ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຊ່ວຍເຫລືອລາວເພື່ອ ແກ້ໄຂບັນຫາຢາເສບຕິດໃນລາວ


ທາງ​ການ​ສະຫະລັດ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ລາວ​ຫລາຍ​ກວ່າ 6​ແສນ​ໂດ​ລາ​ສຳ​ຫລັບ​ນຳ​ໃຊ້​ເຂົ້າ​ໃນ ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໃນ​ປີ 2010 ​ໃນ​ຂະນະ​ທີ່​ທາງ​ການ​ລາວ​ນັ້ນ​ກໍ​ໄດ້​ຢືນຢັນ​ວ່າ ການ​ທີ່​ຈະ​ແກ້​ໄຂ​ບັນຫາ​ດ່ັງກ່າວ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ​ພຽງພໍ.

ທາງ​ການ​ສະຫະລັດ​ໂດຍ​ທ່ານ Ravic Huso ​ເອກ​ອັກ​ຄະ​ລັດຖະທູດ​ສະຫະລັດ​ປະຈຳ​ລາວ​ໄດ້​ສົ່ງ ມອບ​ຄວາມ​ຊ່ວຍ​ເຫລືອ​ມູນ​ຄ່າ 650 ພັນ​ໂດ​ລາ ​ໃຫ້​ກັບ​ທາງ​ການ​ລາວ​ໂດຍ​ມີ​ທ່ານ​ສຸບັນ ສະ​ລິດ​ທິ ລາດ ລັດຖະມົນຕີ​ປະຈຳ​ສຳນັກ​ງານ​ປະທານ​ປະ​ເທດ​ລາວ ​ໃນ​ຖານະ​ປະທານ​ຄະນະ​ກຳມະການ​ເພື່ອ​ຄວບ​ຄຸມ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ​ເປັນ​ຜູ້​ຮັບ​ມອບ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່ໍນານ​ມາ​ນີ້​ຢູ່ນະຄອນ​ວຽງ​ຈັນ. ​ໂດຍ​ຄວາມ​ຊ່ວຍ​ເຫລືອ​ໃນ​ມູນ​ຄ່າ​ດັ່ງກ່າວ​ນີ້​ຈະ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ ​ເນີນ​ງານ​ເພື່ອ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢູ່​ໃນ​ລາວ​ປະຈຳ​ປີ 2010 ນີ້​ໂດຍໄດ້​ມີການ​ແບ່ງການ ຊ່ວຍ​ເຫ​ລື​ອອອກ​ເປັນ 3 ສ່ວນ​ດ້ວຍ​ກັນ ຄື 2 ​ແສນ​ໂດ​ລາ ສຳ​ຫລັບ​ສົ່ງ​ເສີມ​ການ​ປູກ​ພືດ​ຊະນິດ​ອື່ນ​ເພື່ອ​ທົດ​ແທນ​ການ​ປູກ​ຝິ່ນ ​ແລະ 2 ​ແສນ​ໂດ​ລາ ສຳ​ຫລັບ​ການ​ບັງຄັບ​ກົດໝາຍ​ຕໍ່​ຜູ້​ກະທຳ​ຜິດ​ກ່ຽວ​ກັນ​ຢາ​ເສບ​ຕິດ​ ສ່ວນ​ອີກ 2​ແສນ 5 ໝື່ນ​ໂດ​ລາທີ່​ເຫລືອ​ນັ້ນກໍ​ຈະນຳ​ໃຊ້​ເພື່ອ​ການ​ລົດ​ຜ່ອນ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ​ຊະ​ນິດ​ຕ່າງໆ​ໃນ​ກຸ່ມ​ປະຊາຊົນ​ລາວ. ທັງ​ນີ້​ໂດຍ​ທາງ​ການ​ລາວ​ໄດ້​ປະ​ເມີນ ສະຖານະ​ການ​ວ່າ​ໃນ​ປັດຈຸບັນ​ນີ້​ມີ​ປະຊາ​ຊົນ​ລາວ​ທີ່​ຍັງ​ພາກັນ​ສູບ​ຢາຝິ່ນ​ຫລາຍ​ກວ່າ 15ພັນ​ຄົນ ​ແລະ​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ພວກ​ເຍົາວະ​ຊົນ​ລາວ​ຫລາຍ​ກວ່າ 5 ໝື່ນ​ຄົນ​ທີ່​ພາກັນ​ເສບ​ຢາ​ບ້າ ສ່ວນ ການ​ລັກລອບ​ປູກ​ຝິ່ນ​ນັ້ນກໍ​ຍັງ​ຄົງ​ດຳ​ເນີນເລື້ອຍມາ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ໄດ້​ປະກາດ​ໃຫ້ ລາວ​ເປັນ​ປະ​ເທດ​ທີ່​ປອດ​ຈາກ​ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ​ນັບ​ຕັ້ງ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ​ແລ້ວ​ກໍ​ຕາມ

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ວ່າການ​ລັກລອບ​ປູກ​ຝິ່ນ​ມີ​ທ່າ​ອຽງ​ເພີ່ມ​ຂື້ນ​ອີກ​ດ້ວຍ ຊຶ່ງ​ກໍ​ມີ​ສາ​ເຫດ​ທີ່​ສຳ ຄັນ​ມາ​ຈາກ​ການ​ໄດ້​ຮັບ​ການ​ຊ່ວຍເຫລື​ຈາກ​ຕ່າງປະ​ເທດ​ທີ່​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ຈຶ່ງ​ເຮັດ​ໃຫ້​ໂຄງການ​ພັທະ​ນາ​ຕ່າງໆ​ເຂົ້າ​ໄປ​ບໍ່​ເຖິງ​ພື້ນ​ທີ່​ທີ່​ເຄີຍ​ປູ​ກຝິ່ນ ​ແລະ​ກໍ​ເຮັດ​ໃຫ້​ມີ​ປະຊາຊົນ​ລາວ​ບັນດາ ​ເຜົ່າ​ຈຳນວນ​ນຶ່ງ​ໄດ້​ພາກັນ​ກັບ​ຄືນ​ມາ​ທຳ​ການ​ປູກ​ຝິ່ນ​ອີກ​ເທື່ອ​ໃໝ່ ດັ່ງ​ທີ່​ທ່ານ​ສຸບັນໃຫ້ການ​ຊີ້​ແຈງ ​ເຖິງ​ສະພາບ​ການ​ທີ່​ເປັນ​ຢູ່​ໃນ​ເວລາ​ນີ້​ໃນ​ຕອນ​ນຶ່ງ​ວ່າ:

ກ່ອນ​ໜ້າ​ນີ້ ຜູ້​ຕ່າງ​ໜ້າ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ໃນ​ລາວ​ກໍ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ລາວ​ຍັງ​ຄົງ​ເປັນ​ປະ​ເທດ​ນຶ່ງ​ທີ່​ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຢາ​ເສບ​ຕິດ ຕໍ່​ໄປ ​ແລະ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ລະດັບ​ຄວາມ​ຮຸນ​ແຮງ​ຫລາຍ​ຂື້ນ​ນັບ​ມື້​ອີກ​ດ້ວຍ. ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ໃນ​ປັດຈຸບັນ​ລາວ​ມີ​ສະຖານະ​ເປັນ​ທັງເຂດ​ຜະລິດ ​ເຂດ​ທາງ​ຜ່ານ ​ແລະ​ເຂດ​ຮອງ​ຮັບ​ຢາ​ເສບ​ຕິດ ດ້ວຍ​ໃນ​ເວລາ​ດຽວ​ກັນ ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ຍັງ​ຄົງ​ມີ​ການ​ລັບ​ລອບ​ປູກ​ຝິ່ນ​ຢູ່​ໃນ​ລາວ​ຄິດ​ເປັນ​ເນື້ອ​ທີ່​ກວ້າງ​ກວ່າ 1,600 ​ເຮັກ​ຕ້າ ​ໃນເຂດ​ແຂວງ​ພາກ​ເໜືອ ​ໂດຍ​ເຖິງ​ແມ່ນ​ວ່າ​ລັດຖະບານ​ລາວ​ຈະ​ໄດ້ ປະກາດ​ໃຫ້​ລາວ​ເປັນ​ປະ​ເທດ​ທີ່​ປອດ​ຈາກ​ການ​ປູກ​ຝິ່ນ​ຢ່າງ​ສີ້​ນ​ເຊີງ ນັບ​ຕັ້ງ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ ​ແລ້ວ​ກໍ​ຕາມ. ຫາກ​ແຕ່​ວ່າດ້ວຍ​ການ​ລັກລອບ​ປູກ​ຝິ່ນ​ດັ່ງກ່າວ​ກໍ​ເຮັດ​ໃຫ້​ຍັງ​ຄົງ​ມີ​ຄົນ​ເສບ​ແລະ​ຕິດ​ຢາ ຝິ່ນ​ຜູ້​ເລື້ອຍມາ. ສ່ວນ​ການ​ທີ່​ລາວ​ໄດ້​ຕົກ​ໄປ​ເປັນ​ເຂດ​ທາງ​ຜ່ານ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ຕະຫລາດ ສາມຫລ່ຽມ​ຄຳ​ໄປ​ຍັງ​ຕ່າງປະ​ເທດ​ທີ່​ເພີ່ມ​ຫລາຍ​ຂື້ນ​ນັບ​ມື້​ດ້ວຍ​ນັ້ນ ກໍ​ເປັນ​ເຫດ​ເຮັດ​ໃຫ້​ລາວ​ຕ້ອງ​ຕົກ ໄປ​ເປັນ​ເຂດ​ຮອງ​ຮັບ​ຢາ​ເສບ​ຕິດ​ເຫລົ່າ​ນັ້ນ​ດ້ວຍ​ເຊັ່ນ​ກັນ ​ໂດຍ​ສະ​ເພາະແມ່ນຢາ​ບ້າ​ນັ້ນ ນັບ​ວ່າ​ເປັນ ຢາ​ເສບ​ຕິດ​ທີ​ມີ​ເຍົາວະ​ຊົນ​ໃຊ້​ເພີ່ມ​ຫລາຍ​ຂື້ນ​ຢ່າງ​ຕໍ່​ເນຶ່ອງ.

XS
SM
MD
LG