມືອກເລືອດຈາກພວກຄົນປ່ວຍ ຜູ້ທີ່ໄດ້ຟື້ນຕົວຈາກໄວຣັສໂຄໂຣນາ ແລະມີພູມຕ້ານທານຢ່າງມະຫາສານນັ້ນ. ມັນໄດ້ຖືກນຳໃຊ້ເພື່ອປິ່ນປົວພວກຄົນປ່ວຍຍ້ອນພະຍາດໄວຣັສ COVID-19 ຫຼາຍສິບພັນຄົນຢູ່ໃນສະຫະລັດ.
ກ່ອນໜ້າບໍ່ດົນ ໃນການໃຫ້ຄຳເຫັນຂອງທ່ານປະທານາທິບໍດີ ອົງການອາຫານແລະຢາ ຫຼື FDA ໄດ້ປະກາດວ່າ ຕົນໄດ້ອະນຸມັດການປິ່ນປົວດັ່ງກ່າວ-ແຕ່ໃນດ້ານຫລັກການແລ້ວ ບໍ່ໄດ້ຮັບການຮັບຮອງຢ່າງເຕັມສ່ວນເທື່ອ-ຊຶ່ງການໃຊ້ນ້ຳເມືອກເລືອດທີ່ມີພູມຕ້ານທານຈາກພວກຄົນປ່ວຍ ຜູ້ທີ່ໄດ້ຟື້ນຕົວ ຈາກການຕິດໄວຣັສ COVID-19 ນັ້ນ.
ການປະກາດດັ່ງກ່າວ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທີ່ ທ່ານທຣຳ ໃນທວີດເຕີ ໄດ້ປະ ກາດວ່າ “ກຸ່ມຄົນພາຍໃນລັດ ຫຼືໃຜກໍຕາມ ຢູ່ທີ່ອົງການ FDA ແມ່ນກໍາລັງເຮັດໃຫ້ມັນຍາກ ສຳລັບພວກບໍລິສັດຜະລິດຢາ ເພື່ອຫາຄົນມາທົດລອງ ຢາວັກຊີນ ຕ່າງໆ ແລະການຮັກສາປິ່ນປົວ.”
ໃນຂໍ້ຄວາມທີ່ຂຽນລົງທວີດເຕີ້ ທ່ານທຣຳ ໄດ້ກ່າວດັ່ງນີ້: “ເປັນທີ່ຊັດເຈນ ພວກເຂົາເຈົ້າຫວັງທີ່ຈະຖ່ວງເວລາຂອງຄຳຕອບ ຈົນກວ່າຫລັງຈາກວັນທີ 3 ເດືອນພະຈິກ. ຕ້ອງເພັ່ງເລັງໃສ່ຄວາມໄວ ແລະການຊ່ອຍຊີວິດຄົນ!”