ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໄດ້ກໍານົດເງື່ອນໄຂ ຕໍ່ຊາວອີຣ່ານສາມຄົນ ທີ່ອາໄສຢູ່ໃນສະຫະລັດ ລຸນຫຼັງມີການ​ແລກປ່ຽນນັກໂທດ


ແຟ້ມຮູບ - ທ້າວອາມິນ ຮາຊານຊາເດະ, ໃນພາບທີ່ຖ່າຍມາຈາກສື່ສັງຄົມອອນລາຍ, ທ້າວ Amin Hasanzadeh; ທ້າວກາເວ ລັອດໂຟລາ ອະຟຣາເຊຍບີ, ຂອບໃຈພາບຈາກ VOA, ແລະ ທ້າວແຄມບິສ ອັດຕາ ຄາຊານີ , ໃນພາບຖ່າຍຈາກສື່ສັງຄົມອອນລາຍ, ມີໃຫ້ເຫັນໃນພາບລວມທີ່ສ້າງຂຶ້ນມາໃນວັນທີ 19 ກັນຍາ 2023.
ແຟ້ມຮູບ - ທ້າວອາມິນ ຮາຊານຊາເດະ, ໃນພາບທີ່ຖ່າຍມາຈາກສື່ສັງຄົມອອນລາຍ, ທ້າວ Amin Hasanzadeh; ທ້າວກາເວ ລັອດໂຟລາ ອະຟຣາເຊຍບີ, ຂອບໃຈພາບຈາກ VOA, ແລະ ທ້າວແຄມບິສ ອັດຕາ ຄາຊານີ , ໃນພາບຖ່າຍຈາກສື່ສັງຄົມອອນລາຍ, ມີໃຫ້ເຫັນໃນພາບລວມທີ່ສ້າງຂຶ້ນມາໃນວັນທີ 19 ກັນຍາ 2023.

ສະຫະລັດ ໄດ້ກໍານົດເງື່ອນໄຂການຜ່ອນຜັນໃຫ້ກັບຊາວອີຣ່ານສາມຄົນ ເຊິ່ງເປັນສ່ວນນຶ່ງຂອງການແລກປ່ຽນນັກໂທດໃນອາທິດນີ້, ມີຄວາມເປັນໄປໄດ້ໃນການເປີດໂອກາດໃຫ້ມີການດໍາເນີນຄະດີທາງກົດໝາຍກັບຜູ້ຊາຍເຫຼົ່ານັ້ນ, VOAໄດ້ຮຽນຮູ້.

ສໍານວນຂອງສານ ທີ່ໄດ້ຮັບການເປີດເຜີຍໂດຍ VOA ສະແດງໃຫ້ເຫັນ ທ້າວແຄມບິສ ອັດຕາ ຄາຊານີ (Kambiz Attar Kashani) ເຊິ່ງໄດ້​ຖືກ​ເປີດເຜີຍ​ໃຫ້​ຮູ້ໃນວັນຈັນແລ້ວນີ້ ຈາກຄຸກລັດຖະບານກາງໃນລັດມິຊິແກນ ລຸນຫຼັງໄດ້ຮັບການຜ່ອນ​ຜັນໂທດຈາກປະທານາທິບໍດີ ກ່ຽວກັບການພິພາກສາຂອງລາວ, ໃນຂະນະທີ່ ທ້າວກາເວ ລັອດໂຟ​ລາ ອະຟຣາເຊຍບີ (Kaveh Lotfolah Afrasiabi) ແລະ ທ້າວອາມິນ ຮາຊານຊາເດະ (Amin Hasanzadeh) ໄດ້ຮັບການອະໄພໂທດຈາກປະທານາທິບໍດີ ໃນລະຫວ່າງທີ່ພວກເຂົາລໍຖ້າຮັບຟັງການພິຈາລະນາຄະດີ ກ່ຽວກັບຂໍ້ກ່າວຫາຂອງລັດຖະບານກາງ. ສໍານວນຜ່ອນ ຜັນສໍາລັບຜູ້ຊາຍທັງສາມຄົນ, ໄດ້ຮັບການເຊັນລົງນາມໂດຍປະທານາທິບໍດີ ໂຈ ໄບເດັນ ໃນວັນທີ 14 ກັນຍາ, ເຊິ່ງມີສະພາບການທີ່ຄ້າຍຄືກັນນີ້ ຕິດຂັດມາພ້ອມ.

ສ່ວນຊາວອີຣ່ານອີກສອງຄົນ ໄດ້ຮັບການຜ່ອນຜັນພາຍໃຕ້ຂໍ້ຕົກລົງໂດຍສະຫະ ລັດ, ຄືທ້າວເມຮະແດດ ອັນຊາຣີ (Mehrdad Ansari) ແລະ ທ້າວເຣຊາ ຊາຮັງພົວ ກາຟຣານີ (Reza Sarhangpour Kafrani) ເດີນທາງໄປເຖິງ ນະ ຄອນຫຼວງເຕຫະຣ່ານໃນຕອນແລງຂອງວັນຈັນແລ້ວນີ້ ລຸນຫຼັງທີ່ບິນໄປຮອດກາຕ້າໃນຕອນເຊົ້າຂອງມື້ດຽວກັນ.

ຄາຊານີ, ເຊິ່ງເປັນຜູ້ຈັດການດ້ານ IT ຜູ້ທີ່ຖືສອງສັນຊາດ ສະຫະລັດ-ອີຣ່ານ, ໄດ້ຮັບການປ່ອຍໂຕຈາກສະຖານ​ທີ່ກັກຂັງຂອງລັດຖະບານກາງໃນເມືອງມິລານ ລັດມິຊິແກນ ວັນຈັນແລ້ວນີ້, ອີງຕາມບັນທຶກຜູ້ຕ້ອງຂັງ ຂອງສໍານັກງານຄຸກ, ເຊິ່ງໄດ້ເຫັນ​ໂດຍ VOA ໃນວັນອັງຄານແລ້ວນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG